• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຫວຽດນາມ ສັງກາດໃໝ່

ເລືອກເອົາ​ບັນ​ດາ​ຜູ້​ແທນ​ດີ​ເດັ່ນ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

ວັນທີ 15 ມີນາ ປີ 2026, ຜູ້ມີສິດເລືອກຕັ້ງ ຫວຽດນາມ ກວ່າ 73 ລ້ານຄົນ ຈະປ່ອນບັດເລືອກຕັ້ງ ສສຊ ຊຸດທີ XVI ແລະ ຜູ້ແທນສະພາ ປຊຊ ຂັ້ນຕ່າງໆ ອາຍຸການ 2026-2031. ນີ້ບໍ່ພຽງແຕ່ແມ່ນຂັ້ນຕອນນິຕິກຳນັດສາມັນເທົ່ານັ້ນ, ຫາກຍັງແມ່ນການສະແດງອອກສິດເປັນເຈົ້າຂອງ ປຊຊ ຢ່າງລະອຽດຜ່ານແຕ່ລະບັດເລືອກຕັ້ງອີກດ້ວຍ. ແຕ່ລະການຄັດເລືອກຂອງຜູ້ມີສິດເລືອກຕັ້ງໃນມື້ນີ້ ແມ່ນຄຳຕອບໃຫ້ແກ່ການພັດທະນາປະເທດແບບຍືນຍົງໃນ 5 ປີຂ້າງໜ້າ.
ຕິດປະກາດບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງຢູ່ບັນດາສະຖານທີ່ເລືອກຕັ້ງ (ພາບ ເລະຈີ)

ປະເທດຊາດ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດໃໝ່, ແຕ່ລະບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງກວ່າ 73 ລ້ານຄົນ ແມ່ນ “ດິນຈີ່” ກໍ່ສ້າງປະເທດຊາດໃຫ້ກະທັດລັດ, ມີປະສິດທິພາບ ແລະ ເພື່ອ ປຊຊ ຢ່າງແທ້ຈິງ.

ຮັບປະກັນຫຼັກການທົ່ວໄປ, ສະເໝີພາບ, ໂດຍກົງ ແລະ ປ່ອນບັດລັບ   

ກະດານໂຄສະນາປະຊາສຳພັນ “ວັນເລືອກຕັ້ງ” ທີ່ຕັ້ງຢູ່ຕໍ່ໜ້າປະຕູສຳນັກງານ ຄະນະກຳມະການປະຊາຊົນ ແຂວງ ສະແດັກ (ແຂວງ ດົງທັບ), ມີການພິມລະຫັດ QR code ເພື່ອຊອກຫາຂໍ້ມູນການເລືອກຕັ້ງ.
ປະຊາຊົນສະແກນລະຫັດ QR code ເພື່ອຊອກຫາຂໍ້ມູນການເລືອກຕັ້ງ

ຄຸ່ນຄ່າຂອງບັດເລືອກຕັ້ງແຕ່ລະບັດລ້ວນແຕ່ມີຄວາມສະເໝີພາບໃນການເລືອກຕັ້ງ. ເຖິງວ່າຈະແມ່ນຊາວກະສິກອນ, ກຳມະກອນ, ນັກປັນຍາຊົນ ຫຼືນັກທຸລະກິດ, ເຖິງວ່າຈະຢູ່ເຂດຕົວເມືອງ ຫຼືຊົນນະບົດ, ພົນລະເມືອງແຕ່ລະຄົນລ້ວນແຕ່ມີສິດເທົ່າທຽມກັນໃນການຄັດເລືອກເອົາຜູ້ຕາງໜ້າ. ນັ້ນແມ່ນຄວາມເປັນເອກະພາບລະຫວ່າງສິດ ແລະ ຄວາມຮັບຜິດຊອບ: ສິດໄດ້ຄັດເລືອກ ແລະ ຄວາມຮັບຜິດຊອບໃນການນຶກຄິດຢ່າງລະມັດລະວັງກ່ຽວກັບການຄັດເລືອກຂອງຕົນ. ທ່ານ ເຈິ່ນແຢັງຢຸ້ງ, ຢູ່ຕາແສງ ວີ້ງຕຸຍ, ຮ່າໂນ້ຍ ແບ່ງປັນວ່າ:     

