ໂດຍບໍ່ຫົວຊາຕໍ່ຄວາມວິຕົກກັງວົນຂອງປະຊາຄົມສາກົນ, ອຳນາດການປົກຄອງ ອິດສະຣາແອັນ ໃຫ້ຮູ້ວ່າ ຈະສືບຕໍ່ເດີນຕາມບັນດາແຜນການຂອງຕົນ.
ທ່ານ Stephane Dujarric: ເລື່ອງ ອິດສະຣາແອັນ ສະກັດກັ້ນການສະໜອງເຄື່ອງອຸປະຖຳມະນຸດສະທຳເຂົ້າເຂດ ກາຊາ ເປັນເວລາກວ່າ 3 ອາທິດຜ່ານມາ ແມ່ນບໍ່ສາມາດຍອມຮັບໄດ້ (ພາບປະກອບ: Reuters)
ເລື່ອງກອງທັບ ອິດສະຣາແອັນ ເຊື່ອມຕໍ່ບັນດາການບຸກໂຈມຕີຂະໜາດໃຫຍ່ແນໃສ່ເຂດ ກາຊາ ໃນເວລາກວ່າ 1 ອາທິດຜ່ານມາ, ບໍ່ພຽງແຕ່ທຳລາຍຄວາມຫວັງອັນບອບບາງກ່ຽວກັບການແກ່ຍາວຄຳສັ່ງຢຸດຍິງທີ່ໄດ້ຮັກສາໄວໃນເວລາ 2 ເດືອນຜ່ານມາຢູ່ເຂດດິນແດນນີ້ເທົ່ານັ້ນ, ຫາກຍັງສ້າງຄວາມສ່ຽງຍູ້ເຂດ ກາຊາ ກໍ່ຄືທົ່ວພາກພື້ນຕາເວັນອອກກາງ ຕົກເຂົ້າສູ່ສະພາບເກີດການໃຊ້ຄວາມຮຸນແຮງຮອບໃໝ່ນຳອີກ.
ການໃຊ້ຄວາມຮຸນແຮງເກີດຂຶ້ນຄືນໃໝ່ຢູ່ເຂດ ກາຊາ ໃນວັນທີ 18 ມີນາ, ເມື່ອກອງທັບ ອິດສະຣາແອັນ ໄດ້ດຳເນີນການບຸກໂຈມຕີທາງອາກາດຂະໜາດໃຫຍ່ເປັນຫຼາຍຄັ້ງເຮັດໃຫ້ກວ່າ 200 ຄົນຖືກເສຍຊີວິດ, ເປັນຂີດໝາຍໃຫ້ເລື່ອງຂໍ້ຕົກລົງຢຸດຍິງທີ່ສ້າງຂຶ້ນໃນວັນທີ 19 ມັງກອນ ຖືກລົ້ມລະລາຍຢ່າງເປັນທາງການ.
ການໃຊ້ຄວາມຮຸນແຮງເຄັ່ງຕຶງຂຶ້ນຕື່ມ
ໃນຖະແຫຼງທີ່ໄດ້ຍົກອອກມາພາຍຫຼັງການບຸກໂຈມຕີທາງອາກາດມື້ທຳອິດໃນວັນທີ 18 ມີນາ, ທ່ານ Nadav Shoshani, ໂຄສົກສາກົນຂອງກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ, ອິດສະຣາແອັນ ຕ້ອງບຸກໂຈມຕີກ່ອນກໍ່ເພື່ອສະກັດກັ້ນເລື່ອງຂະບວນການ ຮາມາດສ ຢູ່ເຂດ ກາຊາ ພວມສ້າງແຜນການດຳເນີນບັນດາການບຸກໂຈມຕີແນໃສ່ຫຼາຍຈຸດຢູ່ ອິດສະຣາແອັນ, ກໍ່ຄືສ້າງຄວາມກົດດັນບັງຄັບໃຫ້ ຮາມາດສ ປ່ອຍຕົວປະກັນທັງໝົດທີ່ຂະບວນການນີ້ພວມກັກຂັງ. ໃນລຽນຫຼາຍມື້ຫຼັງຈາກນັ້ນ, ອິດສະຣາແອັນ ໄດ້ຍູ້ແຮງບັນດາການບຸກໂຈມຕີທາງອາກາດ, ອອກຄຳສັ່ງຍົກຍ້າຍສາມັນຊົນຢູ່ທາງທິດເໜືອກາຊາ… ການໃຊ້ຄວາມຮຸນແຮງຮອບໃໝ່ຢູ່ເຂດ ກາຊາ ພວມກໍ່ຜົນເສຍຫາຍຢ່າງໜັກໜ່ວງ. ຕາມຕົວເລກຂອງອົງການສາທາລະນະສຸກເຂດ ກາຊາ ແລ້ວ, ໃນເວລາ 1 ອາທິດ, ນັບແຕ່ເມື່ອ ອິດສະຣາແອັນ ເຊື່ອມຕໍ່ບັນດາການກະທຳດ້ານການທະຫານຢູ່ເຂດ ກາຊາ, ມີກວ່າ 730 ຄົນເສຍຊີວິດ ແລະ ປະມານ 1.300 ຄົນໄດ້ຮັບບາດເຈັບ.
