• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂ່ງ​ຂັນ​​ຮັກ​ຊາດ​ປຸກ​ລຸກ​ຄວາມ​ມຸ່ງ​ຫວັງ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ

ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 11 ໄດ້ຈັດຂຶ້ນໃນວັນທີ 26-27 ທັນວາ ຢູ່ ຮ່າໂນ້ຍ. ນີ້ແມ່ນເຫດການການເມືອງ-ສັງຄົມທີ່ມີຄວາມໝາຍໃຫ່ຍທີ່ສຸດ, ໄດ້ປຸກລຸກ ແລະ ຫັນຄວາມມຸ່ງຫວັງສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ໝັ້ນຄົງເຂັ້ມແຂງໃຫ້ປະກົດຜົນເປັນຈິງ.
(ພາບປະກອບ : TTXVN)

ຢູ່ແຕ່ລະບາດລ້ຽວຂອງການປະຕິວັດ ຫວຽດນາມ, ຂະບວນການແຮ່ງຂັນຮັກຊາດກໍ່ລ້ວນແຕ່ກາຍເປັນກຳລັງໜູນທີ່ສຳຄັນ, ຊຸກຍູ້ການຫັນປ່ຽນຂອງສັງຄົມ. ຈາກການແຂ່ງຂັນທຳການຜະລິດ, ຕໍ່ສູ້ໃນບັ້ນການຕໍ່ຕ້ານ, ຕະຫຼອດຮອດການແຂ່ງຂັນອອກແຮງງານປະດິດຄິດສ້າງໃນສັນຕິພາບ, ປ່ຽນແປງໃໝ່ ແລະ ເຊື່ອມໂຍງ.

ຕິດພັນກັບໜ້າທີ່ພັດທະນາປະເທດຊາດຢ່າງແໜ້ນແຟ້ນ

          ໃນໄລຍະທີ່ຜ່ານມາ, ຈິດໃຈແຂ່ງຂັນຮັກຊາດໄດ້ຫັນປ່ຽນເປັນບັນດາໝາກຜົນລະອຽດ, ຈາກບັນດາຮູບແບບເສດຖະກິດບັນລຸປະສິດທິຜົນ, ຂໍ້ລິເລີ່ມປະຕິຮູບການບໍລິຫານ, ຕະຫຼອດຮອດບັນດາບາດກ້າວເດີນໃນວິທະຍາສາດ-ເຕັກໂນໂລຊີ, ການສຶກສາ, ສາທາລະນະສຸກ ແລະ ຮັບປະກັນຊີວິດສັງຄົມ. ພິເສດແມ່ນບັນດາກິດຈະກຳພື້ນຖານໂຄງລ່າງຈຸດສຸມ, ໃນນັ້ນມີບັນດາກິດຈະກຳ “ໃຫ່ຍທີ່ບໍ່ເຄີຍມີມາກ່ອນ”, ບັນດາກິດຈະກຳ “ເປັນຄັ້ງທຳອິດ” ແລະ ບັນດາກິດຈະກຳໃໝ່ “ມີຄວາມໝາຍປະຫວັດສາດ”. ທີ່ພິທີເລີ່ມລົງມືກໍ່ສ້າງ 234 ກິດຈະກຳຈຸດສຸມໃນທົ່ວປະເທດດຳເນີນໃນວັນທີ 19 ທັນວາ ທີ່ຜ່ານມາ, ທ່ານ ເຈິ່ນຮົ່ງມິງ ລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໄດ້ຢືນຢັນວ່າ:

    ບັນດາຂະບວນການແຂ່ງຂັນຮັກຊາດທີ່ຜັນຂະຫຍາຍຢ່າງເລິກເຊິ່ງກ້ວາງຂວາງ ໄດ້ສ້າງເປັນບັນຍາກາດການກະທຳຢ່າງແຮງ, ແຜ່ຈະຈາຍຈິດໃຈຮັບຜິດຊອບ, ສ້າງການຫັນປ່ຽນຢ່າງຈະແຈ້ງກ່ຽວກັບໂສມໜ້າພື້ນຖານໂຄງລ່າງແຫ່ງຊາດ. ຫຼາຍໂຄງການໄດ້ລື່ນກາຍລະດັບຄວາມໄວ, ເປັນພື້ນຖານສຳຄັນໃຫ້ແກ່ການພັດທະນາຢ່າງວ່ອງໄວ, ຍືນຍົງໃນໄລຍະພັດທະນາໃໝ່ຂອງປະເທດຊາດ.