ປີນີ້ ຂ້າພະເຈົ້າມີອາຍຸ 75 ປີແລ້ວ, ໄດ້ເລີ່ມໄປປ່ອນບັດກ່ອນນີ້ 52 ປີ. ໄປປ່ອນບັດເລືອກຕັ້ງແມ່ນສິດຂອງພົນລະເມືອງ, ມີຄວາມສັກສິດທີ່ສຸດ. ຍາມໃດຂ້າພະເຈົ້າກໍ່ໄດ້ໄປປ່ອນບັດໂດຍກົງ. ຂ້າພະເຈົ້າໄດ້ຄົ້ນຄ້ວາບັນຊີລາຍຊື່ ແລະ ອີງຕາມຜົນງານຂອງບັນດາຜູ້ສະໝັກຮັບເລືອກຕັ້ງ ເພື່ອເລືອກເອົາບັນດາຜູ້ທີ່ຂ້າພະເຈົ້າມີຄວາມເຊື່ອໝັ້ນ, ເປັນຜູ້ຕາງໜ້າໃຫ້ແກ່ຂ້າພະເຈົ້າ, ເວົ້າແທນສຽງເວົ້າຂອງ ປຊຊ, ຮັບໃຊ້ສັງຄົມນັບມື້ນັບດີກວ່າ.          

ໜ້າຂໍ້ມູນຂ່າວສານຂອງຕາແສງ ທາບເໝື່ອຍ ໃນແຟດບຸກ ມີເນື້ອໃນໂຄສະນາເຜີຍແຜ່ ກ່ຽວກັບການເລືອກຕັ້ງຢ່າງຫຼາກຫຼາຍ, ເຊິ່ງສ້າງຄວາມສະດວກສະບາຍໃຫ້ແກ່ປະຊາຊົນໃນການສຶກສາ ແລະ ຕິດຕາມຂໍ້ມູນ.

ປະຈຸບັນ, ວຽກງານກະກຽມການເລືອກຕັ້ງພວມໄດ້ຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານຢູ່ 34 ຄະນະກຳມະການເລືອກຕັ້ງຂັ້ນແຂວງ, 3.321 ຄະນະກຳມະການເລືອກຕັ້ງຂັ້ນຕາແສງ. ທ່ານນາງ ຫງວຽນກວິ່ງລຽນ, ກຳມະການຄະນະປະທານ, ຫົວໜ້າຄະນະປະຊາທິປະໄຕ, ຕິດຕາມກວດກາ ແລະ ຕີລາຄາສັງຄົມ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ:           

ທັງລະບົບການເມືອງພວມຕັ້ງໜ້າຜັນຂະຫຍາຍບັນດາວຽກງານໃຫ້ແກ່ການເລືອກຕັ້ງຊື່ງຈະຈັດຂຶ້ນໃນວັນທີ 15 ມີນາ ປີ 2026. ການຮັບປະກັນຜົນສຳເລັດຂອງການເລືອກຕັ້ງຄັ້ງນີ້ ໄດ້ສະແດງໃຫ້ເຫັນຈິດໃຈຖື ປຊຊ ເປັນກົກເຄົ້າ, ແນວຄິດ ລັດຂອງ ປຊຊ, ໂດຍ ປຊຊ, ເພື່ອ ປຊຊ. ການເລືອກຕັ້ງແມ່ນເພື່ອຫັນຈິດໃຈ ປຊຊ ເປັນເຈົ້າຂອງ, ເປັນເຈົ້າຕົນເອງໃຫ້ປະກົດຜົນເປັນຈິງ, ແມ່ນການສະແດງອອກຢ່າງມີຊີວິດຊີວາທີ່ສຸດຂອງສິດປະຊາທິປະໄຕໂດຍກົງຂອງ ປຊຊ ໃນການຄັດເລືອກເອົາບັນດາຜູ້ທີ່ດີເດັ່ນທີ່ສຸດຕາງໜ້າໃຫ້ຕົນເອງ ເຂົ້າຮ່ວມອົງການມີສິດອຳນາດສູງສຸດຢູ່ສູນກາງ ນັ້ນແມ່ນສະພາແຫ່ງຊາດ ແລະ ອົງການສິດອຳນາດແຫ່ງລັດຢູ່ທ້ອງຖິ່ນ ນັ້ນແມ່ນສະພາ ປຊຊ ຂັ້ນຕ່າງໆ.

