• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເດືອນພຶດ​ສະ​ພາ ກັບ​ມາ​ຢາມ​ໝູ່​ບ້ານ ແຊນ

ບ້ານ ແຊນ, ເມືອງ ນາມດານ, ແຂວງ ເງະອານ ໄດ້ຕິດພັນກັບຄາວເຍົາໄວຂອງປະທານ ໂຮ່ຈີມິນ, ການນຳຜູ້ຍິ່ງໃຫຍ່ ແລະ ແສນເຄົາລົບຮັກຂອງຊາດ ຫວຽດນາມ. ໃນເດືອນ ພຶດສະພາ ແຕ່ລະປີ, ເມື່ອດອກບົວບານ, ບ້ານ ແຊນ ໄດ້ຕ້ອນຮັບແຂກທັງຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຢາມ, ສະແດງຄວາມເຄົາລົບນັບຖືຕໍ່ປະທານ ໂຮ່ຈີມິນ ເປັນຈຳນວນຫຼາຍ.
ປະຊາຊົນຈຳນວນຫຼາຍມາຢ້ຽມຢາມບ້ານແຊນ

ຄາວຍັງມີຊີວິດ, ໃນ 2 ຄັ້ງທີ່ກັບເມືອບ້ານແຊນ, ປະທານ ໂຮ່ຈີມິນ ມີຄວາມຕື້ນຕັນໃຈເມື່ອໄດ້ກັບຄືນບ່ອນທີ່ ເພິ່ນ ແລະ ຄອບຄົວໄດ້ດຳລົງຊີວິດແຕ່ປີ 1901 ຮອດປີ 1906. 64 ປີ, ພາຍຫຼັງຄັ້ງສຸດທ້າຍທີ່ປະທານ ໂຮ່ຈີມິນ ມາຢ້ຽມຢາມບ້ານເກີດນັ້ນ, ບ້ານ ແຊນ ໄດ້ກາຍເປັນບ້ານເກີດເມືອງນອນລວມຂອງປະຊາຊົນ ຫວຽດນາມ.

“ຮົ້ວດອກຊະບາບານແດງ” ຍັງຢູ່ຫັ້ນ, ຮ່ອມທາງນ້ອຍເຕັມໄປດ້ວຍກິ່ນຫອມຂອງດອກບົວຍັງຢູ່ຫັ້ນ; ເຕົາຕີເຫຼັກ,  ກີ່ຕ່ຳຫູກ, ຕົ້ນໝາກມີ້, ສ້າງນ້ຳ…ທີ່ບັນດາສະມາຊິກຂອງຄອບຄົວຂອງປະທານ ໂຮ່ຈີມິນ ເຄີຍໃຊ້ໃນເມື່ອກ່ອນນັ້ນ ກໍເກົ່າໄປຕາມການເວລາ ແຕ່ເງົາຂອງເພິ່ນ ເບິ່ງຄືວ່າຍັງຄົງຢູ່ນີ້. 

ປີ 2025 ຄົບຮອບ 135 ປີຫ່ງວັນຄ້າຍວັນເກີດຂອງເພິ່ນ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບແຂວງ ເງະອານ ເປີດສະຫຼອງຮູບປັ້ນ “ລຸງໂຮ່ກັບເມືອຢາມບ້ານ” ຢູ່ສະໜາມກິລາ ບ້ານ ແຊນ, ເຊິ່ງເປັນບ່ອນທີ່ປະທານ ໂຮ່ຈີມິນ ເຄີຍໂອ້ລົມກັບປະຊາຊົນເມື່ອກັບເມືອຢາມບ້ານ. ທ່ານເລຂາຄະນະພັກແຂວງ ເງະອານ ຫງວຽນດຶກຈູງ ໃຫ້ຮູ້ວ່າ ຮູບປັ້ນດັ່ງກ່າວ ແມ່ນກິດຈະກຳວັດທະນະທຳ, ແມ່ນສະຖານທີ່ເພື່ອໃຫ້ແຂກທ່ອງທ່ຽວບັນທຶກເອົາບັນດາຄວາມຊົງຈຳອັນດີງາມເມື່ອມາຢາມບ້ານເກີດເມືອງນອນ ປະທານ ໂຮ່ຈີມິນ.

