ການຈັດຕັ້ງກອງປະຊຸມແມ່ນເພື່ອແນໃສ່ຊ່ວຍໃຫ້ພະນັກງານ, ສະມາຊິກພັກ, ເປັນຕົ້ນແມ່ນຄະນະພັກ, ຜູ້ນຳໜ້າຄະນະພັກທຸກຂັ້ນ ກຳແໜ້ນເນື້ອໃນຫຼັກ, ຈຸດໃໝ່, ຈຸດສຸມຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV.
ກອງປະຊຸມໃຫຍ່ຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV (ພາບ: VNA)
ຕອນເຊົ້າວັນທີ 16 ຕຸລາ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ (ທີ່ ຮ່າໂນ້ຍ), ກົມການເມືອງ, ຄະນະເລຂາທິການ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV. ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບທາງໄກສົມທົບກັບເຊິ່ງໜ້າ, ເຊື່ອມຕໍ່ກັບບັນດາຄະນະ, ກະຊວງ ຂະແໜງການສູນກາງ, ທ້ອງຖິ່ນ, ອົງການ, ຫົວໜ່ວຍ…
ການຈັດຕັ້ງກອງປະຊຸມແມ່ນເພື່ອແນໃສ່ຊ່ວຍໃຫ້ພະນັກງານ, ສະມາຊິກພັກ, ເປັນຕົ້ນແມ່ນຄະນະພັກ, ຜູ້ນຳໜ້າຄະນະພັກທຸກຂັ້ນ ກຳແໜ້ນເນື້ອໃນຫຼັກ, ຈຸດໃໝ່, ຈຸດສຸມຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV. ຜ່ານນັ້ນ, ກໍ່ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ, ຫັນໂຄງການ, ແຜນການກະທຳທີ່ມີຄວາມເປັນໄປໄດ້ ແລະ ປະສິດທິຜົນໃຫ້ເປັນຮູບປະທຳ.
ຢູ່ກອງປະຊຸມ, ບັນດາຜູ້ແທນໄດ້ຄົນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ 6 ຫົວຂໍ້ກ່ຽວກັບ: ມະຕິວ່າດ້ວຍການເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງທີ່ປອດໄສ, ເຂັ້ມແຂງ, ຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດໃນຍຸກສະໄໝໃໝ່; ມະຕິວ່າດ້ວຍການປ່ຽນແປງໃໝ່ແບບວິທີການນຳພາ, ກຳອຳນາດ ຂອງພັກ ຕໍ່ລະບົບການເມືອງໃນໄລຍະໃໝ່; ມະຕິວ່າດ້ວຍການສຸມໃສ່ສ້າງຖັນແຖວພະນັກງານທຸກຂັ້ນ, ເປັນຕົ້ນແມ່ນຂັ້ນຍຸດທະສາດທີ່ມີຄຸນນະທາດ, ມີກຳລັງຄວາມສາມາດ ແລະ ອິດທິພົນຊື່ສຽງຢ່າງພຽງພໍ, ທຽບເທົ່າກັບໜ້າທີ່ປະຕິບັດ…
(ແຫຼ່ງຄັດຈາກ VOV)