ໂຄງການດຳເນີນງານຈະແຈ້ງ  

ໃນວິວັດການເລືອກຕັ້ງ, ໂຄງການດຳເນີນງານຂອງຜູ້ສະໝັກຮັບເລືອກຕັ້ງ ໄດ້ສວມທີ່ຕັ້ງບົດບາດສຳຄັນພິເສດ, ບໍ່ພຽງແຕ່ແມ່ນເນື້ອໃນບັງຄັບຕາມການກຳນົດເທົ່ານັ້ນ, ຫາກຍັງແມ່ນໄມ້ຫຼາວັດແທກກ່ຽວກັບວິໄສທັດ, ຄວາມສາມາດ, ຄວາມຮັບຜິດຊອບ ແລະ ແມ່ນຄຳໝັ້ນສັນຍາການເມືອງຂອງຜູ້ຕາງໜ້າໃຫ້ແກ່ ປຊຊ ຢູ່ອົງການ ປຊຊ ເລືອກຕັ້ງ. ກ່າວຄຳເຫັນທີ່ກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງເມື່ອວັນທີ 3 ມີນາທີ່ຜ່ານມາຢູ່ນະຄອນ ໂຮ່ຈີມິນ, ທ່ານ ເຈິ່ນລິວກວາງ, ເລຂາຄະນະພັກນະຄອນ ໃຫ້ຮູ້ວ່າ: ທາງນະຄອນກຳນົດທິດຮອດປີ 2035  ຈະມີ 27 ສາຍທາງລົດໄຟຕົວເມືອງ (metro); ຮອດປີ 2030 ຈະກໍ່ສ້າງສຳເລັດ 3 ສາຍ. ນອກຈາກນັ້ນ ນະຄອນຍັງໄດ້ຜັນຂະຫຍາຍບັນດາໂຄງການຄື: ກໍ່ສ້າງຂົວ, ອຸມົງຂ້າມທະເລ ເກິ່ນເຢີ ເພື່ອເຊື່ອມຕໍ່ກັບ ຫວຸ້ງເຕົ່າ, ຫລຸດຜ່ອນເວລາທີ່ຕ້ອງໄປຜ່ານບັນດາສາຍທາງໃນບໍລິເວນແຂວງ ດົ່ງນາຍ; ຍົກຍ້າຍມະຫາວິທະຍາໄລ, ຮາກຖານສາທາລະນະສຸກແຫ່ງຕ່າງໆ ອອກໄປເຂດຊານຕົວເມືອງ:            

ທ່ານນາງ ຫງວຽນກວິ່ງລຽນ, ກຳມະການຄະນະປະທານ, ຫົວໜ້າຄະນະປະຊາທິປະໄຕ, ຕິດຕາມກວດກາ ແລະ ຕີລາຄາສັງຄົມ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ (ພາບ: VOV)

ບັນດາຮາກຖານການສຶກສາ, ມະຫາວິທະຍາໄລ, ວິທະຍາໄລ ແລະ ໂຮງຮຽນສອນວິຊາຊີບຈະຖືກຍົກຍ້າຍໄປເຂດຊານຕົວເມືອງຕາມຂັ້ນຕອນເທື່ອລະກ້າວ. ນັບທັງບັນດາຮາກຖານສາທາລະນະສຸກກໍ່ຍົກຍ້າຍເທື່ອລະກ້າວເຊັ່ນດຽວກັນ. ການຍົກຍ້າຍນີ້ແມ່ນເພື່ອແກ້ໄຂສະພາບລົດຕິດ ແລະ ມົນລະພິດສິ່ງແວດລ້ອມ.      ຢູ່ກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງຢູ່ ແຄັງຮວ່າ ເມື່ອວັນທີ 4 ມີນາ, ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ເຕືອງເຖິງວ່າ:    

