ຕອນຄ່ຳວັນທີ 23 ເມສາ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ Jamieson L.Greer ຫົວໜ້າຜູ້ຕາງໜ້າທາງດ້ານການຄ້າ ອາເມລິກາ ເພື່ອເລີ່ມດຳເນີນການເຈລະຈາກ່ຽວກັບບັນຫາເສດຖະກິດ, ການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ອາເມລິກາ ຢ່າງເປັນທາງການ.
ບັນຍາກາດການໂອ້ລົມທາງໂທລະສັບລະຫວ່າງສອງຝ່າຍ (ພາບ: MOIT)
ຕອນຄ່ຳວັນທີ 23 ເມສາ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ Jamieson L.Greer ຫົວໜ້າຜູ້ຕາງໜ້າທາງດ້ານການຄ້າ ອາເມລິກາ ເພື່ອເລີ່ມດຳເນີນການເຈລະຈາກ່ຽວກັບບັນຫາເສດຖະກິດ, ການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ອາເມລິກາ ຢ່າງເປັນທາງການ.
ໃນການໂອ້ລົມທາງໂທລະສັບ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ,ຫົວໜ້າຄະນະເຈລະຈາ ລັດຖະບານ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຈລະຈາແກ້ໄຂບັນດາບັນຫາທີ່ ອາເມລິກາ ມີຄວາມສົນໃຈ, ພ້ອມກັບ ອາເມລິກາ ຊອກຫາບັນດາມາດຕະການທີ່ເໝາະສົມ ເພື່ອຕ່າງຝ່າຍຕ່າງມີຜົນປະໂຫຍດ, ບົນຈິດຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ.
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ: MOIT)
ສ່ວນທ່ານ Jamieson L.Greer ຫົວໜ້າຜູ້ຕາງໜ້າທາງດ້ານການຄ້າ ອາເມລິກາ ຕີລາຄາສູງເລື່ອງສອງປະເທດເຫັນດີເຈລະຈາຂໍ້ຕົກລົງດ້ານການຄ້າສອງຝ່າຍ; ສະແດງຄວາມເຊື່ອໝັ້ນວ່າ ສອງຝ່າຍຈະບັນລຸໄດ້ບັນດາມາດຕະການທີ່ເໝາະສົມ, ຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າເປັນປົກກະຕິ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ສິ້ນສຸດການເຮັດວຽກ, ຫົວໜ້າເຈລະຈາສອງທ່ານກໍເຫັນດີຈະຮັກສາການພົວພັນແລກປ່ຽນລະຫວ່າງຫົວໜ້າຄະນະເຈລະຈາ ແລະ ຂັ້ນເຕັກນິກວິຊາການເປັນປະຈຳ ເພື່ອຍູ້ໄວວິວັດທະນາການເຈລະຈາສຳລັບແຕ່ລະບັນຫາລະອຽດ.
(ແຫຼ່ງຄັດຈາກ VOV)