ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ ໃນໄລຍະຈະມາເຖິງ, ທາງແຂວງຄວນສຸມໃສ່ເຂົ້າການບູລະນະຖັນແຖນພະນັກງານໃຫ້ສົມບູນແບບເປັນຕົ້ນ, ຍົກສູງຄວາມສາມາດການເຄື່ອນໄຫວຂອງພະນັກງານຂັ້ນຕາແສງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)
ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ແຂວງ ດ້ຽນບຽນ, ຕອນບ່າຍວັນທີ 31 ມັງກອນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະບໍລິຫານງານສູນກາງພັກແຂວງ, ເພື່ອແນໃສ່ເຊື່ອມຊືມຈິດໃຈກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ເຮັດແຈ້ງບັນດາການຄັດເລືອກຍຸດທະສາດ ແລະ ທິດກ້າວເດີນທີ່ເໝາະສົມເພື່ອໃຫ້ຈິດໃຈ ດ້ຽນບຽນຝຸ ກາຍເປັນກຳລັງໜູນພັດທະນາຂອງຄະນະພັກ ແລະ ປະຊາຊົນບັນດາເຜົ່າແຂວງ ດຽນບຽນຢ່າງແທ້ຈິງ.
ໂດຍຊີ້ແຈ້ງບັນດາຄວາມສາມາດບົ່ມຊ້ອນທ່າໄດ້ປຽບ ກໍ່ຄືບັນດາສິ່ງທ້າທາຍສຳລັບແຂວງ ດ້ຽນບຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ ໃນໄລຍະຈະມາເຖິງ, ທາງແຂວງຄວນສຸມໃສ່ເຂົ້າການບູລະນະຖັນແຖນພະນັກງານໃຫ້ສົມບູນແບບເປັນຕົ້ນ, ຍົກສູງຄວາມສາມາດການເຄື່ອນໄຫວຂອງພະນັກງານຂັ້ນຕາແສງ. ສຳລັບຮູບແບບອຳນາດການປົກຄອງສອງຂັ້ນ, ຕ້ອງເຄື່ອນໄຫວຖືກຕ້ອງຕາມຈິດໃຈອົງການປົກຄອງອຳນວຍຄວາມສະດວກໃຫ້ປະຊາຊົນ, ປະຊາຊົນຮູ້ສຶກໄດ້ການຫັນປ່ຽນຢ່າງແທ້ຈິງ ກ່ຽວກັບແບບແຜນການເຮັດວຽກໃກ້ຊິດປະຊາຊົນ, ແກ້ໄຂທຸກຄວາມຮຽກຮ້ອງຂອງປະຊາຊົນ, ທຸກມະຕິຂອງພັກ ໄດ້ຮັບການຜັນຂະຫຍາຍຢູ່ຂັ້ນຮາກຖານຢ່າງວ່ອງໄວ ແລະ ມີປະສິດທິຜົນ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ມອບຂອງຂວັນບຸນເຕັດຫຼາຍພຸດໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ມອບລົດຖີບ ແລະ ກະເປົາ ໃຫ້ແກ່ນັກຮຽນປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ.
(ແຫຼ່ງຄັດຈາກ VOV)