• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ ຫວຽດ​ນາມ - ອິດ​ສະ​ຣາ​ແອັນ

ວັນ​ທີ 04 ມິ​ຖຸ​ນາ, ຢູ່​ນະ​ຄອນ Nazareth, ພາກ​ເໜືອ ອິດ​ສະ​ຣາ​ແອັນ, ສະ​ພາ​ພົວ​ພັນ​ຕ່າງ​ປະ​ເທດ ອາ​ຣັບ ປະ​ຈຳ​ຢູ່ ອິດ​ສະ​ຣາ​ແອັນ ໄດ້​ສົມ​ທົບ​ກັບ​ຫ້ອງ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ Nazareth ​ຈັດ​ງານ​ພົບ​ປະ ແລະ ແລກ​ປ່ຽນ​ກັບ​ທ່ານ​ ຫງວຽນ​ກີ່​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອັນ ເນື່ອງ​ໃນ​ໂອ​ກາດ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ງານ​ຢູ່ ອິດ​ສະ​ຣາ​ແອັນ.
  ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ກີ່​ເຊີນ (ຜູ້​ຢູ່​ກາງ), ທ່ານ Amer Saleh ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ Narareth (ເບື້ອງ​ຂວາ​ມື) ແລະ ທ່ານ​ ປອ. Khaled Khalifa, ​ປະ​ທານສະ​ພາ​ພົວ​ພັນ​ຕ່າງ​ປະ​ເທດ ອາ​ຣັບ ປະ​ຈຳ ອິດ​ສະ​ຣາ​ແອັນ (ພາບ: TTXVN)  

ເມື່ອ​ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ກີ່​ເຊີນ ເນັ້ນ​ໜັກ​ວ່າ ການ​ພົວ​ພັນ ຫວຽດ​ນາມ - ອິດ​ສະ​ຣາ​ແອັນ ພວມ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ. ຕາມ​ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫວຽດ​ນາມ ມີ​ທ່າ​ແຮງ​ໃນ​ການ​ສົ່ງ​ອອກ​ປະ​ເພດ​ສິນ​ຄ້າ​ປະ​ເພດ​ຕ່າງໆ​ໄປ​ຍັງ ອິດ​ສະ​ຣາ​ແອັນ ​ຄື ໂທ​ລະ​ສັບ, ເຄື່ອງອາ​ໄຫຼ່​ເອ​ເລັກ​ໂຕນ​ິກ, ເຄື່ອງ​ຈັກ, ອຸ​ປະ​ກອນ, ຜະ​ລິດ​ຕະ​ພັນ​ຕັດ​ຫຍິບ, ເກີບ​ໜັງ, ສິນ​ໃນ​ນ້ຳ, ກາ​ເຟ, ໝາກ​ມ່ວງ​ຫິ​ມະ​ພານ, ພິກ​ໄທ ແລະ ຜ​ະ​ລິດ​ຕ​ະ​ພັນ​ກະ​ເສດ​ປຸງ​ແຕ່ງ. ​ໃນ​ຂະ​ນະ​ນັ້ນ, ອິດ​ສະ​ຣາ​ແອັນ ມີຫຼາຍ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ສູງ, ເຄື່ອງ​ອຸ​ປະ​ກອນ​ເອ​ເລັກ​ໂຕ​ນິກ, ເຕັກ​ໂນ​ໂລ​ຢີ​ນ້ຳ, ກະ​ສິ​ກຳ​ອັດ​ສະ​ລິ​ຍະ, ສາ​ທາ​ລະ​ນະ​ສຸກ, ນະ​ວັດ​ຕະ​ກຳ ແລະ ບັນ​ດາ​ມາດ​ຕະ​ການ​ດີ​ຈີ​ຕອນ. ດັ່ງ​ນັ້ນ, ທ່ານ ຫງວຽນ​ກີ່​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຢູ່ Narareth ໃຫ້​ຄວາມສົນ​ໃຈ​ເຖິງ​ຕະຫຼາດ ຫວຽດ​ນາມ ຫຼາຍກວ່າ​ອີກ, ເຊິ່ງ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຂອບ​ເຂດ​ປະ​ຊາ​ກອນກວ່າ 100 ລ້ານ​ຄົນ, ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ພວມ​ຍູ້​ແຮງ​ການ​ຫັນ​ເປັນ​ດີ​ຈີ​ຕ​ອນ, ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ, ກະ​ສິ​ກຳ​ທັນ​ສະ​ໄໝ, ການ​ທ່ອງ​ທ່ຽວ ແລະ ການ​ບໍ​ລິ​ການ.

ກ່ຽວ​ກັບ​ຝ່າຍ ອິດ​ສະ​ຣາ​ແອັນ, ທ່ານ Amer Saleh ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ Narareth ພ້ອມ​ດ້ວຍ​ບັນ​ດາ​ນັກ​ທຸ​ລະ​ກິດທີ່​ເຂົ້າ​ຮ່ວມ​ ໄດ້​ສະ​ແດ​ງ​ຄວາມ​ສົນ​ໃຈ​ເຖິງຕະຫຼາດ ຫວຽດ​ນາມ, ພ້ອມ​ທັງ​ແລກ​ປ່ຽນ​ກ່ຽວ​ກັບ​ຄວາມ​ອາດ​ສາ​ມາດ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ການ​ຄ້​າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ, ກ​ະ​ສິ​ກຳ, ເຕັກ​ໂນ​ໂລ​ຢີ, ສາ​ທາ​ລະ​ນະ​ສຸກ ແລະ ການ​ພົ​ບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ.

(ແຫຼ່ງຄັດຈາກ VOV)

SPIEF 29: ຫວຽດ​ນາມ ສະ​ເໜີ 3 ການກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື​ໃໝ່

SPIEF 29: ຫວຽດ​ນາມ ສະ​ເໜີ 3 ການກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື​ໃໝ່

ໃນ​ລະ​ຫວ່າງວັນ​ທີ 04 – 06 ມິ​ຖຸ​ນາ, ໃນ​ຂອບ​ເຂດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ Saint Petersburg (SPIEF 29), ທ່ານ ຟ້າມ​ຢາ​ຕຸກ ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽ​ດ​ນາມ ດຳ​ເນີນຫຼາຍ​ການ​ເຄື່ອນ​ໄຫວ​ຂັ້ນ​ສູງ.

Top