• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີນລາ ຮ່ວມສຳພັນເສີມຂະຫຍາຍສະຖານທີ່ທ່ອງທ່ຽວທຳມະຊາດແຖວໜ້າຂອງໂລກ

ການກຳນົດທິດຮ່ວມສຳພັນເສີມຂະຫຍາຍສະຖານທີ່ທ່ອງທ່ຽວທຳມະຊາດພາກພື້ນ ແຖວໜ້າຂອງໂລກ; ແນະນຳ, ໂຄສະນາເຄື່ອງໝາຍເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ.
ວັນບຸນການທ່ອງທ່ຽວ ວັດທະນະທຳ ແຂວງ ເຊີນລາ 2023

ໂດຍນອນໃນບັນດາການເຄື່ອນໄຫວໃນຂອບເຂດ ວັນບຸນການທ່ອງທ່ຽວ ວັດທະນະທຳ ແຂວງ ເຊີນລາ 2023, ວັນທີ 28 ພຶດສະພາ, ຢູ່ເມືອງ ມົກເຈົາ, ຄະນະກຳມະການປະຊາຊົນ ແຂວງ ເຊີນລາ ໄດ້ຈັດກອງປະຊຸມຮ່ວມສຳພັນເສີມຂະຫຍາຍສະຖານທີ່ທ່ອງທ່ຽວທຳມະຊາດແຖວໜ້າຂອງໂລກ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ພ້ອມກັນແບ່ງປັນ, ແລກປ່ຽນມາດຕະການພັດທະນາຜະລິດຕະພັນທ່ອງທ່ຽວທີ່ແຕກຕ່າງກັນ, ເປັນມືອາຊີບ, ສ້າງບັນດາຜະລິດຕະພັນທ່ອງທ່ຽວ, ລາຍການທ່ອງທ່ຽວໃໝ່ເປັນຮູບປະທຳ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງຂະແໜງທ່ອງທ່ຽວ ໄຕບັກ ແລະ ທົ່ວປະເທດ. ພ້ອມນັ້ນ, ປຶກສາຫາລືບັນດາມາດຕະການ ແລະ ການກຳນົດທິດຮ່ວມສຳພັນເສີມຂະຫຍາຍສະຖານທີ່ທ່ອງທ່ຽວທຳມະຊາດພາກພື້ນ ແຖວໜ້າຂອງໂລກ; ແນະນຳ, ໂຄສະນາເຄື່ອງໝາຍເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ນັບມື້ນັບພັດທະນາທັງຢູ່ພາຍໃນ ແລະ ສາກົນ. ນາງ ໂດ໊ທິມາຍ, ຮອງຜູ້ອຳນວຍການບໍລິສັດ ຫຸ້ນສ່ວນ Gbest ຫວຽດນາມ, ຮ່າໂນ້ຍ, ຖືວ່າ:

        “ເມືອງ ມົກເຈົາ, ແຂວງ ເຊີນລາ ຈະແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ເພື່ອໃຫ້ບັນດາບໍລິສັດທ່ອງທ່ຽວ ຄືບໍລິສັດຂອງພວກຂ້າພະເຈົ້າ ອາດສາມາດພັດທະນາບັນດາຜະລິດຕະພັນຢູ່ໃນຂົງເຂດຕ່າງໆ. ຈາກນັ້ນ, ກໍ່ສາມາດພາແຂກທ່ອງທ່ຽວສາກົນ ກໍ່ຄືແຂກທ່ອງທ່ຽວ ຫວຽດນາມ ມາຢ້ຽມຢາມ ແລະ ພັກຜ່ອນບຳລຸງສຸຂະພາບ. ຍ້ອນວ່າ, ຢູ່ທີ່ນີ້, ມີອາກາດ ແລະ ທຳມະຊາດທີ່ພິເສດ, ບວກກັບສີສັນວັດທະນະທຳຂອງພໍ່ແມ່ປະຊາຊົນເຜົ່າມົ້ງ ທີ່ເປັນເອກະລັກສະເພາະທີ່ສຸດ, ຮັກສາໄດ້ວິນຍານຂອງວັດທະນະທຳມູນເຊື້ອ”.

 

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top