ຕອນບ່າຍວັນທີ 27 ມັງກອນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບຄະນະບໍລິຫານງານ ອົງຄະນະພັກແຂວງ ກວາງນິງ ກ່ຽວກັບສະພາບການພັດທະນາເສດຖະກິດສົງຄົມ, ຄວາມສະຫງົບປອດໄພ, ບັນດານະໂຍບາຍໜູນຊ່ວຍສັງຄົມ, ການສັບຊ້ອນກົງຈັກໃນລະບົບການເມືອງ ແລະ ສະພາບການຈັດຕັ້ງປະຕິບັດມະຕິຂອງສູນກາງ. ເຂົ້າຮ່ວມວາລະເຮັດວຽກດັ່ງກ່າວ ມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ
ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ກວາງນິງ ເຊື່ອມຊຶມເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XIV ຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍບັນດາກຳນົດທິດຍຸດທະສາດຈຸດສຸມຢ່າງຄົບຊຸດ ແລະ ຂ້ຽວຂາດ. ທ່ານກ່າວວ່າ:
“ກວາງນິງ ຕ້ອງສືບຕໍ່ຢັ້ງຢືນບົດບາດນຳໜ້າ, ເປັນເຈົ້າການເພື່ອສະເໜີ ແລະ ຮ່ວມເດີນທາງ; ຜັນຂະຫຍາຍກົນໄກພິເສດກ່ຽວກັບທີ່ດິນ, ການເງິນ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ເສດຖະກິດທະເລ, ເສດຖະກິດຊາຍແດນ ແລະ ເສດຖະກິດຕົວເມືອງ ເພື່ອເປີດກວ້າງເຂດເຕີບໂຕ, ບຸກທະລຸ. ອຳນາດການປົກຄອງທຸກຂັ້ນຕ້ອງມີການຫັນປ່ຽນຢ່າງແທດຈິງ ຈາກ “ຄຸ້ມຄອງ” ກາຍເປັນ “ສ້າງສັນ, ຮັບໃຊ້”, ຖືປະສິດທິຜົນຮັບໃຊ້ ແລະ ຄຸນນະພາບພັດທະນາເສດຖະກິດເປັນ ໄມ້ວັດແທກ; ຍູ້ແຮງການຫັນລະບຽບການບໍລິຫານເປັນງ່າຍດາຍ, ຫັນເປັນດີຈີຕອນ, ຫັນເປັນຈະແຈ້ງ ແລະ ບໍລິຫານບົນພື້ນຖານຂໍ້ມູນ, ວິເຄາະ, ຄາດຄະເນ. ເຊື່ອມຊຶມເນື້ອໃນຈິດໃຈກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ກວາງນິງ ຖືການປະຕິບັດຢ່າງມີລະບຽບວິໄນ ແລະ ມີຄວາມຮັບຜິດຊອບຕິດພັນກັບໝາກຜົນແມ່ນຄຳຮຽກຮ້ອງທີ່ຈຳເປັນ”.
(ແຫຼ່ງຄັດຈາກ VOV)