   ຂະບວນການແຂ່ງຂັນຮັກຊາດໄດ້ຕິດພັນກັບເປົ້າໝາຍພັດທະນາລະອຽດຂອງແຕ່ລະຂະແໜງ, ແຕ່ລະທ້ອງຖິ່ນ. ການແຂ່ງຂັນບໍ່ແມ່ນຂະບວນການແບບຮູບການອີກແລ້ວ, ຫາກຍັງໄດ້ກາຍເປັນກຳລັງໜູນ, ປຸກລຸກຄວາມມຸ່ງຫວັງອຸທິດສ່ວນ, ຈິດໃຈຮັບຜິດຊອບ ແລະ ເຈດຈຳນົງບືນຕົວຂຶ້ນຂອງແຕ່ລະໝູ່ຄະນະ, ສ່ວນບຸກຄົນ, ຄືດັ່ງຄຳຢືນຢັນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ວ່າ:

          ຂະບວນການແຂ່ງຂັນຮັກຊາດໄດ້ນຳມາເຊິ່ງປະສິດທິຜົນ, ຜົນປະໂຫຍດ, ນຳມາເຊິ່ງຄຸນຄ່າຫຼັກແຫຼ່ງ, ຢັ້ງຢືນມູນເຊື້ອວັດທະນະທຳປະຫວັດສາດອັນສະຫງ່າລາສີຂອງປະເທດຊາດ. ພ້ອມກັນນັ້ນ ກໍ່ໄດ້ນຳມາເຊິ່ງກຳລັງໜູນໃຫ້ແກ່ການພັດທະນາ, ສົ່ງແຫຼ່ງບັນດານໃຈໃຫ້ແກ່ຂະບວນການ ແລະ ສະແດງໃຫ້ເຫັນນ້ຳໃຈຮັກຊາດໃນແຕ່ລະວຽກ, ແຕ່ລະຄົນ, ແຕ່ລະຂະແໜງ ແລະ ໃນແຕ່ລະເຫດການ.

             ໃນທົ່ວປະເທດ, ຂະບວນການແຂ່ງຂັນລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພ, ແຂ່ງຂັນປ່ຽນແປງໃໝ່ປະດິດຄິດສ້າງ, ຍົກສູງສະມັດຕະພາບການອອກແຮງງານ, ເປັນເຈົ້າການວິທະຍາສາດ-ເຕັກໂນໂລຊີ, ຊຸກຍູ້ການຫັນເປັນດີຈີຕອນ, ພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ; ແຂ່ງຂັນສ້າງລະບອບລະບຽບການລຸລ່ວງ, ກົງຈັກບັນລຸປະສິດທິຜົນ, ປະສິດທິພາບ… ລ້ວນແຕ່ໄດ້ຕິດພັນຢ່າງແໜ້ນແຟ້ນກັບໜ້າທີ່ພັດທະນາປະເທດຊາດ, ປຸກລຸກຄວາມຄາດຫວັງອຸທິດສ່ວນໃນແຕ່ລະຄົນ.

ສ້າງບັນຍາດກາດ, ກຳລັງໜູນໃໝ່

    ໃນສະພາບການດັ່ງກ່າວ, ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 11 ດ້ວຍຫົວຂໍ້ “ແຂ່ງຂັນປ່ຽນແປງໃໝ່, ປະດິດຄິດສ້າງ, ເພີ່ມຄວາມໄວບຸກທະລຸ ນຳປະເທດຊາດກ້າວເຂົ້າສູ່ສັງກາດພັດທະນາຢ່າງຈະເລີນຮຸ່ງເຮືອງ, ສີວິໄລ, ວັດທະນາຖາວອນ” ຈະສ້າງບັນຍາດກາດ, ກຳລັງໜູນ ປະກອບສ່ວນປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມຢ່າງມີໄຊ, ຮັກສາການປ້ອງກັນຊາດ ປ້ອງກັນຄວາມສະຫງົບໄລຍະ 2026-2030 ຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ນຳ ຫວຽດນາມ ກ້າວເຂົ້າສູ້ສັງກາດໃໝ່. ທ່ານນາງ ຈິ້ງທິຖຸຍ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ຢືນຢັນວ່າ:

          ກອງປະຊຸມໃຫ່ຍໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຕັດສິນໃຈການເມືອງສູງຂອງພັກ ແລະ ລັດ ໃນການສືບຕໍ່ເສີມຂະຫຍາຍມູນເຊື້ອແຂ່ງຂັນຮັກຊາດ, ຖືການແຂ່ງຂັນຮັກຊາດແມ່ນມາດຕະການສຳຄັນ ເພື່ອປຸກລະດົມກຳລັງແຮງສັງລວມຂອງທັງລະບົບການເມືອງ, ປະຊາຄົມວິສາຫະກິດ ແລະ ທົ່ວປວງຊົນໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.

          ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດບໍ່ຢຸດຢູ່ແຕ່ການເຊີດຊູ, ຫາກຢູ່ໃນສານການກະທຳໃຫ້ແກ່ເສັ້ນທາງເດີນຕໍ່ໄປ, ແມ່ນຄຳຮຽກຮ້ອງໃຫ້ແກ່ອະນາຄົດ, ຂະນະທີ່ແຕ່ລະສ່ວນບຸກຄົນ, ແຕ່ລະໝູ່ຄະນະ ລ້ວນແຕ່ເຫັນໄດ້ເຖິງຄວາມຮັບຜິດຊອບ ແລະ ບົດບາດຂອງຕົນ ໃນພາລະກິດພັດທະນາປະເທດຊາດ./.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ນະວັດຕະກຳ, ການຫັນເປັນດີຈີຕອນ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ນະວັດຕະກຳ, ການຫັນເປັນດີຈີຕອນ

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງບົດບາດສຳຄັນພິເສດ, ມີລັກສະນະພື້ນຖານ ແລະ ແກ່ນສານຂອງວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ.

Top