• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫວໍ​ທິ​ແອັງ​ຊວັນ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຊູ​ແອັດ ປະ​ຈຳ ຫວຽດ​ນາມ

ວັນທີ 15 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Johan Ndisi, ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ.
ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ຕ້ອນຮັບທ່ານ Johan Ndisi, ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ

ນະທີ່ນີ້, ທ່ານນາງຮອງປະທານປະເທດ ປາດຖະໜາວ່າ ສອງປະເທດສືບຕໍ່ຊຸກຍູ້ການພົວພັນອັນດີງາມ, ຕັ້ງໜ້າແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ, ການຮ່ວມມືລະຫວ່າງບັນດາວິສາຫະກິດເພື່ອໃຫ້ສອງຝ່າຍມີໂອກາດຮ່ວມມືຢ່າງແທດຈິງ, ມີປະສິດທິຜົນກວ່າ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍຕັ້ງໜ້າສຳຫຼວດກວດຄືນບັນດາຂອບເຂດ, ສັນຍາທີ່ໄດ້ລົງນາມກ່ອນແລ້ວ ເພື່ອປັບປຸງ, ເພີ່ມເຕີມໃຫ້ສອດຄ່ອງກັບໄລຍະໃໝ່.

        ສ່ວນທ່ານເອກອັກຄະລັດຖະທູດ Johan Ndisi  ແບ່ງປັນວ່າ ຫວຽດນາມ ແລະ ຊູແອັດ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ໃກ້ຊິດສະໜິດສະໜົມໃນທຸກຂົງເຂດ. ທ່ານ Johan Ndisi ສະເໜີໃຫ້ສອງປະເທດ ຕ້ອງຊຸກຍູ້ການຮ່ວມມືໃນວິວັດການຫັນເປັນສີຂຽວ, ຫັນເປັນດີຈີຕອນ ແລະ ພັດທະນາແບບຍືນຍົງ. ຊູແອັດ ກໍພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ກ່ຽວກັບນະວັດຕະກຳ. ຕາມທ່ານເອກອັກຄະລັດຖະທູດ ຊູແອັນ ແລ້ວ, ປະຊາຄົມວິສາຫະກິດ ຊູແອັນ ຢູ່ ຫວຽດນາມ ປາດຖະໜາຢາກຮັກສາສາຍພົວພັນຮ່ວມມື ແລະ ການລົງທຶນດຳເນີນທຸລະກິດ ຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top