• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ເຄື່ອງຫັດຖະກຳ ໄມ້ໃຜ່ ບິ່ງຝູ໋ ອອກສູ່ທະເລຫຼວງ

ດ້ວຍຫົວຄິດປະດິດສ້າງ ແລະ ວິທີການເຮັດແບບໃໝ່, ຊາວບ້ານ ບິ່ງຝູ໋, ເມືອງ ແທັກເຖີດ, ຮ່າໂນ້ຍ ໄດ້ປະດັບໃຫ້ແກ່ບັນດາ ຜະລິດ
ຕະພັນ ທີ່ເຮັດດ້ວຍໄມ້ໄຜ່ ໄມ້ຊອດ ກາຍເປັນຜະລິດຕະພັນຫັດຖະກຳ ສິລະປະ ທີ່ທັນສະໄໝ. 

ການລະບາດ ​ໂຄ​ວິດ-19 ​ໄດ້​ສ້າງ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ໃນ​ວິ​ທີ​ການ​ເຮັດ​ວຽກ ​ແລະ ການ​ດຳລົງ​ຊີວິດ​ຂອງ​ຜູ້ຄົນ. ເນື່ອງ ຈາກເວລາສ່ວນຫຼາຍຕ້ອງເຮັດວຽກຢູ່ເຮືອນ, ຜູ້ບໍລິໂພກທົ່ວໂລກເລີ່ມໃຫ້ຄວາມສົນໃຈກັບພື້ນທີ່ເຮັດວຽກ ແລະ ພື້ນທີ່ດໍາລົງ ຊີວິດ ຂອງເຂົາເຈົ້າຫຼາຍກວ່າ. ຍ້ອນ​ເຫດ​ນັ້ນ, ຜະລິດຕະພັນທີ່ເຮັດດ້ວຍ ໄມ້​ໄຜ່ - ໄມ້ຊອດ ​ບິ່ງ​ຝູ ​ແລະ ບັນດາ​ຜະລິດ​ຕະພັນ​ ​ປະດັບ​ປະດາ​ອື່ນໆ ​ຈຶ່ງ​ມີ​ການ​ສົ່ງ​ອອກ​ຫຼາຍ​ກວ່າ​ ​ກ່ອນ​ການລະບາດ. ຄຽງ​ຄູ່​ກັນ​ນັ້ນ, ຜູ້​ບໍລິ​ໂພ​ກ ຢູ່​ບັນດາ​ປະ​ເທດ​ ທ່ີພັດທະນາ​ ໄດ້​ກັບ​ຄືນ​ມາ​ນຳ​ໃຊ້​ຜະລິດ​ຕະພັນ ​ທີ່​ເຮັດ​ດ້ວຍ​ມື, ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. 

ສວຍໂອກາດນີ້, ຄົນລຸ້ນຫຼັງ ຂອງໝູ່ບ້ານອາຊີບຜະລິດເຄື່ອງຫັດຖະກຳສິລະປະກຳ ບິ່ງຝູ໋ ໄດ້ມີຫົວຄິດປະດິດສ້າງ ແລະ ວິທີການເຮັດແບບໃໝ່ ເພື່ອນຳບັນດາຜະລິດຕະພັນ ທ້ອງຖິ່ນ ຍາດແຍ່ງຕະຫຼາດໂລກ.

