• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເກາະ ແບກ​ລອງ​ຫວີ (ຫາຍ​ຟ່ອງ) ກຽມ​ພ້ອມ​ຈັດ​ວັນ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ

ເຂດພິເສດ ແບກລອງຫວີ (ນະຄອນ ຫາຍຟ່ອງ) ຈະຈັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ສົກປີ 2026 – 2031 ໃນວັນທີ 14 ມີນາ, ເຊິ່ງໄວກວ່າວັນເລືອກຕັ້ງທົ່ວປະເທດ.
  ຄະນະປະຕິບັດງານຂອງຄະນະກຳມະການເລືອກຕັ້ງນະຄອນ ຫາຍຟ່ອງ ລົງຊີ້ນຳຢ່າງທັນການ ເພື່ອໃຫ້ການເລືອກຕັ້ງຢູ່ເຂດພິເສດປະສົບຜົນສຳເລັດຢ່າງຈົບງານ  

ຍ້ອນມີລັກສະນະພິເສດທີ່ຕັ້ງຢູ່ຫ່າງໄກຈາກເຂດດິນຕໍ່ແຜ່ນ, ເຂດພິເສດ ແບກລອງຫວີ (ນະຄອນ ຫາຍຟ່ອງ) ຈະຈັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ສົກປີ 2026 – 2031 ໃນວັນທີ 14 ມີນາ, ເຊິ່ງໄວກວ່າວັນເລືອກຕັ້ງທົ່ວປະເທດ. ໄລ່ມາຮອດປັດຈຸບັນ, ວຽກງານການກະກຽມໃຫ້ແກ່ວັນເລືອກຕັ້ງກ່ອນກຳນົດເວລາຢູ່ເຂດພິເສດດັ່ງກ່າວກໍສຳເລັດແລ້ວ.

        ຢູ່ 02 ຈຸດເລືອກຕັ້ງຂອງເຂດພິເສດ, ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງໄດ້ສ້າງ ແລະ ຕິດປະກາດຢູ່ບັນດາເຂດປ່ອນບັດ ກໍຄືຢູ່ສຳນັກງານຄະນະກຳມະການປະຊາຊົນເຂດພິເສດ, ຮັບປະກັນຖືກຕ້ອງຕາມເວລາກຳນົດ. ພ້ອມກັບການກະກຽມຢ່າງຕັ້ງໜ້າຂອງເຂດພິເສດ ແບກລອງຫວີ ແລ້ວ, ຄະນະປະຕິບັດງານຂອງຄະນະກຳມະການເລືອກຕັ້ງນະຄອນ ຫາຍຟ່ອງ ກໍໄດ້ມີໜ້າເພື່ອກະຕຸກຊຸກຍູ້ ແລະ ມີການຊີ້ນຳຢ່າງທັນການ ເພື່ອໃຫ້ການເລືອກຕັ້ງຢູ່ເຂດພິເສດປະສົບຜົນສຳເລັດຢ່າງຈົບງານ.

(ແຫຼ່ງຄັດຈາກ VOV)

ການເລືອກຕັ້ງວັນທີ 15 ມີນາ ແມ່ນບາດກ້າວຫຼັກແຫຼ່ງເພື່ອນຳ ຫວຽດນາມກ້າວເຂົ້າສູ່ຍຸກພັດທະນາໃໝ່ຢ່າງໝັ້ນແກ່ນ

ການເລືອກຕັ້ງວັນທີ 15 ມີນາ ແມ່ນບາດກ້າວຫຼັກແຫຼ່ງເພື່ອນຳ ຫວຽດນາມກ້າວເຂົ້າສູ່ຍຸກພັດທະນາໃໝ່ຢ່າງໝັ້ນແກ່ນ

ທ່ານເອກອັກຄະລັດຖະທູດ ສະແດງຄວາມປະທັບໃຈຕໍ່ວິວັດການກະກຽມການເລືອກຕັ້ງຢ່າງພິຖິພິຖັນ, ພິເສດແມ່ນການເອົາຄຳເຫັນຂອງປະຊາຊົນຢ່າງກວ້າງຂວາງ ແລະ ວຽກງານພະນັງງານຢ່າງແໜ້ນແຟ້ນ.

Top