• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອດ​ປີ 2030, 75% ມາດ​ຕ​ະ​ຖານ ຫວຽດ​ນາມ ກົມ​ກຽວ​ກັບ​ມາດ​ຕະ​ຖານ​ສາ​ກົນ

ບຳ​ລຸງ​ສ້າງ​ນັກ​ຊ່ຽວ​ຊານ​ມີ​ຄວາມ​ສາ​ມາດ​ເຂົ້າ​ຮ່ວມ​ການ​ສ້າງ​ມາດ​ຕະ​ຖານ​ສາ​ກົນ ແລະ ບຳ​ລຸງ​ສ້າງວິ​ຊາ​ຊີບ​ກ່ຽວ​ກັບ​ການ​ຫັນ​ເປັນ​ມາດ​ຕະ​ຖານ​ໃຫ້​ແກ່​ພະ​ນັກ​ງານ​ຢ່າງ​ໜ້ອຍ​ສຸດ 5.000 ເທື່ອຄົນ​ໃນ​ບັນ​ດາ​ຂົງ​ເຂດ, ຂະ​ແໜງ​ການ​ຈຸດ​ສຸມ.
  ນາຍົກລັດຖະມົນຕີ ຫາກໍ່ປະກາດໃຊ້ຂໍ້ຕົກລົງເລກທີ 876 ກ່ຽວກັບການໃຫ້ສັດຕະຍາບັນຍຸດທະສາດມາດຕະການແຫ່ງຊາດໄລຍະ 2026-2035(ພາບ: VGP)  

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫາ​ກໍ່​ປະ​ກາດ​ໃຊ້​ຂໍ້​ຕົກ​ລົງ​ເລກ​ທີ 876 ກ່ຽວ​ກັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຍຸດ​ທະ​ສາດ​ມາດ​ຕະ​ການ​ແຫ່ງ​ຊາດ​ໄລ​ຍະ 2026-2035. ຍຸດ​ທະ​ສາດ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ສ້າງ​ລະ​ບົບ​ມາດ​ຕະ​ການ​ສາ​ກົນ​ທັນ​ສະ​ໄໝ, ເປີດ​ໂປ່ງ, ກົມ​ກຽວ​ກັບ ມາດ​ຕະ​ຖານ​ສາ​ກົນ, ສວມ​ບົດ​ບາດ​ເປັນ​ພື້ນ​ຖານ​ລະ​ບອບ​ລະ​ບຽບ​ການ​ອ່ອນ​ຂອງ​ຊາດ, ເປັນ​ເຄື່ອງ​ມື​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສາ​ທາ​ລະ​ນະ ແລະ ພື້ນ​ຖານ​ເຕັກ​ນິກ​ໃຫ້​ແກ່​ການ​ຄຸ້ມ​ຄອງ​ລັດ. ພ້ອມ​ທັງ​ຊຸກ​ຍູ້​ເພື່ອ​ມາດ​ຕະ​ຖານ​ກາຍ​ເປັນ​ກຳ​ລັງ​ໜູນ​ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ, ຫັນ​ເປັນ​ສີ​ຂຽວ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຕາມ​ນັ້ນ​ແລ້ວ, ເປົ້າ​ໝາຍ​ໄລ​ຍະ 2026-2030, ສູ້​ຊົນ 75% ມາດ​ຕະ​ການ ຫວຽດ​ນາມ ກົມ​ກຽວ​ກັບ​ມາດ​ຕະ​ການ​ສາ​ກົນ, 100% ເກນ​ແບ່ງ​ປະ​ເພດ​ ທຽບ​ເທົ່າ​ກັບ​ການ​ແບ່ງ​ປະ​ເພດ​ລະ​ດັບ​ສອງ​ຂອງ​ເກນ​ແບ່ງ​ປະ​ເພດ​ມາດ​ຕະ​ຖານ​ສາ​ກົນ. ສູ້​ຊົນ​ມີ​ຜູ້​ຕາງ​ໜ້າ​ເຂົ້າ​ຮ່ວມ ຄະ​ນະ​ເຕັກ​ນິກ​ທີ່ທຽບ​ເທົ່າ ກັບ ISO, IEC, ITU… ທຸກ​ໆ​ປີ, ມີ 50.000 ໃບ​ຢັ້ງ​ຢຶນ​ສອດ​ຄ່ອງ​ມາດ​ຕະ​ຖານ, ມາດ​ຕະ​ຖານ​ດ້ານ​ເຕັກ​ນິກ, ໜູນ​ຊ່ວຍ​ຢ່ງ​ໜ້ອຍ​ສຸດ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ເຂົ້າ​ເຖິງ ແລະ ໝູ​ນ​ໃຊ້​ມາດ​ຕະ​ຖານ ​ຫວຽດ​ນາມ.

ບຳ​ລຸງ​ສ້າງ​ນັກ​ຊ່ຽວ​ຊານ​ມີ​ຄວາມ​ສາ​ມາດ​ເຂົ້າ​ຮ່ວມ​ການ​ສ້າງ​ມາດ​ຕະ​ຖານ​ສາ​ກົນ ແລະ ບຳ​ລຸງ​ສ້າງວິ​ຊາ​ຊີບ​ກ່ຽວ​ກັບ​ການ​ຫັນ​ເປັນ​ມາດ​ຕະ​ຖານ​ໃຫ້​ແກ່​ພະ​ນັກ​ງານ​ຢ່າງ​ໜ້ອຍ​ສຸດ 5.000 ເທື່ອຄົນ​ໃນ​ບັນ​ດາ​ຂົງ​ເຂດ, ຂະ​ແໜງ​ການ​ຈຸດ​ສຸມ.

(ແຫຼ່ງຄັດຈາກ VOV)

ບົດ​ຂ​ຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ແສງສະ​ຫວ່າງ ​ໂຮ່​ຈີ​ມິນ ເຍືອງ​ທາງ​ໃຫ້​ແກ່​ພວກ​ເຮົາ​ເດີນ

ບົດ​ຂ​ຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ແສງສະ​ຫວ່າງ ​ໂຮ່​ຈີ​ມິນ ເຍືອງ​ທາງ​ໃຫ້​ແກ່​ພວກ​ເຮົາ​ເດີນ

ໃນ​ບົດ​ຂຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ຮູ້​ວ່າ​ ວັນ​ທີ 19 ພຶດ​ສະ​ພາ 2026 ແມ່ນ​ວັນ​ສະ​ເຫຼີມ​ສະຫຼອງ 136 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ​ໂຮ່​ຈີ​ມິນ ຜູ້​ຍິ່ງ​ໃຫຍ່​ໃນ​ຈຸດ​ເວ​ລາ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ.

Top