“ແບັ໋ງເດິບ” ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ອາຫານການກິນ

“ແບັ໋ງເດິບ” ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ການທ່ອງທ່ຽວ ໂຮ້ຍອານ ມີຊື່ສຽງໂດ່ງດັງ ຍ້ອນມີສະຖາປັດຕະຍະກຳ ທີ່ເປັນເອກະລັກ, ບັນດາຄຸ້ມຖະໜົນ ທີ່ມີຄວາມງາມແບບເກົ່າແກ່, ງຽບຂຶມ ເຮັດໃຫ້ຜູ້ຄົນຄິດເຖິງຊ່ວງໜ່ຶງໃນອະດີດຜ່ານມາ, ພ້ອມດຽວກັນນັ້ນ ຍັງມີ ລາຍການອາຫານພື້ນເມືອງ ທີ່ໜ້າສົນໃຈ ຫຼາຍເຍື່ອງ. ຖ້າເປັນຄົນມັກ ສິລະປະອາຫານການກິນ, ແນ່ນອນວ່າ ທ່ານ ຈະຕ້ອງລອງຊີມລາຍການອາຫານ ແບັ໋ງເດິບ ເມື່່ອມາເຖິງ ແຂວງ ກວາງນາມ.

ແບັ໋ງເດິບ ຫຼື ຍັງເອີ້ນວ່າ ແບັ໋ງຈ໋າງເດິບ (rice paper), ເດິບ ສາມາດ ເຂົ້າໃຈແບບງ່າຍໆ ວ່າ ທຸບ ແລ້ວຈຶ່ງຮັບປະທານ. ແບັ໋ງເດິບ ແມ່ນ ເຍື່ອງອາຫານ ທີ່່ຕິດພັນກັບປະຫວັດສາດ ແລະ ຮີດຄອງປະເພນີ ຂອງຊາວ ໂຮ້ຍອານ. ຕັ້ງແຕ່ກ່ອນ, ຄົນທ້ອງຖິ່ນ ມັກກິນອາຫານນີ້ ເພື່ອປ່ຽນອາຫານ ປະເພດຊີ້ນ, ປາ ໃຫ້ບັນ ເທົາຄວາມເບື່ອ ແລະ ຄ່ອຍໆ ກາຍເປັນອາຫານພິເສດ.


ເມື່ອເບິ່ງຂ້າງນອກ, ແບັ໋ງເດິບ ແມ່ນງ່າຍດາຍ, ວິທີການປຸງແຕ່ງ ຈະບໍ່ສັບຊ້ອນເກີນໄປ. ຢ່າງໃດກໍຕາມ, ເມື່ອຮັບປະທານຈະຮູ້ສຶກໄດ້ ລົດຊາດ ທີ່ພິເສດຂອງມັນ ດ້ວຍວິທີຮັບປະທານ ທີ່ແປກໆ ແລະ ສີສັນທີ່ສະດຸດຕາ. ສຳລັບຊາວພາກກາງ ທຸກຄົນ, ລາຍການອາຫານ ແບັ໋ງເອືອດອ່ອນ ທີ່ເຮັດຈາກແປ້ງເຂົ້າ ບໍ່ແມ່ນ ເລື່ອງແປກ ແລະ ແບັ໋ງເດິບ ກໍໄດ້ຮັບການປຸງແຕ່ງ ຈາກແປ້ງເຂົ້າປະເພດນີ້, ມັນແຕກຕ່າງ ພຽງຢູ່ບ່ອນວ່າ ເມື່ອແບັ໋ງເອືອດອ່ອນ ຍັງຮ້ອນ ຈະເອົາອີກເຂົ້າຂຽບ ແຜ່ນໜຶ່ງ ວາງໃສ່ເທິງ, ຫຼັງຈາກນັ້ນປີ້ງໃຫ້ກອບ, ພັບເຂົ້າກັນ ແລ້ວຮັບປະທານ. 

