• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ເພີ່ມ​ກຳ​ລັງ​ໜູນ​ໃຫ້​ແກ່​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ

ມະຕິສະບັບເລກທີ 68 ຂອງກົມການເມືອງ ວ່າດ້ວຍການພັດທະນາເສດຖະກິດເອກະຊົນ ແມ່ນຂີດໝາຍສຳຄັນພິເສດສຳລັບພື້ນຖານເສດຖະກິດ ຫວຽດນາມ, ໃນນັ້ນມີປະຊາຄົມວິສາຫະກິດ. ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມະຕິສະບັບດັ່ງກ່າວໄດ້ເພີ່ມຄວາມເຊື່ອໝັ້ນ, ສ້າງກຳລັງໜູນໃໝ່ເພື່ອໃຫ້ປະຊາຄົມວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ເປັນເຈົ້າການລົງທຶນ, ນະວັດຕະກຳ ແລະ ຮ່ວມເດີນທາງພັດທະນາພ້ອມກັບປະເທດຊາດ.
ເຂດທົ່ງພຽງແມ່ນ້ຳຂອງ ແມ່ນເຂດເສດຖະກິດຈຸດສຸມທາງພາກໃຕ້ ຫວຽດນາມ (ພາບ: VOV)

ໃນໄລຍະຜ່ານມາ, ປະຊາຄົມວິສາຫະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ນັບມື້ນັບມີສະຕິຈະແຈ້ງກວ່າກ່ຽວກັບບົດບາດ, ຄວາມຮັບຜິດຊອບ ແລະ ພາລະກຳຂອງຕົນຕໍ່ກັບການພັດທະນາເສດຖະກິດ, ສັງຄົມ, ຍົກສູງຄວາມສາມາດບໍລິຫານ, ຄວາມສາມາດແກ້ງແຍ້ງ, ເປີດກວ້າງການຮ່ວມມືກັບສາກົນ, ຍູ້ແຮງການລົງທຶນທຳການຜະລິດ ແລະ ການດຳເນີນທຸລະກິດຢ່າງບໍ່ຢຸດຢັ້ງ, ຜ່ານນັ້ນ ກໍໄດ້ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານຫຼາຍກວ່າອີກ. ທ່ານ ຟ້າມຖາຍບິ່ງ, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນກະສິກຳເຕັກໂນໂລຢີ ຈູງອານ, ນະຄອນ ເກີ່ນເທີ ໃຫ້ຮູ້ວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍສົ່ງເສີມພາກສ່ວນເສດຖະກິດເອກະຊົນພັດທະນາ, ຮ່ວມເດີນທາງພ້ອມກັບປະເທດຊາດ ແລະ ມະຕິສະບັບເລກທີ 68 ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຕັດສິນໃຈຂອງພັກ ແລະ ລັດ ໃນການປ່ຽນແປງໃໝ່ຈິນຕະນາການ, ລົບລ້າງຮົ້ວກີດຂວາງ, ສ້າງສະພາບແວດລ້ອມທີ່ສະດວກກວ່າເພື່ອໃຫ້ວິສາຫະກິດເອກະຊົນພັດທະນາ. ມະຕິສະບັບດັ່ງກ່າວໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ຄວາມຫວັງຈາກປະຊາຄົມວິສາຫະກິດຫຼາຍທີ່ສຸດ. ທ່ານກ່າວວ່າ:

ຈາກສະພາບຕົວຈິງຂອງວິສາຫະກິດຕົນກໍ່ຄືບັນດາວິສາຫະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃນຫຼາຍວິຊາອາຊີບ, ຂ້າພະເຈົ້າເຫັນວ່າແຜນນະໂຍບາຍ, ແນວທາງຂອງພັກ ແລະ ລັດ ໄດ້ສົ່ງເສີມວິສາຫະກິດເອກະຊົນທີ່ສຸດ ເພື່ອຮ່ວມແຮງຮ່ວມໃຈສ້າງສາປະເທດໃຫ້ພັດທະນາ. ມະຕິສະບັບເລກທີ 68 ແມ່ນການຢັ້ງຢືນສິ່ງດັ່ງກ່າວ. ບັນດາວິສາຫະກິດເຫັນດີເຫັນພ້ອມທີ່ສຸດ ແລະ ພວກຂ້າພະເຈົ້າມີຄວາມປາດຖະໜາຢ່າງຍິ່ງວ່າ ບັນດາຜົນປະໂຫຍດຈາກມະຕິນີ້ ຈະສົ່ງຜົນກະທົບຢ່າງຕັ້ງໜ້າໃນຊີວິດການເປັນຢູ່ໂດຍໄວ”.

