ຂ່າວສານ ເຫດແຜ່ນດິນໄຫວຢູ່ ເວເນຊູເອລາ: ຈຳນວນຜູ້ເສຍຊີວິດສືບຕໍ່ເພີ່ມຂຶ້ນ. 26/06/2026 ທ່ານນາງ Delcy Rodriguez ປະທານາທິບໍດີ ຊົ່ວຄາວ ເວເນຊູເອລາໄດ້ລົງກວດກາສະພາບຕົວຈິງ ຢູ່ La Guaira ເຊິ່ງແມ່ນສະຖານທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນເຫດແຜ່ນດິນໄຫວ ແລະ ໄດ້ຮັບການປະກາດວ່າແມ່ນ “ເຂດວິນາດຕະກຳ”. ຄົນເຈັບຢູ່ໂຮງໝໍແຫ່ງໜຶ່ງໄດ້ຮັບການອົບພະຍົບໄປຍັງບ່ອນປອດໄພພາຍຫຼັງໂຮງໝໍຖືກເປເພໂດຍ ເຫດແຜ່ນດິນໄຫວກໍ່ຂຶ້ນ (ພາບ: AP/Pedro Mattey)ໄລ່ຮອດທ້າຍວັນທີ 25 ມິຖຸນາ ຕາມເວລາທ້ອງຖິ່ນ, ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວເປັນສອງຄັ້ງຢ່າງລຽນຕິດທີ່ເກີດຂຶ້ນໃນຄ່ຳຄືນວັນທີ 24 ມິຖຸນາຢູ່ ເວເນຊູເອລາ ໄດ້ເພີ່ມຂຶ້ນເປັນ 235 ຄົນ, ປະມານ 4.500 ຄົນຖືກບາດເຈັບ. ປັດຈຸບັນ, ບັນດາກຳລັງເຈົ້າໜ້າທີ່ ແລະ ປະຊາຊົນປະເທດນີ້ ພວມຊ່ວງເສັງກັບເວລາເພື່ອຊອກຫາຜູ້ຖືກຕິດຄ້າງໃນຂະນະທີ່ບັນດາ ຄວາມສັ່ນສະເທືອນຢ່າງແຮງຍັງສືບຕໍ່ເກີດຂຶ້ນຢ່າງຕໍ່ເນື່ອງ. ວັນທີ 25 ມິຖຸນາ, ທ່ານນາງ Delcy Rodriguez ປະທານາທິບໍດີ ຊົ່ວຄາວ ເວເນຊູເອລາໄດ້ລົງກວດກາສະພາບຕົວຈິງ ຢູ່ La Guaira ເຊິ່ງແມ່ນສະຖານທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນເຫດແຜ່ນດິນໄຫວ ແລະ ໄດ້ຮັບການປະກາດວ່າແມ່ນ “ເຂດວິນາດຕະກຳ”.ໃນສະພາບການນັ້ນ, ບັນດາທິມກູ້ໄພກູ້ຊີບສາກົນ ພວມຮີບເຮັ່ງເດີນທາງມາຍັງເວເນຊູເອລາ ເພື່ອໜູນຊ່ວຍ. (ແຫຼ່ງຄັດຈາກ VOV)

ທ່ານນາງ Delcy Rodriguez ປະທານາທິບໍດີ ຊົ່ວຄາວ ເວເນຊູເອລາໄດ້ລົງກວດກາສະພາບຕົວຈິງ ຢູ່ La Guaira ເຊິ່ງແມ່ນສະຖານທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນເຫດແຜ່ນດິນໄຫວ ແລະ ໄດ້ຮັບການປະກາດວ່າແມ່ນ “ເຂດວິນາດຕະກຳ”. ຄົນເຈັບຢູ່ໂຮງໝໍແຫ່ງໜຶ່ງໄດ້ຮັບການອົບພະຍົບໄປຍັງບ່ອນປອດໄພພາຍຫຼັງໂຮງໝໍຖືກເປເພໂດຍ ເຫດແຜ່ນດິນໄຫວກໍ່ຂຶ້ນ (ພາບ: AP/Pedro Mattey)ໄລ່ຮອດທ້າຍວັນທີ 25 ມິຖຸນາ ຕາມເວລາທ້ອງຖິ່ນ, ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວເປັນສອງຄັ້ງຢ່າງລຽນຕິດທີ່ເກີດຂຶ້ນໃນຄ່ຳຄືນວັນທີ 24 ມິຖຸນາຢູ່ ເວເນຊູເອລາ ໄດ້ເພີ່ມຂຶ້ນເປັນ 235 ຄົນ, ປະມານ 4.500 ຄົນຖືກບາດເຈັບ. ປັດຈຸບັນ, ບັນດາກຳລັງເຈົ້າໜ້າທີ່ ແລະ ປະຊາຊົນປະເທດນີ້ ພວມຊ່ວງເສັງກັບເວລາເພື່ອຊອກຫາຜູ້ຖືກຕິດຄ້າງໃນຂະນະທີ່ບັນດາ ຄວາມສັ່ນສະເທືອນຢ່າງແຮງຍັງສືບຕໍ່ເກີດຂຶ້ນຢ່າງຕໍ່ເນື່ອງ. ວັນທີ 25 ມິຖຸນາ, ທ່ານນາງ Delcy Rodriguez ປະທານາທິບໍດີ ຊົ່ວຄາວ ເວເນຊູເອລາໄດ້ລົງກວດກາສະພາບຕົວຈິງ ຢູ່ La Guaira ເຊິ່ງແມ່ນສະຖານທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນເຫດແຜ່ນດິນໄຫວ ແລະ ໄດ້ຮັບການປະກາດວ່າແມ່ນ “ເຂດວິນາດຕະກຳ”.ໃນສະພາບການນັ້ນ, ບັນດາທິມກູ້ໄພກູ້ຊີບສາກົນ ພວມຮີບເຮັ່ງເດີນທາງມາຍັງເວເນຊູເອລາ ເພື່ອໜູນຊ່ວຍ.
ບັນດາບົດຕໍ່ໄປ ປົກປ້ອງເດັກນ້ອຍແມ່ນໜ້າທີ່ບຸລິມະສິດໃນຍຸດທະສາດພັດທະນາມະນຸດ ຫວຽດນາມ26/06/2026ຂ່າວສານວຽກງານປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາເດັກນ້ອຍແມ່ນແຜນນະໂຍບາຍໃຫຍ່ໂດຍພັກ ແລະ ລັດເອົາໃຈໃສ່ເປັນພິເສດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ປາແລັດສະຕິນ ເຂົ້າຢ້ຽມອຳລາ26/06/2026ຂ່າວສານສູ້ຊົນບັນລຸເປົ້າໝາຍທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ໄດ້ 7.000 ອັດຖິ26/06/2026ຂ່າວສານຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ25/06/2026ຂ່າວສານທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ກໍ່ສ້າງລຸ້ນຊາວໜຸ່ມ ຫວຽດນາມ ຮ່ຳຮຽນຕະຫຼອດຊີວິດ, ເປັນເຈົ້າວິທະຍາສາດ - ເຕັກໂນໂລຊີ25/06/2026ຂ່າວສານປະທານ ໂຮ່ຈີມິນ ຍາມໃດກໍ່ຢູ່ໃນດວງໃຈຂອງປະຊາຊົນ ເວເນຊູເອລາ ແຕ່ລະຄົນ25/06/2026ຂ່າວສານກະຊວງອຸດສາຫະກຳການຄ້າຜັນຂະຫຍາຍ “ຮ້ານວາງສະແດງສິນຄ້າສີຂຽວ - ປະຢັດພະລັງງານ” 25 ຮ້ານໃນທົ່ວປະເທດ25/06/2026ຂ່າວສານ ອ່ານເພີ່ມ