• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ຮັບປະກັນໂຄງປະກອບພາກສ່ວນເຂົ້າຮ່ວມການເລືອກຕັ້ງຢ່າງແໜ້ນແຟ້ນ

ເລື່ອງຮັບປະກັນອັດຕາທີ່ເໝາະສົມລະຫວ່າງຜູ້ແທນເພດຍິງ, ຜູ້ແທນໜຸ່ມ, ຜູ້ທີ່ບໍ່ແມ່ນສະມາຊິກພັກ, ຜູ້ສະໝັກຮັບເລືອກຕັ້ງຄືນໃໝ່… ໄດ້ຮັບການຄິດໄລ່ຢ່າງລະອຽດລະອໍ.
  (ພາບປະກອບ)  

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະມາຊິກສະພາຜູ້ແທນປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ພວມໃກ້ເຂົ້າມາແລ້ວ. ເພື່ອໃຫ້ວັນບຸນທົ່ວປວງຊົນມີປະຊາທິປະໄຕ, ຖືກຕາມກົດໝາຍ ແລະ ບັນລຸຜົນສຳເລັດຢ່າງແທດຈິງ, ວຽກງານກະກຽມບຸກຄະລາກອນ, ໂດຍສະເພາະແມ່ນການສ້າງໂຄງປະກອບ, ພາກສ່ວນ ແລະ ຈັດແບ່ງຕົວເລກຜູ້ສະໝັກຮັບເລືອກຕັ້ງແມ່ນບັນຫາສຳຄັນ.

ທີ່ຕາແສງ ຮາດມົນ, ນະຄອນ ຮ່າໂນ້ຍ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ພ້ອມກັບບັນດາຫົວໜ່ວຍ, ຄະນະ, ຂະແໜງການທີ່ກ່ຽວຂ້ອງໄດ້ສ້າງການຄາດຄະເນໂຄງປະກອບຜູ້ຕາງໜ້າ ຖືກຕ້ອງຕາມການແນະນຳຂອງສູນກາງ. ເລື່ອງຮັບປະກັນອັດຕາທີ່ເໝາະສົມລະຫວ່າງຜູ້ແທນເພດຍິງ, ຜູ້ແທນໜຸ່ມ, ຜູ້ທີ່ບໍ່ແມ່ນສະມາຊິກພັກ, ຜູ້ສະໝັກຮັບເລືອກຕັ້ງຄືນໃໝ່… ໄດ້ຮັບການຄິດໄລ່ຢ່າງລະອຽດລະອໍ. ທ່ານນາງ ກ່ຽວທິຢຸງ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຕາແສງ ຮາດມົນ, ໃຫ້ຮູ້ວ່າ:

“ວິວັດການຜັນຂະຫຍາຍໄດ້ປະຕິບັດຢ່າງມີປະຊາທິປະໄຕ, ເປີດເຜີຍ ແລະ ຖືກຕ້ອງຕາມກົດໝາຍ, ຮັບປະກັນຄວາມເໝາະສົມກ່ຽວກັບໂຄງປະກອບ, ເກນອາຍຸ, ເພດ, ພາກສ່ວນ ກໍຄືຜູ້ຕາງໜ້າປະຊາຊົນທຸກຊັ້ນວັນນະ”.

        ສ່ວນທ່ານ ເຈິ່ນເທເກືອງ, ຮອງປະທານສະພາປະຊາຊົນນະຄອນ ຮ່າໂນ້ຍ, ເຊື່ອໝັ້ນວ່າ:

“ດ້ວຍຈິດໃຈເປັນເຈົ້າການ, ເດັດດ່ຽວ, ມີຄວາມຮັບຜິດຊອບສູງຂອງທຸກຂັ້ນ, ທຸກຂະແໜງການ, ດ້ວຍການຮັບມືຢ່າງຕັ້ງໜ້າຂອງຜູ້ມີສິດເລືອກຕັ້ງ, ວຽກງານກະກຽມການເລືອກຕັ້ງຢູ່ ຮ່າໂນ້ຍ ພວມໄປຖືກທິດ, ຖືກກັບຄວາມຄືບໜ້າ. ຂ້າພະເຈົ້າເຊື່ອໝັ້ນວ່າ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026  2031 ໃນບໍລິເວນນະຄອນ ຮ່າໂນ້ຍ ຈະບັນລຸຜົນສຳເລັດ, ເປັນວັນບຸນໃຫຍ່ຂອງປະຊາຊົນຢ່າງແທ້ຈິງ”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics

Top