ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ບັນດາທ້ອງຖິ່ນສືບຕໍ່ສຳຫຼວດກວດກາບັນດາໂຄງການທີ່ຍັງຄົງຄ້າງ, ສະເໜີມາດຕະການແກ້ໄຂ; ສົ່ງເສີມການແກ້ໄຂຜົນຮ້າຍຢ້ອນຫຼັງຕາມບັນດາຂໍ້ກຳນົດຂອງພັກ ແລະ ກົດໝາຍຂອງລັດ; ຫຼີກລ້ຽງການເສຍຫາຍ, ສິ້ນເປືອງຊັບພະຍາກອນທີ່ດິນຂອງລັດ, ປະຊາຊົນ, ວິສາຫະກິດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)
"ຮັບປະກັນບຸລິມະສິດລົງທຶນໃຫ້ແກ່ເຂດປະສົບກັບຄວາມຫຍຸ້ງຍາກ, ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ". ສິ່ງດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກ ໃນກອງປະຊຸມເຊື່ອມຊຶມຜັນຂະຫຍາຍບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບການແກ້ໄຂສິ່ງຄົງຄ້າງສຳລັບບັນດາໂຄງການ, ເນື້ອທີ່ດິນ ແລະ ໂຄງການເປົ້າໝາຍແຫ່ງຊາດສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ພັດທະນາເສດຖະກິດສັງຄົມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຊິ່ງໄດ້ດຳເນີນໃນວັນທີ 30 ທັນວາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ.
ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ບັນດາທ້ອງຖິ່ນສືບຕໍ່ສຳຫຼວດກວດກາບັນດາໂຄງການທີ່ຍັງຄົງຄ້າງ, ສະເໜີມາດຕະການແກ້ໄຂ; ສົ່ງເສີມການແກ້ໄຂຜົນຮ້າຍຢ້ອນຫຼັງຕາມບັນດາຂໍ້ກຳນົດຂອງພັກ ແລະ ກົດໝາຍຂອງລັດ; ຫຼີກລ້ຽງການເສຍຫາຍ, ສິ້ນເປືອງຊັບພະຍາກອນທີ່ດິນຂອງລັດ, ປະຊາຊົນ, ວິສາຫະກິດ. ຜ່ານນັ້ນ, ຮັບປະກັນລັກສະນະເປັນລະບຽບວິໄນ, ຄວາມເຂັ້ມງວດຂອງກົດໝາຍ; ຢັ້ງຢືນກຳລັງຄວາມສາມາດຂອງອຳນາດການປົກຄອງ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ; ປຸກລຸກ ແລະ ລະດົມທຸກແຫຼ່ງກຳລັງສັງຄົມເຂົ້າຮ່ວມການລົງທຶນ ແລະ ພັດທະນາ.
(ແຫຼ່ງຄັດຈາກ VOV)