• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ ຫວຽດ​ນາມ - ສິງ​ກະ​ໂປ

ຕອນບ່າຍວັນທີ 25 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Tan See Leng ລັດຖະມົນຕີຜູ້ທີ 2 ກະຊວງອຸດສາຫະກຳ - ການຄ້າ ສິງກະໂປ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ຕ້ອນຮັບທ່ານ Tan See Leng ລັດຖະມົນຕີຜູ້ທີ 2 ກະຊວງອຸດສາຫະກຳ - ການຄ້າ ສິງກະໂປ. (ພາບ: VGP)

ນະທີ່ນີ້, ທ່ານໄດ້ຕີລາຄາສູງການເຄື່ອນໄຫວຢ່າງມີປະສິດທິຜົນຂອງຕາໜ່າງ 18 ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ຢູ່ບັນດາແຂວງ, ນະຄອນຂອງ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ຖືວ່າ ຕ້ອງຍົກລະດັບການກໍ່ສ້າງບັນດາເຂດ VSIP ລຸ້ນໃໝ່ຕາມທິດຍືນຍົງ, ອັດສະລິຍະ, ປ່ຽນແປງໃໝ່, ຍົກສູງຄວາມຮັບຜິດຊອບຂອງສິ່ງແວດລ້ອມ ແລະ ສັງຄົມ. ກ່ຽວກັບໂຄງການແລກປ່ຽນຜູ້ມີຄວາມເກັ່ງກ້າສາມາດທາງດ້ານນະວັດຕະກຳ ຫວຽດນາມ ກັບ ສິງກະໂປນັ້ນ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ແລກປ່ຽນ, ຕົກລົງເປັນເອກະພາບຂັ້ນຕອນ ແລະ ແບບວິທີຜັນຂະຫຍາຍຊ່ວຍໃຫ້ໂຄງການໄດ້ຮັບການຜັນຂະຫຍາຍຢ່າງວ່ອງໄວ.

ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ສູນນະວັດຕະກຳ ຫວຽດນາມ (NIC) ແລະ ອົງການວິທະຍາສາດ, ເຕັກໂນໂລຢີ ແລະ ຄົ້ນຄວ້າຂອງ ສິງກະໂປ ເພີ່ມທະວີການເຊື່ອມຕໍ່ຢ່າງແຮງກວ່າອີກ, ຈະມີບັນດາໂຄງການ, ຜະລິດຕະພັນລະອຽດເພື່ອຫັນບັນດາຄຳໝັ້ນສັນຍາ, ການໜູນຊ່ວຍແທດຈິງໃຫ້ແກ່ວິສາຫະກິດ ສອງປະເທດໃຫ້ປະກົດຜົນເປັນຈິງ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top