• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແກ້​ໄຂ​ບັນ​ດາ​ວຽກ​ເຮັດ​ງານ​ທຳ, ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່ໃຫ້​ແກ່​ຜູ້​ອອກ​ແຮງ​ງານ

ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫວະ ໃຫ້ຮູ້ວ່າ ເນື້ອໃນການຊັກຖາມຢູ່ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ເຂົ້າ 4 ກຸ່ມບັນຫາຂຶ້ນກັບຂົງເຂດຄຸ້ມຄອງລັດ
ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)

ຕອນເຊົ້າວັນທີ 6 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ວາລະຊັກຖາມຄັ້ງທຳອິດໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ XV ໄດ້ດຳເນີນດ້ວຍການຕອບຄຳຊັກຖາມຂອງທ່ານດ່າວງອກຢຸງ ລັດຖະມົນຕີ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ. ຕາມທ່ານປະທານສະພາແຫ່ງຊາດເວືອງດິ່ງເຫວະ ແລ້ວ, ເນື້ອໃນການຊັກຖາມຢູ່ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ເຂົ້າ 4 ກຸ່ມບັນຫາຂຶ້ນກັບຂົງເຂດຄຸ້ມຄອງລັດ ຂອງບັນດາກະຊວງຄື: ກະຊວງແຮງານ - ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແລະ ຄະນະກຳມະການຊົນເຜົ່າ. ນີ້ແມ່ນບັນດາບັນຫາໃຫຍ່, ສຳຄັນ, ບໍ່ພຽງແຕ່ມີຄວາມຈຳເປັນ, ຮີບດ່ວນໃນສະເພາະໜ້າເທົ່ານັ້ນ ຫາກຍັງມີຄວາມໝາຍທາງດ້ານຍຸດທະສາດ, ຍາວນານອີກດ້ວຍ. ທ່ານກ່າວວ່າ:

ການຊັກຖາມ ແລະ ການພິຈາລະນາການຕອບຄຳຊັກຖາມ ແມ່ນຮູບການຕິດຕາມກວດກາທີ່ມີປະສິດທິຜົນ, ສະແດງໃຫ້ເຫັນລັກສະນະປະຊາທິປະໄຕ, ສິດອຳນາດກົດໝາຍ, ເປັນມືອາຊີບ, ເປີດເຜີຍ, ໂປ່ງໃສ ໃນການເຄື່ອນໄຫວຂອງສະພາແຫ່ງຊາດ. ບົນພື້ນຖານການກະກຽມຢ່າງລອບຄອບຖີ່ຖ້ວນ, ລະອຽດລະອໍ, ດ້ວຍພຶດຕິກຳຕົວຈິງທີ່ອຸດົມສົມບູນໃນຂະແໜງ, ຂົງເຂດປະຕິບັດງານ ແລະ ປະສົບການທີ່ໄດ້ສະສົມຈາກວິວັດການເຄື່ອນໄຫວຢູ່ສະພາແຫ່ງຊາດ, ດ້ວຍຈິດໃຈເຮັດວຽກຕັ້ງໃຈ, ສຸດຈິດສຸດໃຈ, ກົງໄປກົງມາ, ຢາກຮ່ຳຢາກຮຽນ, ພວກເຮົາເຊື່ອໝັ້ນວ່າວາລະຊັກຖາມ ແລະ ຕອບຄຳຊັກຖາມ ຈະຕອບສະໜອງ ຄວາມຮຽກຮ້ອງຕ້ອງການໃນຕົວຈິງ, ຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໄດ້

ກ່ຽວກັບວຽກເຮັດງານທຳ, ຕາມການສະຖິຕິແລ້ວ, ໄລ່ສະເລ່ຍອັດຕາວ່າງງານໃນໄຕມາດທີ 1 ປີ ນີ້ແມ່ນ 2,25%ຢູ່ໃນລະດັບຕ່ຳເມື່ອທຽບໃສ່ກັບບັນດາປະເທດ. ການຕີລາຄານີ້ແມ່ນມີຄວາມພາວະວິໄສ ແລະ ມີວິທະຍາສາດ, ອີງຕາມບັນດາມາດຖານລະອຽດໂດຍສາກົນວາງອອກ. ຈຳນວນແຮງງານບໍ່ມີວຽກເຮັດງານທຳແມ່ນຍ້ອນການຫຼຸດຜ່ອນໃບສັ່ງຊື້ສິນຄ້າ ແລະ ປັດໄຈຕ່າງໆໂດຍບັນດາວິສາຫະກິດຫຼຸດຜ່ອນໃບສັ່ງຊື້ສິນຄ້າ, ສ້າງໂຄງປະກອບການຜະລິດຄືນໃໝ່, ປ່ຽນແປງກຳລັງແຮງງານ. ເພື່ອແກ້ໄຂບັນຫາວຽກເຮັດງານທຳ, ທ່ານລັດຖະມົນຕີດ່າວງອກຢຸງ ໄດ້ສະເໜີບັນດາທ້ອງຖິ່ນ ຍູ້ແຮງການເຄື່ອນໄຫວຂອງບັນດາສູນ ວຽກເຮັດງານທຳ; ໃນຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳສະບັບປັບປຸງ ຈະມີການກຳນົດຢ່າງລະອຽດກ່ຽວກັບບັນຫານີ້.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top