“ນັບແຕ່ນີ້ເປັຕົ້ນໄປໃນເຂດບ້ານ ແຊນ ແລະ ເຂດອະນຸສອນສະຖານ ລະດັບຊາດພິເສດ ກິລຽນ ໄດ້ມີອີກກິດຈະກຳໜຶ່ງທີ່ມີຄວາມໝາຍ. ການປະກົດມີຮູບປັ້ນປະທານ ໂຮ່ຈີມິນ ກັບຢາມບ້ານ ໄດ້ເຮັດໃຫ້ທຸກຄົນຮູ້ສຶກວ່າ ເພິ່ນຍັງຢູ່ຄຽງຂ້າງພວເຮົາໃນທຸກມື້ນີ້. ພ້ອມດຽວກັນນັ້ນ ກໍຕັກເຕືອນທຸກຄົນໃຫ້ຈົດຈຳ ແລະ ພະຍາຍາມກວ່າອີກເພື່ອກ້າວເຂົ້າສູ່ສັງກາດໃໝ່ສັງກາດແຫ່ງຄວາມຄາດຫວັງກ່ຽວກັບຄວາມຮຸ່ງເຮືອງເຂັ້ມແຂງການເຊື່ອມໂຍງຢ່າງຮອບດ້ານ ແລະ ປ່ຽນແປງໃໝ່ຢ່າງເລິກເຊິ່ງຂອງປະເທດຊາດ”.

  ບ້ານແຊນ ຍາມເດືອນພຶດສະພາ  

ສຳລັບປະຊາຊົນ, ແຂກທ່ອງທ່ຽວທີ່ມາຈາກທຸກສາລະທິດ, ພິເສດແມ່ນປະຊາຊົນບ້ານ ແຊນ, ຮູບປັ້ນນີ້ໄດ້ນຳມາເຊິ່ງຄວາມຮູ້ສຶກທີ່ໃກ້ຊິດສະໜິດສະໜົມ, ອົບອຸ່ນ ແລະ ຮັກແພງ.

“ໃນໂອກາດວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຂອງແຕ່ລະປີບັນດາຄະນະໄດ້ມຢ້ຽມຢາມເປັນຈຳນວນຫຼາຍ. ປີນີ້ພິເສດກວ່າ ຍ້ອວ່າຫາກໍ່ເປີດສະຫຼອງຮູບປັ້ນ “ລຸງໂຮ່ ກັບມາຢາມບ້ານ”. ພວກຂ້າພະເຈົ້າຮູ້ສຶເປັນກຽດເອກອ້າງທະນົງໃຈເປັນຢ່າງຍິ່ງຮູ້ສຶກວ່າ ປະທານ ໂຮ່ຈີມິນ ໃກ້ຊິດສະໜິດສະໜົມກັບບ້ານເກີດເມືອງນອນກວ່າເຫັນວ່າຜູ້ໃດກໍດີໃຈ”.

ມາຢາມບ້ານ ແຊນ ແມ່ນມາຊອກຮູ້ກ່ຽວກັບແຫຼ່ງຄວາມຊົງຈຳ, ເຊິ່ງເປັນບ່ອນທີ່ບໍ່ພຽງແຕ່ແມ່ນບ້ານເກີດເມືອງຂອງຂອງປະທານ ໂຮ່ຈີມິນ ເທົ່ານັ້ນ, ຫາກຍັງແມ່ນບ່ອນເຕົ້າໂຮມນ້ຳໃຈຂອງປະຊາຊົນທີ່ມີຕໍ່ເພິ່ນ, ຄືດັ່ງແນວຄວາມຄິດຂອງທ່ານ ຮ່າວັນນິງ, ຮອງຫົວໜ້າເຂດອະນຸສອນສະຖານລະດັບຊາດພິເສດ ກິມລຽນ.

