ຕອນບ່າຍວັນທີ 16 ສິງຫາ, ງານແຂ່ງຂັນ Heineken Pickleball World Cup 2026 ໄດ້ເລີ່ມຂຶ້ນຢ່າງເປັນທາງການຢູ່ນະຄອນ ດ່ານັ້ງ ດ້ວຍການຈົກສະຫຼາກ ແລະ ຈັດສາຍບັນດາທິມທີ່ເຂົ້າຮ່ວມ. ງານແຂ່ງຂັນໄດ້ເຕົ້າໂຮມນັກກິລາກວ່າ 5.000 ຄົນທີ່ມາຈາກ 81 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວ
ງານແຂ່ງຂັນ Heineken Pickleball World Cup 2026 ຈະຈັດຂຶ້ນແຕ່ວັນທີ 30 ສິງຫາ - 06 ກັນຍາ (ພາບ: VNA)
ກ່າວຄຳເຫັນທີ່ເຫດການ, ທ່ານ ເຈິ່ນເຟືອກເຊີນ, ຮອງປະທານຜູ້ປະຈຳການສະພາປະຊາຊົນນະຄອນ ດ່ານັ້ງ, ທັງເປັນຫົວໜ້າຄະນະຈັດງານແຂ່ງຂັນ Heineken Pickleball World Cup 2026, ປະທານສະຫະພັນ Pickleball ນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ ງານແຂ່ງຂັນແມ່ນວັນບຸນສາກົນ, ສ້າງໂອກາດເພື່ອໃຫ້ນັກກິລາທີ່ມາຈາກຫຼາຍປະເທດ, ຫຼາຍພື້ນຖານວັດທະນະທຳ ແລະ ປະຊາຄົມໄດ້ພົບປະກັນ, ແຂ່ງຂັນ, ເຊື່ອມຕໍ່ ແລະ ແບ່ງປັນຄວາມເມົາມົວກັບກິລາ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ ດ່ານັ້ງ ຢືນຢັນທີ່ຕັ້ງເປັນຈຸດນັດພົບສາກົນ, ຈາກນັ້ນກໍສ້າງປະຖົມປັດໄຈເພື່ອດຶງດູດບັນດາແຫຼ່ງກຳລັງລົງທຶນ, ການທ່ອງທ່ຽວ ແລະ ການບໍລິການທີ່ມີຄຸນນະພາບສູງ.
ງານແຂ່ງຂັນ Heineken Pickleball World Cup 2026 ຈະຈັດຂຶ້ນແຕ່ວັນທີ 30 ສິງຫາ - 06 ກັນຍາ. ພິທີໄຂງານແຂ່ງຂັນຈະຈັດຂຶ້ນໃນຕອນບ່າຍວັນທີ 02 ກັນຍາ ຢູ່ຫໍກິລາ ຕຽນເຊີນ.
(ແຫຼ່ງຄັດຈາກ VOV)