ໄດ້ເຫັບກັບຕາໂຮງງານ​ຫຸ້ມ​ຫໍ່ ບັນດາຜະລິດຕະພັນ ​ທີ່ເຮັດດ້ວຍໄມ້​ໄຜ່ - ໄມ້ຊອດ ຮັບໃຊ້ໃຫ້ແກ່ການ ສ່ົງອອກຂອງ​ບໍລິສັດ ດ້າຍ ຫວຽດ, ປ້າຍ​ຜະລິດ​ຕະພັນ​ ໄດ້​ພິມ​ອອກ​ເປັນ 2 ພາສາ, ​ບາງຜະ ລິດ​ຕະພັນ ​ໄດ້ພິມອອກເປັນ 3-4 ພາສາ, ​ສິ່ງດັ່ງກ່າວ ເຮັດ​ໃຫ້​ພວກ​ຂ້າພະ​ເຈົ້າ​ຮູ້ສຶກປະຫຼາດ​ໃຈ. ທ່ານ ຫງວຽນ​ຄັກດົ່ງ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ ດ້າຍຫວຽດ ໃຫ້​ຮູ້​ວ່າ ໃນ​ໄລ​ຍະ 2 ປີ​ທີ່​ເກີດການ​ລະ​ບາດ, ລາຍ​ຮັບ​ສົ່ງ​ອອກ​ຂອງ​ບໍ​ລິ​ສັດ​ຍັງ​ຄົງ​ບັນ​ລຸ​ໄດ້ກວ່າ 10 ຕື້​ດົ່ງ​ຕໍ່​ປີ.

ປະຈຸບັນ, ກີ່ຕຳ່ຫູກຖືກຕິດຕັ້ງເຄື່ອງຈັກເພື່ອເພີ່ມຜົນການຜະລິດ. ພາບ: ແທງຢາງ/VNP

ຜູ້​ອອກ​ແຮງ​ງານ​ຂອງ​ບໍ​ລິ​ສັດ ດ້າຍຫວຽດ ພວມຜະລິດ ຜະລິດຕະພັນຜ້າມ່ານ, ຜ້າກັ້ງ ທີ່ເຮັດດ້ວຍໄມ້ໄຜ່. ພາບ: ແທງຢາງ/VNP

ບັນດາ​ຜະລິດ​ຕະພັນ​ໄດ້​ເຕົ້າ​ໂຮມ​ຢູ່​ສາງ​ຂອງ​ບໍລິສັດ ດ້າຍຫວຽດ. ພາບ: ແທງຢາງ/VNP 

ຕາມ​ນັ້ນ​, ກ່ອນ​ຊຸມ​ປີ 90 ຂອງ​ສັດຕະວັດທີ XX , ​ເມືອງ​ ແທັກເຖີດ ​ມີ​ຈຳນວນຜູ້ທີ່ເຂົ້າຮ່ວມໃນການຜະລິດ ເຖິງ 50%​. ແຕ່ວ່າ, ​ຄື​ກັບບັນດາ​ໝູ່​ບ້ານອາຊີບ​ຕ່າງໆ ຢູ່ ຫວຽດນາມ, ​ເຂົາ​ເຈົ້າຕ້ອງ​ຜ່ານ​ໄລຍະ​ການ​ຫັນປ່ຽນພື້ນຖານ ເສດຖະກິດ, ຈາກ​ການ​ຊ່ວຍ ເຫຼືອ ມາເປັນ​ພື້ນຖານ​ເສດຖະກິດຕະຫຼາດ. ຜະລິດຕະພັນ ທີ່ເຮັດດ້ວຍໄມ້ໄຜ່ ຂອງໝູ່ບ້ານອາຊີບແຫ່ງນີ້ ຍັງບໍ່ທັນມີການປ່ຽນແປງ ເມື່ອແທດເໝາະ ກັບທ່າອ່ຽງການບໍລິໂພກຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ, ພ້ອມກັນນັ້ນ ກໍ່ຍັງໄດ້ຮັບການແຂ່ງຂັນຈາກບັນດາຜະລິດຕະພັນອຸດສາຫະກໍາຕ່າງໆ, ດັ່ງນັ້ນ ຈຶ່ງຄ່ອຍໆ ເສື່ອມເສຍໄປຍ້ອນຈຳໜ່າຍອອກບໍ່ໄດ້.

