ໃນຊ່ວງເວລາດຽວກັນຂອງວັນທີ 19 ເມສາ, ຢູ່ ບັນດາແຂວງ, ນະຄອນທັງ 3 ພາກ: ເຫນືອ, ກາງ, ໃຕ້ ກໍ່ມີ 80 ໂຄງການອື່ນໄດ້ເປີດພິທີເລິ່ມລົງມືກໍ່ສ້າງ, ເປີດສະຫລອງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ
ຕອນເຊົ້າວັນທີ 19 ເມສາ, ຢູ່ ອາຄານຜູ້ໂດຍສານ T3 ທ່າອາກາດສະຍານສາກົນ ເຕີນເຊີດເຍິດ, ນະຄອນ ໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນເຈົ້າພາບພິທີເລີ່ມລົງມືກໍ່ສ້າງ, ເປີດສະຫລອງບັນດາກິດຈະກຳ, ໂຄງການຈຸດສຸມແຫ່ງຊາດ ແລະບັນດາກິດຈະກຳໃຫຍ່ ເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ ປີ 1975 – 30 ເມສາ 2025). ແລະກໍ່ໃນຊ່ວງເວລາດຽວກັນນັ້ນ ຢູ່ ບັນດາແຂວງ, ນະຄອນທັງ 3 ພາກ: ເຫນືອ, ກາງ, ໃຕ້ ກໍ່ມີ 80 ໂຄງການອື່ນໄດ້ເປີດພິທີເລິ່ມລົງມືກໍ່ສ້າງ, ເປີດສະຫລອງ.
ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ລັດຖະບານ ແລະ ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ໄດ້ມີການຊີ້ນຳຢ່າງຂ້ຽວຂາດ, ສຸມໃສ່ບັນດາແຫ່ລງກຳລັງ, ແກ້ໄຂຂໍ້ຕິດຄັດ, ຈຸອັດຕັນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍເພື່ອປະຕິບັດສຳເລັດບັນດາໂຄງການຈຸດສຸມໃນປີນີ້. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ:
ບັນດາກິດຈະກຳຈຸດສຸມດ້ານເສດຖະກິດ - ສັງຄົມ ໄດ້ຮັບການເລິ່ມລົງມືກໍ່ສ້າງ, ເປີດສະຫລອງໃນວັນທີ 19 ເມສາໃນທົ່ວທຸກແຖບຖິ່ນຂອງປະເທດຊາດ ລ້ວນແຕ່ແມ່ນບັນດາໂຄງການສຳຄັນ, ມີຄວາມໝາຍຍຸດທະສາດ, ສະແດງໃຫ້ເຫັນເຈດຈຳນົງ, ຄວາມຕັດສິນໃຈຂອງພັກ, ລັດ, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ວິສາຫະກິດໃນການສ້າງບັນດາພື້ນທີ່ພັດທະນາໃຫມ່, ສ້າງພື້ນຖານເພື່ອຊຸກຍູ້ການເຕີບໂຕ ແລະ ພັດທະນາເສດຖະກິດຂອງປະເທດຊາດ, ຮັບປະກັນຊີວິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ແມ່ນພື້ນຖານອັນໝັ້ນແກ່ນເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ສັງກາດບຸກບືນພັດທະນາຢ່າງເຂັ້ມແຂງ”.
(ແຫຼ່ງຄັດຈາກ VOV)