ການທົດລອງບໍ່ພຽງແຕ່ປະກອບສ່ວນຫັນຜະລິດຕະພັນການທ່ອງທ່ຽວເປັນຫຼາຍຮູບແບບເທົ່ານັ້ນ ຫາກຍັງເປີດທິດທາງພັດທະນາເສດຖະກິດໃຫ້ແກ່ປະຊາຊົນແຄມທະເລຢູ່ເຂດພິເສດເວິນດົນ, ຕິດພັນກັບການຂຸດຄົ້ນຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງອີກດ້ວຍ.
ເວິນດົນທົດລອງພັດທະນາຮູບແບບການທ່ອງທ່ຽວຊີວະພາບເຂດທະເລໝູ່ເກາະຕິດພັນກັບການປູກລ້ຽງສິນໃນນ້ຳ ໃນປີ 2026 (ພາບ: VOV)
ຄະນະກຳມະການປະຊາຊົນເຂດພິເສດ ເວິນດົນ, ແຂວງກ໋ວາງນິງ ຫາກໍ່ປະກາດໃຊ້ວິທິການທົດລອງພັດທະນາຮູບແບບການທ່ອງທ່ຽວຊີວະພາບເຂດທະເລໝູ່ເກາະຕິດພັນກັບການປູກລ້ຽງສິນໃນນ້ຳ ໃນປີ 2026, ນຳບັນດາເຂດປູກລ້ຽງກາຍເປັນສະຖານທີ່ທ່ອງທ່ຽວ, ລົງຕົວຈິງໃຫ້ແກ່ແຂກທ່ອງທ່ຽວ.
ຕາມນັ້ນແລ້ວ, ຮູບແບບນີ້ຈະໄດ້ຮັບການຜັນຂະຫຍາຍຢູ່ 16 ເຂດປູກລ້ຽງ ສິນໃນນ້ຳໃນບໍລິເວນ. ມາແຫ່ງນີ້, ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຊົມບັນດາເຂດປູກລ້ຽງຢູ່ທະເລທີ່ນຳໃຊ້ເຕັກໂນໂລຢີສູງເທົ່ານັ້ນ ຫາກຍັງໄດ້ເກັບກຳສິນໃນນ້ຳໂດຍກົງ, ທົດລອງຊີວິດການເປັນຢູ່ຂອງຊາວປະມົງ ແລະ ເຂົ້າຮ່ວມບັນດາກິດຈະກຳຕ່າງໆ, ຄື ພາຍເຮືອ kayak, ພາຍ SUP ແລະ ອາບນ້ຳທະເລ. ໜຶ່ງໃນບັນດາຈຸດເນັ້ນຂອງລາຍການແມ່ນການສ້າງເຮືອນແພແບບຢ່າງແຕ່ 8 – 10 ຫຼັງທີ່ໄດ້ຮັບການລົງທຶນຢ່າງຄົບຊຸດ, ນຳໃຊ້ວັດຖຸດິບເປັນມິດກັບສິ່ງແວດລ້ອມ, ຄ່ອຍໆສ້າງຜະລິດຕະພັນການທ່ອງທ່ຽວສີຂຽວຕິດພັນກັບການລ້ຽງຢູ່ທະເລເທື່ອລະກ້າວ. ທ່ານດ່າວວັນຫວູ້, ຮອງປະທານຄະນະກຳມະການປະຊາຊົນ ເຂດພິເສດ ເວິນດົນ ໃຫ້ຮູ້ວ່າ:
ເວິນດົນ ກຳນົດພັດທະນາເສດຖະກິດທະເລແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນທີ່ສຸດ. ພວກຂ້າພະເຈົ້າໄດ້ປະສານສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບເພື່ອສຳຫຼວດກວດຄືນ, ປັບປຸງແຜນຜັງກຳນົດລວມເຂດເສດຖະກິດເວິນດົນ, ກໍ່ຄືກຳນົດການວາງແຜນຜັງສະຖານທີ່ທະເລເໝາະສົມກັບຂໍ້ຕົກລົງເລກທີ 80 ຂອງນາຍົກລັດຖະມົນຕີ. ບົນພື້ນຖານນັ້ນ, ທາງທ້ອງຖິ່ນໄດ້ກຳນົດການພັດທະນາບັນດາເຂດທ່ອງທ່ຽວ, ເຂດການບໍລິການມີຄຸນນະພາບສູງ ແລະ ເຂດປູກລ້ຽງຢູ່ທະເລທີ່ນຳໃຊ້ເຕັກໂນໂລຢີສູງພ້ອມກັນ, ສອດຄ່ອງກັບທ່າອ່ຽງພັດທະນາໃນໄລຍະຈະມາເຖິງ.
ການທົດລອງບໍ່ພຽງແຕ່ປະກອບສ່ວນຫັນຜະລິດຕະພັນການທ່ອງທ່ຽວເປັນຫຼາຍຮູບແບບເທົ່ານັ້ນ ຫາກຍັງເປີດທິດທາງພັດທະນາເສດຖະກິດໃຫ້ແກ່ປະຊາຊົນແຄມທະເລຢູ່ເຂດພິເສດເວິນດົນ, ຕິດພັນກັບການຂຸດຄົ້ນຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງອີກດ້ວຍ.
(ແຫຼ່ງຄັດຈາກ VOV)