ຮ້າຍແຮງກວ່ານັ້ນ, ມີພາລະກອນຂອງສະຫະປະຊາຊາດຫຼາຍຄົນ ກໍ່ຄືບັນດາອົງການມະນຸດສະທຳສາກົນອື່ນອີກກໍ່ແມ່ນຜູ້ປະສົບເຄາະຮ້າຍ. ທ່ານ Stephane Dujarric, ໂຄສົກຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ໃຫ້ຮູ້ວ່າ, ນອກຈາກສະພາບການໃຊ້ຄວາມຮຸນແຮງດ້ານການທະຫານຢູ່ເຂດ ກາຊາ ເຄັ່ງຕຶງຂຶ້ນຕື່ມນັ້ນ, ເລື່ອງ ອິດສະຣາແອັນ ສະກັດກັ້ນການສະໜອງເຄື່ອງອຸປະຖຳມະນຸດສະທຳເຂົ້າເຂດ ກາຊາ ເປັນເວລາກວ່າ 3 ອາທິດຜ່ານມາ ແມ່ນບໍ່ສາມາດຍອມຮັບໄດ້, ສະນັ້ນ, ບັນດາຝ່າຍຕ້ອງກໍ່ຄວາມກົດດັນເພື່ອຢຸດຕິສະພາບການດັ່ງກ່າວ.
“ທຸກຝ່າຍຍາມໃດກໍ່ຕ້ອງເຄົາລົບກົດໝາຍສາກົນ. ທຸກປະເທດຕ້ອງນຳໃຊ້ທຸກມາດຕະການເພື່ອຢຸດຕິການປະທະກັນ ແລະ ຮັບປະກັນການເຄົາລົບກົດໝາຍສາກົນ, ໂດຍຜ່ານເລື່ອງສ້າງຄວາມກົດດັນດ້ານການທູດ, ເສດຖະກິດ, ພ້ອມກັນນັ້ນ ກໍ່ຕໍ່ສູ້ເພື່ອຕ້ານຄືນເລື່ອງບໍ່ຖືກລົງໂທດ”.
ເຖິງຢ່າງໃດກໍ່ຕາມ, ໂດຍບໍ່ຫົວຊາຕໍ່ຄວາມວິຕົກກັງວົນຂອງປະຊາຄົມສາກົນ, ອຳນາດການປົກຄອງ ອິດສະຣາແອັນ ໃຫ້ຮູ້ວ່າ ຈະສືບຕໍ່ເດີນຕາມບັນດາແຜນການຂອງຕົນ. ໃນຊຸມມື້ຜ່ານມາ, ນອກຈາກບັນດາການບຸກໂຈມຕີຢູ່ເຂດ ກາຊາ, ກອງທັບ ອິດສະຣາແອັນ ກໍ່ດຳເນີນການບຸກໂຈມຕີທາງອາກາດຢູ່ຫຼາຍເປົ້າໝາຍທາງພາກໃຕ້ ລີບັງ ແລະ ຊີຣີ. ບັນດາການກະທຳດັ່ງກ່າວໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນຕໍ່ການໃຊ້ຄວາມຮຸນແຮງຮອບໃໝ່ໃນທົ່ວພາກພື້ນຕາເວັນອອກກາງ, ຄືຈຸດເວລາທ້າຍປີ 2024, ເມື່ອຍັງບໍ່ທັນສ້າງຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ແລະ ຢູ່ ລີບັງ ລະຫວ່າງ ອິດສະຣາແອັນ ແລະ ກຳລັງ ເຮັກໂບລາ. ທ່ານ Nadav Shoshani, ໂຄສົກກອງທັບ ອິດສະຣາແອັນ, ຖະແຫຼງວ່າ:
“ພວກຂ້າພະເຈົ້າໄດ້ສ້າງບັນດາແຜນການທີ່ແຕກຕ່າງກັນ. ພວກຂ້າພະເຈົ້າມີກຳລັງຄວາມສາມາດດຳເນີນບັນດາແຜນການທີ່ແຕກຕ່າງກັນນີ້. ພວກຂ້າພະເຈົ້າຈະມີການກະທຳໂດຍອີງຕາມສະພາບການ, ອີງຕາມການຊີ້ນຳຈາກລັດຖະບານ, ກໍຄືອີງຕາມເງື່ອນໄຂຕົວຈິງ”.