ໃນໄລຍະທີ່ຈະມາເຖິງ, ແຂວງ ແຄັງຮວ່າ ຈະສົມທົບກັບບັນດາກະຊວງ, ຂະແໜງການເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ ປັບປຸງມະຕິເລກທີ 55 ຂອງສະພາແຫ່ງຊາດ ກ່ຽວກັບກົນໄກນະໂຍບາຍພິເສດພັດທະນາແຂວງ ແຄັງຮວ່າ. ການປັບປຸງຕາມທິດເພີ່ມເຕີ່ມນະໂຍບາຍໃໝ່ ຍ້ອນວ່າປະຈຸບັນ, ແຄັງຮວ່າ ໄດ້ເປີດກວ້າງບໍລິເວນ, ພື້ນທີ່ພັດທະນາ, ທະເລກໍ່ໄດ້ເປີດກວ້າງເຊັ່ນດຽວກັນ, ມີໂຮງງານໄຟຟ້ານິວເຄຼຍ 2 ແຫ່ງດ້ວຍລະດັບການລົງທຶນຫຼາຍທີ່ສຸດ ຈະສ້າງເປັນສູນພັດທະນາຂອງເຂດພາກກາງ ຫວຽດນາມ. ພວກຂ້າພະເຈົ້າມີຄວາມເອົາໃຈໃສ່, ຊຸກຍູ້ບັນຫານີ້.     

ອະນາຄົດຂອງປະເທດຊາດ ບໍ່ພຽງແຕ່ໄດ້ຕັດສິນໃນບັນດານະໂຍບາຍຊີ້ຊາດໃຫຍ່ເທົ່ານັ້ນ, ຫາກຍັງໄດ້ເລີ່ມມາຈາກບັນດາການຄັດເລືອກອັນລະອຽດທີ່ສຸດຂອງຜູ້ມີສິດເລືອກຕັ້ງແຕ່ລະຄົນອີກດ້ວຍ ໃນວັນເລືອກຕັ້ງທີ 15 ມີນາ ຈະມາເຖິງ, ເຊິ່ງແມ່ນວັນທີ່ສິດອຳນາດຂອງ ປຊຊ ຈະໄດ້ສະແດງອອກໂດຍກົງ, ສະເໝີພາບ, ຈະແຈ້ງ./.

(ແຫຼ່ງຄັດຈາກ VOV)

ສະ​ພາບ​ສິດ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ​ຢູ່ ຫວຽດ​ນາມ

ສະ​ພາບ​ສິດ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ​ຢູ່ ຫວຽດ​ນາມ

ຄາດວ່າ, ວັນທີ 22 ມີນາ, ສະພາເລືອກຕັ້ງແຫ່ງຊາດ ຈະປະກາດໝາກຜົນການເລືອກຕັ້ງ ສສຊ ຊຸດທີ 16, ສະມາຊິກສະພາ ປຊຊ ທຸກຂັ້ນ, ອາຍຸການ 2026-2031. ໃນການເລືອກຕັ້ງທີ່ຜ່ານມາ, ດ້ວຍຈຳນວນຜູ້ມີສິດເລືອກຕັ້ງ 99,68 % ໄປປ່ອນບັດ, ໄດ້ສະແດງໃຫ້ເຫັນພາບພົດທີ່ມີຊີວິດຊີວາ ກ່ຽວກັບການປະຕິບັດສິດຂອງພົນລະເມືອງ. ໃນຜົນສຳເລດນີ້ມີການປະກອບສ່ວນຂອງສາຊະນິກກະຊົນກ່ວາ 27 ລ້ານຄົນທີ່ຂຶ້ນກັບບັນດາສາສະໜາທີ່ແຕກຕ່າງກັນ (ກວມເອົາປະມານ 27% ພົນລະເມືອງ) ຊື່ງສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງ ປຊຊ ຜູ້ເຊື່ອຖືສາສະໜາຕ່າງໆ ຕໍ່ເຫດການການເມືອງສຳຄັນຂອງປະເທດຊາດ.

Top