ເພື່ອສ້າງລົດຊາດ ທີ່ແຊບຂອງ ແບັ໋ງເດິບ ກວາງນາມ, ຕ້ອງກ່າວເຖິງ ນໍ້າຈໍ້າ ທີ່ເຮັດຈາກນໍ້າປາ, ຫົວຜັກບົ່ວຈືນ, ປາໄສ້ຕັນ... ຊາວເມືອງ ໂຮ້ຍອານ ມີວິທີການປຸງແຕ່ງ ນ້ຳຈໍ້າ ທີ່ມີຈຸດແຕກຕ່າງ, ທັງເຂັ້ມຂຸ້ນ, ທັງລະອຽດອ່ອນ, ຕື່ມໝາກເຜັດ ເລັກນ້ອຍ ເພື່ອຮູ້ສຶກເຖິງຄວາມເຜັດ ໃນເວລາຮັບປະທານ. ລາຍການອາຫານ ແບັ໋ງເດິບ ໂຮ້ຍອານ ມັກຈະ ຮັບປະທານ ພ້ອມກັບຫອຍແຄງຂົ້ວ, ຊີ້ນລວກ ແລະ ຜັກຫອມ ຊະນິດຕ່າງໆ...


ແບັ໋ງເດິບ ໂຮ້ຍອານ ແມ່ນລຽບງ່າຍໆ ເຖິງຂັ້ນສາມາດພົບເຫັນ ໄດ້ທົ່ວທຸກແຫ່ງ ຂອງ ໂຮ້ຍອານ ຈາກຮ້ານຄ້າແຄມທາງ ຫຼື ພາຍໃນ ຮ່ອມບ້ານ, ເຖິງຜູ້ຫາບຂາຍອາຫານເຄື່ອນທີ່ ຢູ່ຕາມຖະໜົນ ຫຼື ຢູ່ທຸກຈອກທຸກແຈ. ທ່ານບໍ່ຈໍາເປັນຕ້ອງ ໄປຍັງ ຮ້ານອາຫານ ລະດັບຊັ້ນນຳ, ພຽງແຕ່ຊອກຫາຮ້ານອາຫານ ຂະໜາດນ້ອຍ, ສະອາດ ປອດໂປ່ງ ແມ່ນສາມາດເພີດເພີນ ກັບ ລາຍການອາຫານ ແບັ໋ງເດິບ ທີ່ແຊບຊ້ອຍ ຢ່າງສະບາຍໃຈ.

ປະຕິບັດ: ມາຍແທງເຈືອງ - ແປໂດຍ: ບິກລຽນ

ຮ້ານເສັ້ນລ້ອນອ່ຽນ ເຈິນເກີ່ມ ໄດ້ຮັບກຽດຈາກ Michelin Guide

ຮ້ານເສັ້ນລ້ອນອ່ຽນ ເຈິນເກີ່ມ ໄດ້ຮັບກຽດຈາກ Michelin Guide

ຈາກເປັນຜູ້ຫາບຂາຍ ອາຫານເຄື່ອນທີ່ ຢູ່ໃຈກາງເມືອງເກົ່າ ຈົນມາຂາຍ ຢູ່ໃນເຮືອນຫັຼງນ້ອຍໆ ຢູ່ຖະໜົນ ເຈິນເກີ່ມ (ຮ່າໂນ້ຍ), ຮ້ານ ເສັ້ນລ້ອນອ່ຽນ ຂອງ ນາງ ຫງວຽນທິລານ ບໍ່ມີປ້າຍຮ້ານທີ່ສວຍງາມ, ບໍ່ມີການໂຄສະນາ ຢ່າງກວ້າງຂວາງ, ແຕ່ຕະຫຼອດ ເກືອບ 40 ປີ ຜ່ານມາ ແມ່ນຍັງມີລູກຄ້າເຕັມຕະຫຼອດ ຕັ້ງແຕ່ຄົນ ຮ່າໂນ້ຍເດີມ ຈົນເຖິງນັກທ່ອງທ່ຽວສາກົນ. ເມື່ອບໍ່ດົນມານີ້, ຮ້ານເສັ້ນລ້ອນອ່ຽນ ເຈິນເກີ່ມ ໄດ້ຮັບກຽດເຊີດຊູ ໃນບັນຊີລາຍຊື່ Bib Gourmand 2024 ຂອງ Michelin Guide (ປື້ມຄູ່ມື ອາຫານການກິນ) ຢ່າງເປັນທາງການ.

Top