• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຕ້ອງ​ຕິດ​ແໜ້ນ​ກັບ​ການ​ພັດ​ທະ​ນາ​ວິ​ທີ​ຫາ​ເງິນ​ລ້ຽງ​ຊີບ

ການ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຕ້ອງ​ຕິດ​ແໜ້ນ​ກັບ​ການ​ພັດ​ທະ​ນາ​ວິ​ທີ​ຫາ​ເງິນ​ລ້ຽງ​ຊີບ, ໂດຍ​ສະ​ເພາະ​ແມ່ນ​ການ​ທ່ອງ​ທ່ຽວ​ຊຸມ​ຊ​ົນ, ເພື່ອ​ໃຫ້​ປະ​ຊາ​ຊົນ​ທັງ​ຮັກ​ສາ​ສີ​ສັນ, ທັງ​ຍົກ​ສູງ​ລາຍ​ຮັບ, ຈາກ​ນັ້ນ ຈຶ່ງ​ສ້າງ​ກຳ​ລັງ​ໜູນ​ຍາວ​ນານ​ໃຫ້​ແກ່​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ (ພາບ: TTXVN)  

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ ຫວຽດ​ນາມ (ວັນ​ທີ 19 ເມ​ສາ), ຕອນ​ເຊົ້າ​ວັນ​ທີ 18 ເມ​ສາ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ມີ​ການ​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ນາຍ​ບ້ານ, ນັ​ກ​ສິ​ລະ​ປະ​ການ, ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽ​ງ​ທີ່​ດີ​ເດັ່ນ ລວມ​ທັງ​ໝົດ 124 ຄົນ ທີ່​ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ, ເສີ​ມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນ​ດາ​ເຜົ່າ.

ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ວ່າ:

“ພ້ອມ​ກັນ​ຮັກ​ສາ​ຄວາມ​ສະ​ຫງົບ​ສຸກຂອງ​ໝູ່​ບ້ານ, ປະ​ກອບ​ສ່ວນ​ສ້າງ​ສະ​ຖຽນ​ລະ​ພາບ​ຈາກ​ຂັ້ນ​ຮາກ​ຖານ. ຂ້າ​ພະ​ເຈົ້າ​ປາ​ດ​ຖະ​ໜາ​ວ່າ ພວກ​ລຸງປ້າ​ອ່າວ​ອາ​ອ້າຍ​ເອື້ອຍ ຈະ​ສືບ​ຕໍ່​ຂົນ​ຂວາຍ​ພໍ່​ແມ່​ພີ່​ນ້ອງ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ກຸ້ມ​ຕ​ົນ​ເອງ, ເປັ​ນ​ເຈົ້າ​ການ​ບືນ​ຕົວ​ຂຶ້ນ, ພັດ​ທະ​ນາ​ເສດ​ຖະ​ກິດ​ຄອບ​ຄົວ, ລົບ​ລ້າງ​ບັນ​ດາ​ຮີດ​ເກົ່າ​ຄອງ​ເດີມ​ທີ່​ຫຼ້າຫຼັງ​, ສ້າງ​ການ​ດຳ​ລົງ​ຊີ​ວິດ​ສິ​ິ​ວິ​ໄລ. ການ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຕ້ອງ​ຕິດ​ແໜ້ນ​ກັບ​ການ​ພັດ​ທະ​ນາ​ວິ​ທີ​ຫາ​ເງິນ​ລ້ຽງ​ຊີບ, ໂດຍ​ສະ​ເພາະ​ແມ່ນ​ການ​ທ່ອງ​ທ່ຽວ​ຊຸມ​ຊ​ົນ, ເພື່ອ​ໃຫ້​ປະ​ຊາ​ຊົນ​ທັງ​ຮັກ​ສາ​ສີ​ສັນ, ທັງ​ຍົກ​ສູງ​ລາຍ​ຮັບ, ຈາກ​ນັ້ນ ຈຶ່ງ​ສ້າງ​ກຳ​ລັງ​ໜູນ​ຍາວ​ນານ​ໃຫ້​ແກ່​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ. ການ​ພັດ​ທະ​ນາ​ບໍ່​ພຽງ​ແຕ່​ແມ່ນ​ມີ​ສິ່ງ​ໃໝ່​ເພີ່ມ​ເຕີມ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ອັນ​ດີ​ງາມ​ທີ່​ມີ​ຢູ່​ແລ້ວ​ໃຫ້​ເປັນ​ຢ່າງ​ດີ​ອີກ​ດ້ວຍ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ”. ສິ່ງ​ດັ່ງ​ກ່າວ ໂດຍ​ທ່ານ ດັ້ງ​ຮ​ວ່າງ​ຢາງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ ເນື່ອງ​ໃນ​ໂອ​ກາດ​ ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ລັດ​ຖະ​ສະ​ພາ​ສາ​ກົນ ຄັ້ງ​ທີ 152 (IPU), ຢູ່ Istanbul (ຕວັກ​ກີ)

Top