• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ພາກ​ກາງ​ຕອນ​ໃຕ້ ແລະ ເຂດ​ເຕີຍງວຽນ ກັບ​ຄືນ​ສູ່​ການ​ດຳ​ລົງ​ຊີ​ວິດ​ໂດຍ​ໄວ

ຝົນຕົກໜັກແກ່ຍາວເປັນຫຼາຍມື້ ໄດ້ສ້າງຜົນເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງພາກກາງ ແລະ ເຕີຍງວຽນ ຂອງ ຫວຽດນາມ, ໄລ່ຮອດ 18 ໂມງ 30 ນາທີຂອງວັນທີ 24 ພະຈິກ ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 102 ຄົນ ແລະ ຄາດວ່າມູນຄ່າເສຍຫາຍທັງໝົດກວ່າ 13.000 ຕື້ດົ່ງ (ປະມານ 493 ລ້ານ USD).
ຄະນະຮ່າໂນ້ຍ ມອບເງິນຊ່ວຍເຫຼືອໃຫ້ແກ່ 3 ທ້ອງຖິ່ນຖືກຜົນກະທົບຈາກໄພພິບັດທຳມະຊາດຢ່າງໜັກໜ່ວງ (ພາບ:thanglong.chinhphu.vn)

ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນບັນດາທ້ອງຖິ່ນຖືກຜົນກະທົບຈາກຝົນຕົກໜັກນ້ຳຖ້ວມ ສາມາດກັບຄືນສູ່ການດຳລົງຊີວິດໂດຍໄວ, ແຕ່ວັນທີ 21 ພະຈິກ, ນະຄອນ ໂຮ່ຈີມິນ ໄດ້ຜັນຂະຫຍາຍ 18 ຈຸດຮັບເຄື່ອງຊ່ວຍເຫຼືອ. ຄະນະຂົນຂວາຍການກູ້ໄພກູ້ຊີບນະຄອນ ໄດ້ຮັບຈຳນວນເງິນຊ່ວຍເຫຼືອທັງໝົດເກືອບ 245 ຕື້ດົ່ງ (9,5 ລ້ານ USD); ພ້ອມດ້ວຍຢຸກຢາໃຊ້ທົ່ວໄປໃນຄອບຄົວກວ່າ 29.000 ຖົງ, ເຂົ້າກວ່າ 70 ໂຕນ, ມີມູນຄ່າກວ່າ 136 ຕື້ດົ່ງ (5,4 ລ້ານ USD).

        ຕອນບ່າຍວັນທີ 24 ພະຈິກ, ນະຄອນ ຮ່າໂນ້ຍ ໄດ້ມອບຈຳນວນເງິນ 30 ຕື້ດົ່ງ (1,2 ລ້ານ USD) ໜູນຊ່ວຍບັນດາແຂວງ ດັກຫຼັກ, ເລິມດົ່ງ ແລະ ແຄັງຮວ່າ. ໃນວັນດຽວກັນ, ກະຊວງສຶກສາ ແລະ ບຳລຸງສ້າງໄດ້ຊີ້ນຳໃຫ້ພະແນກສຶກສາ ແລະ ບຳລຸງສ້າງຮີບເຮັ່ງດຳເນີນການສຳຫຼວດກວດຄືນຜົນເສຍຫາຍກ່ຽວກັບພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນການສອນ ແລະ ໃຫ້ຮູ້ວ່າ ຈະສະໜອງຕຳລາຮຽນໃຫ້ແກ່ນັກຮຽນເຂດຖືກນ້ຳຖ້ວມໂດຍບໍ່ເກັບຄ່າ.

        ຕໍ່ໜ້າບັນດາຜົນເສຍຫາຍຢ່າງໜັກໜ່ວງຍ້ອນຖືກຝົນຕົກນ້ຳຖ້ວມຢູ່ທ້ອງຖິ່ນຕ່າງໆຂອງ ຫວຽດນາມ, ວັນທີ 24 ພະຈິກ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ວັນທີ 24 ພະຈິກ, ຢູ່ສຳນັກງານອົງການພົວພັນຕ່າງປະເທດ ສະຫະພາບເອີຣົບ (EEAS) ຢູ່ ບຣຸກແຊັນ, ປະເທດ ແບນຊິກ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Paola Pampaloni ຮັກສາການກົມໃຫຍ່ ອາຊີ - ປາຊີຟິກຂອງ EEAS ໄດ້ເປັນປະທານຮ່ວມວາລະປະຊຸມຄັ້ງທີ 6 ຄະນະກຳມະການປະສົມ ຫວຽດນາມ - ສະຫະພາບ ເອີຣົບ (EU) ແນໃສ່ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU (PCA).

Top