ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ເປົ້າໝາຍເຕີບໂຕໄລຍະ 2026 – 2030 ແມ່ນ 9,0 – 9,5%/ປີ, ທາງແຂວງຕ້ອງຜັນຂະຫຍາຍບັນດາກົນໄກ, ນະໂຍບາຍຢ່າງຂ້ຽວຂາດ
(ທ່ານນາຍົກລັດຖະມົນຕີ ເລມິນຮຶງ, ກ່າວຄຳເຫັນທີ່ການເຮັດວຽກ)
ຕອນເຊົ້າວັນທີ 27 ພຶດສະພາ, ຢູ່ແຂວງ ດົ່ງທາບ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ດົ່ງທາບ ກ່ຽວກັບການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ເປົ້າໝາຍເຕີບໂຕ “2 ຕົວເລກ”.
ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ເປົ້າໝາຍເຕີບໂຕໄລຍະ 2026 – 2030 ແມ່ນ 9,0 – 9,5%/ປີ, ທາງແຂວງຕ້ອງຜັນຂະຫຍາຍບັນດາກົນໄກ, ນະໂຍບາຍຢ່າງຂ້ຽວຂາດ, ສຸມໃສ່ສ້າງແຜນການເຕີບໂຕ, ວິທີການເຕີບໂຕ, ປ່ຽນແປງໃໝ່ຮູບແບບເຕີບໂຕເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.
“ດົ່ງທາບ ຕ້ອງສ້າງລາຍການ, ແຜນການເຕີບໂຕ 2 ຕົວເລກເພື່ອມອບໝາຍໃຫ້ບັນດາພະແນກ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດໃນບໍລິເວນ. ລະອຽດແມ່ນອຸດສາຫະກຳ, ກະສິກຳແມ່ນເຕີບໂຕເທົ່າໃດ? ບົນພື້ນຖານແຜນການເຕີບໂຕຄືແນວນັ້ນ ແຫຼ່ງກຳລັງງົບປະມານສູນກາງແມ່ນເທົ່າໃດ, ສ່ວນທີ່ຍັງເຫຼືອແມ່ນລະດົມແຫຼ່ງກຳລັງສັງຄົມຈາກບັນດານັກລົງທຶນຢູ່ພາຍໃນປະເທດ ແລະ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ”.
ພ້ອມກັນນັ້ນ, ທາງແຂວງກຳນົດຮູບແບບເຕີບໂຕໃໝ່ ອີງໃສ່ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ, ກໍຄືຄວາມສາມາດບົ່ມຊ້ອນ, ທ່າແຮງແກ່ງແຍ້ງ ແລະ ແຫຼ່ງກຳລັງທີ່ມີຢູ່ແລ້ວຂອງແຂວງ.
(ແຫຼ່ງຄັດຈາກ VOV)