• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ຮັກສາກຳລັງດຶງດູດແຫຼ່ງທຶນ FDI, ມຸ່ງໄປເຖິງຄຸນນະພາບສູງ

ຈຳນວນໂຄງການສະໜອງໃໝ່ສືບຕໍ່ເພີ່ມຂຶ້ນຢ່າງແຮງ. ໃນເດືອນ ສິງຫາ, ຮ່າໂນ້ຍ ມີ 62 ໂຄງການສະໜອງໃໝ່, ດ້ວຍທຶນຈົດທະບຽນໃໝ່ກວ່າ 46,7 ຕື້ USD.
  ສາຍການຜະລິດຢູ່ໂຮງງານຜະລິດອັດສະລິຍະຂອງ Yadea ຫວຽດນາມ, ເຊິ່ງເປັນໂຄງການທີ່ມີມູນຄ່າການລົງທຶນຫຼາຍກວ່າ 100 ລ້ານ USD ຕັ້ງຢູ່ໃນເຂດອຸດສາຫະກຳ ເຕິນຮຶງ, ແຂວງ ບັງນິງ. ພາບ: VNA  

ຕາ​ມ​ຕົວ​ເລກ​ຂອງ​ພະ​ແນກ​ການ​ເງິນ ຮ່າ​ໂນ້ຍ ແລ້ວ, ນັບ​ແຕ່​ຕົ້​ນ​ປີ​ຮອດ​ວັນ​ທີ 24 ສິງ​ຫາ, ຍອດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ທີ່ດຶງ​ດູດ​​ໄດ້ໃນ​ບໍ​ລິ​ເວນ​ນະ​ຄອນ​ບັນ​ລຸ​ປະ​ມານກວ່າ 3,7 ຕື້ USD, ເທົ່າ​ກັບ 83% ເປົ້າ​ໝາຍ​​ທັງ​ປີ​ແມ່ນ 4,5 ຕື້ USD.

ສິ່ງ​ທີ່​ໜ້າ​ສົນ​ໃຈນັ້ນ​ແມ່ນ, ຈຳ​ນວນ​ໂຄງ​ການ​ສະ​ໜອງ​ໃໝ່​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ໃນເດືອນ ສິງ​ຫາ, ​ຮ່າ​ໂນ້ຍ ມີ 62 ໂຄງ​ການ​ສະ​ໜອງ​ໃໝ່, ດ້ວຍ​ທຶນ​ຈົດ​ທະ​ບຽນ​ໃໝ່​ກວ່າ 46,7 ຕື້ USD. ສະ​ສົມ​ຮອດ​ວັນ​ທີ 24 ສິງບ​ຫາ, ນະ​ຄອນ​ມີ 450 ໂຄງ​ການ​​ສະ​ໜອງ​ໃໝ່. ພ້ອມ​ກັບ​ບັນ​ດາ​ໂຄງ​ການ​ໃໝ່, ແຫຼ່ງ​ທຶນ​ເພີ່ມ​ຂຶ້​ນ​ຈາກ​ບັນ​ດາ​ໂຄງ​ການ​ທີ່​ພວມ​ເຄື່ອນ​ໄຫວ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ​ໄວ້. ໃນ​ເດືອນ ສິງ​ຫາ ມີ 8 ​ເທື່ອໂຄງ​ການ​​ດັດ​ປັບ​ເພີ່​ມ​ທຶນ​ດ້ວຍ​ຈຳ​ນວນ​ທຶນ 30,8 ຕື້ USD, ສູງກວ່າ 1,68 ເທົ່າ​ເມື່ອ​ທຽບ​ໃສ່​ເດືອນ ກໍ​ລະ​ກົດ.

ປະ​ຈຸ​ບັນ, ຮ່າ​ໂນ້ຍ ພວມ​ສ້າງໂຄງ​ປະ​ກອບ​ທຶນ FDI ຄືນ​ໃໝ່ຕາມ​ທິດມີ​ຄຸນ​ນະ​ພາບ​ສູງ, ໃຫ້​ບຸ​ລິ​ມະ​ສິດ​ດ້ານ​ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ, ການ​ບໍ​ລິ​ການ​ດີ​ຈີ​ຕອນ ແລະ ​ການຄົ້​ນ​ຄວ້າ - ພັດ​ທະ​ນາ. ຮອດ​ວັນ​ທີ 24 ສິງ​ຫາ​, ຂົງ​ເຂດ​ເຄື່ອນ​ໄຫວ​ວິ​ຊາ​ສະ​ເພາະ, ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ນຳ​ໜ້າ​ດ້ວຍ​ທຶນ​ກວ່າ 2,2 ຕື້ USD, ກວມ​ເອົາ 60% ຍອດຈຳ​ນວນ​​ທຶນ FDI. ຖັດ​ຈາກນັ້ນ​ແມ່ນ​ບັນ​ດາ​ໝວດ​​ຂະ​ແໜງ: ຖະ​ແຫຼງ​ຂ່າວ ແລະ ​ສື່​ສານ; ອະ​ສັງ​ຫາ​ລິ​ມະ​ຊັບ; ການ​ຂາຍ​ສົ່ງ - ຂາຍ​ຍ່​ອຍ…

ໄລ່​ຮອດ​ປະ​ຈຸ​ບັນ, ທຶນ FDI ປະ​ຕິ​ບັດ​ສະ​ສົມ​ບັນ​ລຸກວ່າ 1,3 ຕື້ USD, ເທົ່າ​ກັບ​ກວ່າ 125% ຂອງ​ໄລ​ຍະ​ດຽວ​ກັນ​ປີ 2025 ແລະ ບັນ​ລຸ 82% ແຜນ​ການ​ຂອງ​ປີ 2026.

(ແຫຼ່ງຄັດຈາກ VOV)

ນັບແຕ່ວັນທີ 01 ກັນຍາ, ກວາງນິງ ກາຍເປັນນະຄອນທີ 8 ຂອງ ຫວຽດນາມ

ນັບແຕ່ວັນທີ 01 ກັນຍາ, ກວາງນິງ ກາຍເປັນນະຄອນທີ 8 ຂອງ ຫວຽດນາມ

ຕາມມະຕິຂອງສະພາແຫ່ງຊາດ, ນະຄອນ ກວາງນິງ ໄດ້ຮັບການສ້າງຕັ້ງົບົນພື້ນຖານເນື້ອທີທຳມະຊາດ (6.231,27 ຕາລາງກມ) ແລະ ປະຊາກອນ 1.523.400 ຄົນຂອງແຂວງ ກວາງນິງ.

Top