ບໍ່​ຍອມ​ປ່ອຍ​ໃຫ້​ອາຊີບ​ຫັດຖະກຳ​ ຂອງ​ ໝູ່​ບ້ານ​ຖືກ​ສູນ​ຫາຍ, ພ້ອມ​ກັນ​ນັ້ນ​ ກໍ່ສືບ​ທອດວຽກ​ງານ​ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ພໍ່ ກັບໝູ່​ບ້ານ​ອາຊີບແຫ່ງນີ້, ທ່ານ ດົ່ງ ​ໄດ້ມີການ​ຄົ້ນ​ຄວ້າ, ປັບປຸງ​ຮູບ​ແບບ​ຜະລິດ​ຕະພັນ. ດ້ວຍ​ພື້ນຖານ​​ທີ່​ມີ​ຢູ່​ແລ້ວຂອງ ໝູ່ບ້ານອາຊີບ, ທ່ານ ດົ່ງ​ ​ໄດ້​ປະດິດອອກມາບັນດາຜະລິດຕະພັນຜ້າກັ້ງ, ຜ້າມ່ານ ທີ່ເຮັດດ້ວຍ​ໄມ້​ໄຜ່ - ໄມ້ຊອດ ​ມີ​ຄວາມ​ງາມ​ສູງ​ ເພື່ອ​ສະ​ເໜີ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ ​ແລະ ຍາດ​ແຍ່ງ​ໄດ້​ບັນດາ​ຕະຫຼາດ​ທີ່​ເຂົ້າເຖິງຍາກ.

ການ​ອອກ​ແບບ​ຜະລິດ​ຕະພັນ​ຫັດຖະກຳ​ຢູ່​ບັນດາ​ໝູ່​ບ້ານ​ອາຊີບ​ມູນເເຊື້ອຂອງ ​ຫວຽດນາມ ລ້ວນ​ແຕ່​ແມ່ນ​ຈຸດ​ອ່ອນ​ທີ່​ສຸດ. ເມື່ອ​ຮັບ​ຮູ້​ໄດ້ສິ່ງດັ່ງກ່າວ, ຜູ້ອຳນວຍການໃຫຍ່ຂອງບໍລິສັດ ດ້າຍຫວຽດ ຍາມ​ໃດ​ກໍ່ຖືຂັ້ນຕອນການ​ຄົ້ນຄວ້າ, ປັບປຸງ ​ແລະ ພັດທະນາ​ຜະ ລິດ​ຕະພັນ ເປັນສິ່ງສຳຄັນ. ນີ້​ບໍ່​ແມ່ນ​ແນວ​ຄິດ​ໃໝ່ ​ຂອງ ບັນດາວິ​ສາ​ຫະ​ກິດ, ແຕ່​ແມ່ນ​ບັນຫາ​ຍາກ​ທີ່​ສຸດ​ໃນ​ວິ​ສາ​ຫະ​ກິດ​ຂອງ​ໝູ່​ບ້ານ​ອາຊີບ ມູນເຊື້ອແຫ່ງໜຶ່ງ. ນີ້​ກໍ່ແມ່ນ​ເຫດຜົນ​ທີ່​ບໍລິສັດ ດ້າຍຫວຽດ ມີ​ບັນດາ​ຜະລິດ​ຕະພັນໄດ້​ອອກ​ແບບຢ່າງ​ພິ​ເສດ ​ທີ່​ບັນດາ​ບໍລິສັດ​ຕ່າງປະ​ເທດ​ຕ້ອງການ, ​ແຕ່​ບໍ່​ສາມາດ​ຊອກ​ຫາໄດ້​ຢູ່​ບັນດາ​ຫົວໜ່ວຍ​ຕ່າງໆ.