ທ່ານ ຟ້າມຖາຍບິ່ງ, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນກະສິກຳເຕັກໂນໂລຢີສູງ ຈູງອານ, ນະຄອນ ເກີ່ນເທີ (ພາບ: VOV)

ມະຕິສະບັບເລກທີ 68 ແມ່ນຂີດໝາຍທີ່ມີຄວາມສຳຄັນພິເສດສຳລັບພື້ນຖານເສດຖະກິດ ຫວຽດນາມ, ໂດຍສະເພາະແມ່ນປະຊາຄົມວິສາຫະກິດ. ເປັນຄັ້ງທຳອິດ, ຈິນຕະນາການພັດທະນາໄດ້ວາງເນື້ອໃນຈຸດສຸມຢ່າງຈະແຈ້ງ ນັ້ນແມ່ນເລັ່ງໃສ່ການພັດທະນາກຳລັງແຮງພາຍໃນ, ຖືພາກສ່ວນເສດຖະກິດເອກະຊົນແມ່ນກຳລັງໜູນຫຼັກໃຫ້ແກ່ການເຕີບໂຕ ແລະ ໄດ້ຮັບການຮັບຮູ້ວ່າເປັນເປົ້າໝາຍທີ່ຈຳເປັນຕ້ອງໄດ້ຮັບການຮັບໃຊ້, ຮ່ວມເດີນທາງເພື່ອພ້ອມກັນພັດທະນາ. ພ້ອມກັນນັ້ນ, ບັນດາວິສາຫະກິດພາຍໃນປະເທດ ກໍສະແດງຄວາມປິຕິຊົມຊື່ນ, ຄວາມໝັ້ນໃຈ, ກຽມພ້ອມທຸ່ມເທໃຈ, ປະກອບສ່ວນໃຫ້ພື້ນຖານເສດຖະກິດຫຼາຍກວ່າອີກ, ບໍ່ພຽງແຕ່ສ້າງຄວາມຮັ່ງມີໃຫ້ແກ່ຕົນເອງເທົ່ານັ້ນ, ຫາກຍັງສ້າງຄວາມຮັ່ງມີໃຫ້ແກ່ສັງຄົມ ແລະ ປະເທດອີກດ້ວຍ. ສຳລັບບໍລິສັດ ໄຊງ່ອນ ກິມຮົ່ງ, ເຊິ່ງເປັນວິສາຫະກິດເອກະຊົນທີ່ເຂົ້າຮ່ວມແຜນຮ່າງປູກເຂົ້າຄຸນນະພາບສູງໃນເນື້ອທີ່ 1 ລ້ານເຮັກຕາ, ຫຼຸດຜ່ອນການປ່ອຍອາຍພິດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ລົງລະດັບຕ່ຳ, ການປະກອບສ່ວນອັນສໍຳຄັນທີ່ວິສາຫະກິດນີ້ນຳມາໃຫ້ປະຊາຊົນ ແລະ ແຜນຮ່າງນັ້ນແມ່ນ ມາດຕະການຫຼຸດຜ່ອນປະລິມານແນວພັນຫວ່ານກ້າ. ວິສາຫະກິດບໍ່ພຽງແຕ່ຖ່າຍທອດມາດຕະການເຕັກນິກເທົ່ານັ້ນ ຫາກຍັງເປັນເຈົ້າການຮ່ວມເດີນທາງໜູນຊ່ວຍຊາວກະສິກອນເຂົ້າເຖິງເຄື່ອງຈັກ, ອຸປະກອນກະເສດທີ່ທັນສະໄໝຮັບໃຊ້ການຜະລິດ. ທ່ານນາງ ດ່າວທິຍືແຮ່, ຜູ້ອຳນວຍການບໍລິສັດ ໄຊງ່ອນ ກິມຮົ່ງ, ໃຫ້ຮູ້ວ່າ ເລື່ອງຖືສິດຜົນປະໂຫຍດຂອງປະຊາຊົນເປັນບູລິມະສິດແຖວໜ້າແມ່ນພື້ນຖານເພື່ອໃຫ້ວິສາຫະກິດສືບຕໍ່ຮ່ວມເດີນທາງໄລຍະຍາວພ້ອມກັບຂະແໜງກະສິກຳ ຫວຽດນາມ. ນີ້ກໍແມ່ນວິທີເພື່ອໃຫ້ວິສາຫະກິດເອກະຊົນປະກອບສ່ວນຫັນເປົ້າໝາຍຂອງມະຕິສະບັບເລກທີ 68 ໃຫ້ປະກົດຜົນເປັນຈິງ, ມຸ່ງໄປເຖິງການສ້າງພື້ນຖານກະສິກຳສີຂຽວ, ມີປະສິດທິຜົນ ແລະ ພັດທະນາແບບຍືນຍົງ. “ວິສາຫະກິດພວກຂ້າພະເຈົ້າພວມຈັດບັນດາລາຍການຈ່າຍຜ່ອນໃຫ້ແກ່ປະຊາຊົນ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າເຖິງແຫຼ່ງທຶນຂອງບໍລິສັດ. ພວກຂ້າພະເຈົ້າກໍເຊື່ອມຕໍ່ບັນດາຄອບຄົວ ຫຼືຊາວກະສິກອນ ເມື່ອເຂົາເຈົ້າຊື້ເຄື່ອງຈັກ, ຜະລິດຕະພັນ… ພວກຂ້າພະເຈົ້າຜັດປ່ຽນກັນເຮັດຢູ່ທ້ອງຖິ່ນຕ່າງໆເພື່ອໃຫ້ປະຊາຊົນຢູ່ບັນດາທ້ອງຖິ່ນໄດ້ເຂົ້າເຖິງ, ຈາກນັ້ນກໍສາມາດເກັບຕົ້ນທຶນໄດ້ໄວກວ່າ”.