ມາແຫ່ງນີ້ ປະຊາຊົນທຸກຄົນຕ່າງກໍຮູ້ສຶກໄດ້ວ່າແຫ່ງນີ້ແມ່ນບ້ານເກີດຂອງເຂົາເຈົ້າ. ສ່ວນປະຊາຊົນຢູ່ທີ່ນີ້ ເຂົາເຈົ້າຖືຄວາມຮັບຜິດຊອບປົກປ້ອງ ລຸງໂຮ່ປົກປັກຮັກສາເຂດອະນຸສອນສະຖານແຫ່ງນີ້ ເໝືອນດັ່ງເຮືອນຂອງເຂົເຈົ້າ, ນັ້ນແມ່ນຄວາມຈົບງາມທີ່ຄວນອະນຸລັກຮັກສາເສີມຂະຫຍາຍ. ຂ້າພະເຈົ້າຖືວ່າ ປະຊາຊົນມາຫາປະທານ ໂຮ່ຈີມິນດ້ວຍຈິດໃຈດັ່ງກ່າວນັ້ນ ກໍ ແມ່ນຄວາມຜາສຸກຂອງປະເທດຊາດແລ້ວ”.

  ພິທີເປີດສະຫຼອງຮູບປັ້ນ“ລຸງໂຮ່ ກັບມາຢາມບ້ານ”  

ແຕ່ດົນນານມາແລ້ວ, ບ້ານ ແຊນ ໄດ້ກາຍເປັນສະຖານທີ່ນັດພົບຂອງປະຊາຊົນ ຫວຽດນາມ ຫຼາຍຄົນ. ເຖິງວ່າຢູ່ຫ່າງໄກ, ປະຊາຊົນແຕ່ລະຄົນກໍລ້ວນແຕ່ປາດຖະໜາໄດ້ມາຢາມບ້ານ ແຊນ, ພິເສດແມ່ນໃນຊຸມວັນເດືອນ ພຶດສະພາ, ໃນໂອກາດວັນຄ້າຍວັນເກີດຂອງເພິ່ນ.

ເມື່ອມາສະຖານທີ່ແຫ່ງນີ້ຄວາມຮູ້ສຶກກ່ຽວກັບທານ ໂຮ່ຈີມິນ ໄດ້ຝັງເລິກໃນໃຈຂ້າພະເຈົ້າບໍ່ຈັກວ່າເທົ່າໃດຮູ້ສຶກຕື້ນຕັນໃຈທີ່ສຸດ”.

“ຂ້າພະເຈົ້າແມ່ນແຂກທ່ອງທ່ຽວມາຈາກ ນະຄອນ ໂຮ່ຈີມິນຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫຼາຍ ແລະ ຮູ້ສຶກໄດ້ເຖິງນ້ຳໃຈອັນເລິກເຊິ່ງຂອງເພິ່ນ ທີ່ມີຕໍ່ບ້ານເກີດເມືອງນອນປະເທດຊາດ”.

ໃນຊຸມວັນເດືອນ ພຶດສະພາ, ບ້ານ ແຊນ ພວມຕ້ອນຮັບປະຊາຊົນຈາກຫຼາຍເຂດພາກໃນທົ່ວປະເທດມາຢ້ຽມຢາມ. ເມື່ອຢູ່ໃນເຮືອນມຸງຫຍ້າທີ່ລຽບງ່າຍ ກັບຮົ້ວດອກຊະບາ, ປະຊາຊົນທຸກຄົນລ້ວນແຕ່ມີຄວາມເອກອ້າງທະນົງໃຈ, ຕື້ນຕັນໃຈ ສະຫຼັບກັບຄວາມເຄົາລົບນັບຖືການນຳຜູ້ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ./.

(ແຫຼ່ງຄັດຈາກ VOV)

ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດເຂົ້າ​ໄຫວ້​ອາ​ໄລ​ທ່ານ​ອະ​ດີດ​ປະ​ທານ​ປະ​ເທດ ເຈິ່ນ​ດຶກ​ເລືອງ

ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດເຂົ້າ​ໄຫວ້​ອາ​ໄລ​ທ່ານ​ອະ​ດີດ​ປະ​ທານ​ປະ​ເທດ ເຈິ່ນ​ດຶກ​ເລືອງ

ປະຊາຊົນຫຼາຍຄົນສະແດງຄວາມເຄົາລົບນັບຖືທີ່ມີຕໍ່ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ບໍ່ພຽງແຕ່ກ່ຽວກັບພູມປັນຍາເທົ່ານັ້ນ, ຫາກນັບທັງຄູນສົມບັດ ແລະ ນ້ຳໃຈອຸທິດສ່ວນຂອງເພິ່ນອີກດ້ວຍ.

Top