ຕາມທ່ານ António Guterres ແລ້ວ, ຫວຽດນາມ ບໍ່ພຽງແຕ່ມີກຳລັງຄວາມສາມາດ ແລະ ວິຊາສະເພາະທີ່ຈຳເປັນເພື່ອເຂົ້າຮ່ວມການແກ້ໄຂ, ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງໄຊເບີເທົ່ານັ້ນ.
ທ່ານ António Guterres ເລຂາທິການໃຫຍ່ສະຫະປະຊາຊາດ (ພາບ: TTXVN)
ຍາມໃດ ຫວຽດນາມ ກໍ່ຕັ້ງໜ້າສະໜັບສະໜູນວິວັດທະການປະຕິຮູບສະຫະປະຊາຊາດ ແລະ ອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ ຮຽກຮ້ອງໃຫ້ ຫວຽດນາມ ສືບຕໍ່ມີສຽງເວົ້າຢ່າງແຮງ ໜູນຊ່ວຍສະຫະປະຊາຊາດເຄື່ອນໄຫວຢ່າງມີປະສິດທິຜົນກວ່າ, ກະທັດລັດ ແລະ ມີປະຕິກິລິຍາທີ່ໄວກວ່າ ຕໍ່ບັນດາສິ່ງທ້າທາຍທົ່ວໂລກ. ນີ້ແມ່ນຂໍ້ສັງເກດຂອງ ທ່ານ António Guterres ເລຂາທິການໃຫຍ່ສະຫະປະຊາຊາດ ໃນການຕອບສຳພາດສື່ມວນຊົນ ຫວຽດນາມ ໃນວັນທີ 25 ຕຸລາ, ເນື່ອງໃນໂອກາດເຂົ້າຮ່ວມພິທິລົງນາມສົນທິສັນຍາ ແລະ ກອງປະຊຸມຂັ້ນສູງສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ).
ຕາມທ່ານ António Guterres ແລ້ວ, ຫວຽດນາມ ບໍ່ພຽງແຕ່ມີກຳລັງຄວາມສາມາດ ແລະ ວິຊາສະເພາະທີ່ຈຳເປັນເພື່ອເຂົ້າຮ່ວມການແກ້ໄຂ, ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງໄຊເບີເທົ່ານັ້ນ, ຫາກຍັງແມ່ນປະເທດທີ່ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ ແລະ ໄດ້ຮັບຄວາມເຄົາລົບ ດ້ວຍທີ່ຕັ້ງທີ່ນັບມື້ນັບສູງບົນເວທີການເມືອງ - ການທູດສາກົນ. ທ່ານໃຫ້ຂໍ້ສັງເກດວ່າ ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງລັດທິຫຼາຍຝ່າຍ ແລະ ແມ່ນປະເທດສະໜັບສະໜູນບັນດາຂໍ້ລິເລີ່ມ ແລະ ການເຄື່ອນໄຫວຂອງສະຫະປະຊາຊາດຢ່າງແຮງທີ່ສຸດ.
(ແຫຼ່ງຄັດຈາກ VOV)