• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຈ້ງການພິເສດ: ທ່ານອະດີດປະທານປະເທດ ຫວຽດນາມ ເຈິ່ນດຶກເລືອງ ເຖິງແກ່ມໍລະນະກຳ

ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດແຫ່ງ ສສ.ຫວຽດນາມ, ປະທານປະເທດແຫ່ງ ສສ.ຫວຽດນາມ, ລັດຖະບານແຫ່ງ ສສ.ຫວຽດນາມ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແລະ ຄອບຄົວ ຂໍແຈ້ງຂ່າວເສົ້າສະຫຼົດໃຈອັນສຸດຊຶ້ງວ່າ:
    
(ທ່ານອະດີດປະທານປະເທດ ຫວຽດນາມ ເຈິ່ນດຶກເລືອງ ເຖິງແກ່ມໍລະນະກຳ)

ທ່ານອະດີດກຳມະການກົມການເມືອງ, ອະດີດປະທານປະເທດແຫ່ງ ສສ.ຫວຽດນາມ, ອະດີດປະທານສະພາປ້ອງກັນຊາດ ແລະ ຄວາມສະຫງົບ ເຈິ່ນດຶກເລືອງ, ເກີດວັນທີ 05 ພຶດສະພາ 1973; ບ້ານເກີດ: ຕາແສງ ໂຟແຄງ, ເມືອງ ດຶກໂຟ (ປະຈຸບັນແມ່ນເທດສະບານ ດຶກໂຟ), ແຂວງ ກວາງງ້າຍ; ພັກຢູ່ເຮືອນເລກທີ 298, ຖະໜົນ ຫວ້ານຝູກ, ບ້ານ ລ້ຽວຢາຍ, ເມືອງ ບາດິ່ງ, ນະຄອນ ຮ່າໂນ້ຍ.

ພາຍຫຼັງເຈັບເປັນມາໄດ້ໄລຍະໜຶ່ງ, ເຖິງວ່າ ພັກ, ລັດ, ໝູ່ຄະນະບັນດາສາດສະດາຈານ, ທ່ານໝໍໄດ້ປິ່ນປົວ, ຄອບຄົວເບິ່ງແຍງດູແລ, ແຕ່ຍ້ອນມີອາຍຸສູງ, ເປັນພະຍາດໜັກ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 22 ໂມງ 51 ນາທີ, ວັນທີ 20 ພຶດສະພາ 2025 (ວັນທີ 23 ເດືອນ 4 ປີມະເສັງ, ໄລ່ຕາມຈັນທະປະຕິທິນ), ຢູ່ເຮືອນພັກສ່ວນຕົວ, ລວມອາຍຸໄດ້ 88 ປີ.

ໃນການເຄື່ອນໄຫວປະຕິວັດເປັນເວລາກວ່າ 50 ປີ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນພາລະກິດອັນສະຫງ່າລາສີຂອງພັກ ແລະ ຂອງຊາດ, ໄດ້ຮັບການປະດັບຫຼຽນໄຊດາວເຫຼືອງ, ຫຼຽນກາອາຍຸພັກ 65 ປີ, ຫຼຽນໄຊ, ຫຼຽນກາ, ນາມມະຍົດອັນສູງສົ່ງອື່ນໆອີກຈາກພັກ, ລັດ.

ເພື່ອສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລຫາທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດແຫ່ງ ສສ.ຫວຽດນາມ, ປະທານປະເທດແຫ່ງ ສສ.ຫວຽດນາມ, ລັດຖະບານແຫ່ງ ສສ.ຫວຽດນາມ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ຕົກລົງຈັດພິທີງານສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ດ້ວຍພິທີໄວອາໄລລະດັບຊາດ.

ພິທີເຂົ້າຂ່ຳນັບສົບ, ວາງພວງມາລາພິທີກ່າວໄວ້ອາໄລພິທີປົງສົບ

ພິທີຂ່ຳນັບສົບ, ວາງພວງມາລາ ໄດ້ຈັດຂຶ້ນຢູ່ຫໍງານສົບລະດັບຊາດ, ເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ, ເລີ່ມແຕ່ເວລາ 7 ໂມງ 00 ນາທີ, ວັນທີ 24 ພຶດສະພາ 2025 ຮອດເວລາ 7 ໂມງ 00 ນາທີ ວັນທີ 25 ພຶດສະພາ 2025.

ພິທີກ່າວໄວ້ອາໄລທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ຈັດຂຶ້ນຢ່າງສົມກຽດໃນເວລາ 7 ໂມງ 00 ນາທີ, ວັນທີ 25 ພຶດສະພາ 2025, ຢູ່ຫໍງານສົບລະດັບຊາດ, ເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ. ພິທີປົງສົບ ຈັດຂຶ້ນໃນເວລາ 15 ໂມງ 00 ນາທີໃນວັນດຽວກັນ ຢູ່ສຸສານບ້ານເກີດເມືອງນອນ, ຕາແສງ ໂຟແຄງ, ເທດສະບານເມືອງ ດຶກໂຟ, ແຂວງ ກວາງງ້າຍ.

ໃນ 2 ວັນຈັດງານສົບລະດັບຊາດ, ບັນດາອົງການ, ສຳນັກງານ, ເຂດສາທາລະນະ ເອົາທຸງລົງເຄິ່ງເສົາ, ງົດກິດຈະກໍາມ່ວນຊື່ນທຸກຮູບແບບ.

ຄະນະຈັດພິທີງານສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ລວມມີສະມາຊິກ 25 ທ່ານ, ໂດຍທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮ່ວາບິ່ງ ເປັນຫົວໜ້າຄະນະ.

(ແຫຼ່ງຄັດຈາກ VOV)

ເດືອນພຶດ​ສະ​ພາ ກັບ​ມາ​ຢາມ​ໝູ່​ບ້ານ ແຊນ

ເດືອນພຶດ​ສະ​ພາ ກັບ​ມາ​ຢາມ​ໝູ່​ບ້ານ ແຊນ

ບ້ານ ແຊນ, ເມືອງ ນາມດານ, ແຂວງ ເງະອານ ໄດ້ຕິດພັນກັບຄາວເຍົາໄວຂອງປະທານ ໂຮ່ຈີມິນ, ການນຳຜູ້ຍິ່ງໃຫຍ່ ແລະ ແສນເຄົາລົບຮັກຂອງຊາດ ຫວຽດນາມ. ໃນເດືອນ ພຶດສະພາ ແຕ່ລະປີ, ເມື່ອດອກບົວບານ, ບ້ານ ແຊນ ໄດ້ຕ້ອນຮັບແຂກທັງຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຢາມ, ສະແດງຄວາມເຄົາລົບນັບຖືຕໍ່ປະທານ ໂຮ່ຈີມິນ ເປັນຈຳນວນຫຼາຍ.

Top