ທ່ານ ຫງວຽນເຟືອງລາມ, ຜູ້ອຳນວຍການສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສາຂາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ (ພາບ: VOV)

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນເຂດເສດຖະກິດກະສິກຳຈຸດສຸມ ແຕ່ຄວາມຈິງແລ້ວ ຈຳນວນວິສາຫະກິດກະເສດເພີ່ມຂຶ້ນຍັງຊັກຊ້າຢູ່, ໂດຍສະເພາະແມ່ນວິສາຫະກິດ startup ໃນຂົງເຂດກະສິກຳ. ເພື່ອແກ້ໄຂສະພາບການດັ່ງກ່າວໃຫ້ໄດ້ນັ້ນ, ມະຕິສະບັບເລກທີ 68 ໄດ້ຊ່ວຍໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ເຂົ້າເຖິງທີ່ດິນ, ສິນເຊື່ອ, ວິທະຍາສາດ, ເຕັກໂນໂລຢີ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທ່ານ ຫງວຽນເຟືອງລາມ, ຜູ້ອຳນວຍການສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສາຂາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃຫ້ຮູ້ວ່າ: “ເມື່ອສະພາບແວດລ້ອມດຳເນີນທຸລະກິດມີຄວາມສະດວກ, ບັນດາແຜນນະໂຍບາຍໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ ແລະ ບັນດາບັນຫາຊ່ວຍຊູກັນໃຫ້ໄດ້ຮັບການໜູນຊ່ວຍນັ້ນ ຂ້າພະເຈົ້າຄິດວ່າ ມະຕິສະບັບນີ້ ຈະເຂົ້າສູ່ຊີວິດຕົວຈິງ ແລະ ນຳມາເຊິ່ງຄວາມໝາຍຕັ້ງໜ້າທີສຸດ. ເພາະວ່າ, ເມື່ອມີເງື່ອນໄຂສະດວກແລ້ວ ທັງປະຊາຊົນ ແລະ ວິສາຫະກິດຈະກ້າເຂົ້າຮ່ວມການລົງທຶນ. ດ້ວຍເງື່ອນໄຂນັ້ນ, ເປົ້າໝາຍຮອດປີ 2030 ຫວຽດນາມ ມີ 2 ລ້ານວິສາຫະກິດນັ້ນຈະບໍ່ແມ່ນເລື່ອງຍາກ”. ມະຕິສະບັບເລກທີ 68 ບໍ່ພຽງແຕ່ເປີດໂອກາດພັດທະນາໃໝ່ໃຫ້ແກ່ພາກສ່ວນເສດຖະກິດເອກະຊົນເທົ່ານັ້ນ, ຫາກຍັງວາງພື້ນຖານໃຫ້ແກ່ການປ່ຽນແປງຈິນຕະນາການບໍລິຫານ ແລະ ຮັບໃຊ້ວິສາຫະກິດ. ເມື່ອມະຕິສະບັບດັ່ງກ່າວໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ຂ້ຽວຂາດ ແລະ ແທ້ຈິງຈະເຮັດໃຫ້ຖັນແຖວນັກທຸລະກິດນັບມື້ນັບເຂັ້ມແຂງ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະ ປະກອບສ່ວນສຳຄັນເຂົ້າໃນການພັດທະນາ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ເສດຖະກິດຂອງປະເທດແບບຍືນຍົງ./.

(ແຫຼ່ງຄັດຈາກ VOV)

ບັນ​ຍາ​ກາດ​ທີ່​ຄຶກ​ຄື້ນ​ຂອງການ​ເດີນ​ທະ​ເລ​ຫາ​ປາ ​ຍາມ​ທ້າຍ​ປີ

ບັນ​ຍາ​ກາດ​ທີ່​ຄຶກ​ຄື້ນ​ຂອງການ​ເດີນ​ທະ​ເລ​ຫາ​ປາ ​ຍາມ​ທ້າຍ​ປີ

ໃນຊຸມວັນໃກ້ຈະຮອດບຸນປີໃໝ່ປະຈຳຊາດຫວຽດນາມ, ຈັງຫວະການດຳລົງຊີວິດຂອງພໍ່ແມ່ປະຊາຊົນຊາວປະມົງ ກໍມີຄວາມຄຶກຄື້ນຕາມແຕ່ລະຖ້ຽວເຮືອອອກຝັ່ງໄປຫາປາ. ບັນດາທ້ອງກ່ຳປັ່ນທີ່ເຕັມໄປດ້ວຍປາໝັ້ນໝາຍວ່າພໍ່ແມ່ປະຊາຊົນຈະຕ້ອນຮັບບຸນເຕັດດ້ວຍຄວາມອົບອຸ່ນ, ອີ່ມໜຳສຳລານ, ສົມບູນພູນສຸກ.

Top