ບັນດາ​ຜະລິດ​ຕະພັນ​ຫັດຖະກຳ​ສິລະປະກຳຂອງ​ໝູ່​ບ້ານ​ອາຊີບ ບິ່ງ​ຝູ໋ ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​ໂລກ:

ປັດຈຸບັນ, ບໍລິສັດ ດ້າຍຫວຽດ ໄດ້ຮັບຈຳໜ່າຍຜະລິດຕະພັນຜ້າມ່ານ, ຜ້າກັ້ງ ທີ່ເຮັດດ້ວຍໄມ້ໄຜ່ ເກືອບທັງໝົດຂອງບັນດາຄອບຄົວໃນໝູ່ບ້ານອາຊີບ, ຜະລິດຕາມຄຳສັ່ງຂອງບໍລິສັດ. ນອກ ຈາກນັ້ນ, ບໍລິສັດ ຍັງມີໂຮງງານຜະລິດຈໍານວນໜຶ່ງ ຢູ່ບັນດາໝູ່ບ້ານອາຊີບ ແລະ ແຂວງໃກ້ຄຽງ ເພື່ອຕອບສະໜອງໃຫ້ແກ່ບັນດາຄໍາສັ່ງສິນຄ້າທີ່ສົ່ງອອກ.

ໂດຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ວິ​ສາ​ຫະກິດ​ແຫ່ງ​ທຳ​ອິດ​ຂອງ​ໝູ່​ບ້ານ​ອາຊີບ ທີ່​ກ້າ​ປ່ຽນແປງໃໝ່, ມີຫົວຄິດປະດິດ​ສ້າງ, ປັບປຸງ​ຮູບ​ແບບ​ຜະລິດ​ຕະພັນ, ບໍລິສັດ ດ້າຍຫວຽດ ​ພວມເປັນ​ເຄື່ອງ​ໝາຍ​ຢັ້ງຢືນ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ຂອງຄົນລຸ້ນຫຼັງຂອງ​ໝູ່​ບ້ານ​ອາຊີບແຫ່ງນີ້, ນຳ​ບັນດາ​ຜະລິດ​ຕະພັນ​ທ້ອງ​ຖິ່ນ​ເຂົ້າ​ສູ່​ຕະຫຼາດ​ໂລກ.

ບົດ: ຖາວວີ - ພາບ: ແທງຢາງ - ແປໂດຍ: ຢືຟຽນ

 

 

Maypaperflower - ຍີ່ຫໍ້ດອກໄມ້ເຈ້ຍ ຂອງ ຊາວເມືອງຫຼວງເກົ່າ

Maypaperflower - ຍີ່ຫໍ້ດອກໄມ້ເຈ້ຍ ຂອງ ຊາວເມືອງຫຼວງເກົ່າ

ໃນພື້ນທີ່ຂະໜາດນ້ອຍໆ ໜ້າຮັກ ກັບໂທນສີຂຽວ ສົດຊື່ນ, Maypaperflower ຕ້ອນຮັບຜູ້ຮັກດອກໄມ້ ດ້ວຍຫຼາຍໆ ຜົນງານ ສິລະປະ ທີ່ເປັນເອກະລັກ ທີ່ເຮັດຈາກເຈ້ຍ. ດອກໄມ້ ແຕ່ລະດອກ, ຮູບພາບແຕ່ລະແຜ່ນ ລ້ວນແຕ່ເຂັ້ມຂຸ້ນໄປດ້ວຍ ຮີດຄອງ ຂອງໝູ່ ບ້ານ ເຮັດດອກໄມ້ເຈ້ຍ ພື້ນເມືອງ ແທງຕຽນ ທີ່ມີອາຍຸກວ່າ 300 ປີ, ບັນດາຜົນງານ ຂອງ Maypaperflower ແມ່ນການປະສົມປະສານ ຢ່າງກົມກຽວ ລະຫວ່າງການເຮັດດອກໄມ້ເຈ້ຍ ແບບດັ້ງເດີມ ກັບ ການປ່ຽນໃໝ່ທີ່ທັນສະໄໝ, ສ້າງເປັນຮູບແບບສະເພາະ ແລະ ໜ້າ ຈັບໃຈ.

Top