ຕອນບ່າຍວັນທີ 29 ພະຈິກ, ຢູ່ນະຄອນ ເກີ່ນເທີ, ທ່ານ ເລກວາງຕຸ່ງ ເລຂາຄະນະພັກນະຄອນ ເກີ່ນເທີ ໄດ້ເຮັດວຽກກັບຄະນະຜູ້ແທນສະພາແຫ່ງຊາດສະຫະພັນລັດເຊຍ.
ບັນຍາກາດການເຮັດວຽກ (ພາບ: daibieunhandan.vn)
ບັນດານັກລົງທຶນ ແລະ ວິສາຫະກິດລັດເຊຍ ມີຄວາມເອົາໃຈໃສ່ຢາກຊອກຮູ້ກ່ຽວກັບໂອກາດຮ່ວມມືລົງທຶນຢູ່ ເກີນເທີ, ໃນນັ້ນ ມີການທ່ອງທ່ຽວ; ພ້ອມທັງສະແດງຄວາມປາດຖະໜາ ຢາກເປີດກວ້າງການຮ່ວມມືໂດຍກົງລະຫວ່າງບັນດາທ້ອງຖິ່ນຂອງ ລັດເຊຍ ກັບທ້ອງຖິ່ນຂອງ ຫວຽດນາມ.
ສ່ວນການນຳນະຄອນ ເກີ່ນເທີ ໄດ້ສະແດງຄວາມປາດຖະໜາວ່າ, ບັນດາປະເພດສິນຄ້າທີ່ມີທ່າແຮງຄື ເຂົ້າສານ, ສິນໃນນ້ຳ, ສິນທະເລຂອງທ້ອງຖິ່ນ ຈະໄດ້ສົ່ງອອກໄປຍັງ ລັດເຊຍ ໄດ້ຫຼາຍກວ່າ; ສອງຝ່າຍຊຸກຍູ້ບັນດາຄະນະສົ່ງເສີມການລົງທຶນ, ການຄ້າ, ໂດຍສະເພາະແມ່ນເຖິງປະຊາຄົມວິສາຫະກິດ ລັດເຊຍ ໃນບາງຂົງເຂດຄື ພະລັງງານທົດແທນ, ກະສິກຳເຕັກໂນໂລຢີສູງ, ອຸດສາຫະກຳປຸງແຕ່ງເລີກ; ພ້ອມດຽວກັນນັ້ນ, ເຊື່ອມຕໍ່ທ້ອງຖິ່ນຂອງ ສະຫະພັນ ລັດເຊຍ ເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ການແລກປ່ຽນວັດທະນະທຳ. ການນຳນະຄອນ ເກີ່ນເທີ ສະເໜີໃຫ້ພິຈາລະນະການເປີດຖ້ຽວບິນໂດຍກົງຈາກນະຄອນ ເກີ່ນເທີ ໄປຍັງບັນດາທ້ອງຖິ່ນຂອງ ສະຫະພັນ ລັດເຊຍ.
(ແຫຼ່ງຄັດຈາກ VOV)