• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄ​ສະ​ນາ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ສູ່​ຊາວ​ໜຸ່ມ, ນັກ​ສຶກ​ສາ

ມະຫາວິທະຍາໄລເປີດນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ ນະຄອນ ໂຮ່ຈີມິນ ໄດ້ຈັດການແຂ່ງຂັນຮອບຊີງຊະນະເລີດ ທູດວັດທະນະທຳ ອາຊຽນ ປີ 2023.
ການປະກວດຊຸດເສື້ອຍາວ ໃນຮອບຊີງຊະນະເລີດທູດວັດທະນະທຳ ອາຊຽນ 2023 (ພາບ: TTXVN)

ໃນຂອບເຂດການເຄື່ອນໄຫວງານບຸນວັດທະນະທຳ ອາຊີຕາເວັນອອກສ່ຽງໃຕ້ ປີ 2023, ຕອນຄ່ຳວັນທີ 24 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ, ມະຫາວິທະຍາໄລເປີດນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ ນະຄອນ ໂຮ່ຈີມິນ ໄດ້ຈັດການແຂ່ງຂັນຮອບຊີງຊະນະເລີດ ທູດວັດທະນະທຳ ອາຊຽນ ປີ 2023. ໂດຍມີຜູ້ເຂົ້າແຂ່ງຂັນດີເດັ່ນ 40 ຄົນທີ່ມາຈາກ ມະຫາວິທະຍາໄລ, ວິທະຍາໄລ 18 ແຫ່ງ ໄດ້ແຂ່ງຂັນກັນໃນຮອບຊີງຊະນະເລີດດ້ວຍລາຍການປະກວດເສື້ອກຸ່ມ, ຊຸດອາພອນວັດທະນະທຳບັນດາປະເທດ ອາຊຽນ, ຊຸດເສື້ອຍາວ, ຊຸດລາຕີ, ການບັນລະຍາຍກ່ຽວກັບ ອາຊຽນ ແລະ ການຖາມ - ຕອບ.

ໃນທີ່ສຸດ, ລາງວັນນາງງາມທູດ ວັດທະນະທຳ ອາຊຽນ ປີ 2023 ໄດ້ແກ່ນາງ ຖາຍທິເຟືອກອວຽນ, ມະຫາວິທະຍາໄລ ໂຕນດຶກຖັງ. ພາຍຫຼັງການແຂ່ງຂັນ, ທູດວັດທະນະທຳ  ອາຊຽນ ຈະເຂົ້າຮ່ວມການໂຄສະນາວັດທະນະທຳ ຜ່ານການເຄື່ອນໄຫວການສະແດງ, ກອງປະຊຸມສຳມະນາ, ການເສັງຂໍ້ລິເລີ່ມເພື່ອປະຊາຄົມ ອາຊຽນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top