ຄວາມສ່ຽງນາບຂູ່ເຖິງແຜນການສ້າງເຂດ ກາຊາ ຄືນໃໝ່
ຕໍ່ໜ້າຄວາມສ່ຽງທີ່ວ່າ ເຂດ ກາຊາ ຈະສືບຕໍ່ຕົກເຂົ້າສູ່ສະພາບເກີດການໃຊ້ຄວາມຮຸນແຮງຮອບໃໝ່, ໃນສະພາບທີ່ການປະທະກັນລະຫວ່າງ ອິດສະຣາແອັນ - ຮາມາດສ ເກີດຂຶ້ນໃນເດືອນ ຕຸລາ 2023 ໄດ້ເຮັດໃຫ້ມີຜູ້ເສຍຊີວິດກວ່າ 50.000 ຄົນນັ້ນ, ບັນດາປະເທດພວມຮີບເຮັ່ງປະຕິບັດຄວາມມານະພະຍາຍາມດ້ານການທູດ ແນໃສ່ຟື້ນຟູຄຳສັ່ງຢຸດຍິງ. ບັນດາແຫຼ່ງຂ່າວໃນພາກພື້ນໃຫ້ຮູ້ວ່າ, ວັນທີ 24 ມີນາ, ອີຢິບ ໄດ້ຍົກອອກຂໍ້ສະເໜີໃໝ່ເພື່ອແນໃສ່ຟື້ນຟູຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ. ຕາມຂໍ້ສະເໜີດັ່ງກ່າວ, ຂະບວນການ ຮາມາດສ ຈະປ່ອຍຕົວປະກັນ 5 ຄົນຕໍ່ອາທິດ ແລະ ອິດສະຣາແອັນ ປະຕິບັດໄລຍະທີ 2 ຂອງຄຳສັ່ງຢຸດຍິງພາຍຫຼັງອາທິດທຳອິດ. ມີບາງແຫຼ່ງຂ່າວກໍ່ໃຫ້ຮູ້ວ່າ, ທັງ ອາເມລິກາ ແລະ ຮາມາດສ ລ້ວນແຕ່ເຫັນດີຕໍ່ຂໍ້ສະເໜີດັ່ງກ່າວ, ແຕ່ ອິດສະຣາແອັນ ຍັງບໍ່ທັນມີການຕອບຄືນ. ໃນຂະນະນັ້ນ, ບັນດາປະເທດ ເອີລົບ ໄດ້ອອກສຽງຮຽກຮ້ອງໃຫ້ ອິດສະຣາແອັນ ເຊື່ອມຕໍ່ການເຈລະຈາ. ທ່ານນາງ Kaja Kallas, ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີລົບ (ອີຢູ), ຖະແຫຼງວ່າ:
“ການເຊື່ອມຕໍ່ບັນດາການເຈລະຈາແມ່ນວິທີການທີ່ມີຄວາມເປັນໄປໄດ້ສູງ ເພື່ອຢຸດຕິຄວາມເຈັບປວດຂອງທຸກຝ່າຍ. ການໃຊ້ຄວາມຮຸນແຮງພຽງແຕ່ຫຼໍ່ລ້ຽງຄວາມຮຸນແຮງເທົ່ານັ້ນ. ບັນດາສິ່ງທີ່ພວກເຮົາເຫັນແມ່ນສະພາບຄວາມອັນຕະລາຍເພີ່ມຂຶ້ນ, ສ້າງຄວາມວິຕົກກັງວົນທີ່ບໍ່ສາມາດຮັບໄດ້ ສຳລັບຕົວປະກັນ ແລະ ຄອບຄົວຂອງເຂົາເຈົ້າ, ກໍ່ຄືກໍ່ໃຫ້ເກີດຄວາມເຈັບປວດ ແລະ ການເສຍຊີວິດສຳລັບສາມັນຊົນ ປາແລັດສະຕິນ”.
ຕາມການຄາດຄະເນ, ໃນເດືອນ ເມສາ ນີ້, ບັນດາປະເທດ ອາຣັບ ແລະ ສະຫະປະຊາຊາດ ຈະພ້ອມກັນຈັດກອງປະຊຸມສຸດຍອດກ່ຽວກັບການສ້າງເຂດ ກາຊາ ຄືນໃໝ່ ດ້ວຍຈຸດສຸມແມ່ນການສ້າງກົນໄກ ແລະ ຂັ້ນຕອນເບີກຈ່າຍກວ່າ 53 ຕື້ USD, ພ້ອມກັນນັ້ນ, ກໍ່ສ້າງກົງຈັກຄຸ້ມຄອງໃໝ່ຢູ່ເຂດ ກາຊາ ພາຍຫຼັງການປະທະກັນ. ເຖິງຢ່າງໃດກໍ່ຕາມ, ເລື່ອງສະພາບປະທະກັນຢູ່ເຂດ ກາຊາ ລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ເຄັ່ງຕຶງຂຶ້ນອີກນັ້ນ, ບັນດາຝ່າຍທີ່ສ້າງແຜນການ ກາຊາ ຍາກທີ່ຈະປັດເຂ່ຍບົດບາດການເມືອງຂອງ ຮາມາດສ ຢູ່ເຂດ ກາຊາ ໃນໄລຍະຈະມາເຖິງໄດ້ຢ່າງສິ້ນເຊິງໂດຍໄວ.