ຮສຈ. ປອ ຫວູທິແທງຮວ່ຽນ ເກີດປີ 1973, ໃຫຍ່ຂຶ້ນໃນຄອບ ຄົວ ທີ່ບໍ່ມີໃຜຮຽນວິຊາການແພດ, ແຕ່ພໍ່ແມ່ ມີຄວາມ ປາດຖະໜາ ຢາກໃຫ້ທ່ານນາງກາຍເປັນທ່ານໝໍ. ເມື່ອເຫັນພໍ່ ຂອງຕົນ ມີອາການຫາຍໃຈຝືດເລື້ອຍໆ ເນື່ອງຈາກ ເປັນພະຍາດ ຫອບຫືດ ຕ້ອງໄດ້ເຂົ້າໂຮງໝໍຫຼາຍຄັ້ງ, ທ່ານນາງ ຮວ່ຽນ ມີຄວາມເປັນຫ່ວງ ກ່ຽວກັບການເຈັບເປັນ ຂອງ ພໍ່, ເພາະສະນັ້ນ ທ່ານນາງ ຈຶ່ງມີຄວາມຕັ້ງໃຈໃນການຮຽນ ການແພດ ດ້ວຍຄວາມຫວັງ ທີ່ຈະປິ່ນປົວພະຍາດໃຫ້ພໍ່. ຫຼັງຈາກສຶກສາ ກ່ຽວກັບຂະແໜງການແພດທົ່ວໄປ
ທີ່ມະຫາ ວິທະຍາໄລ ການແພດ ຮ່າໂນ້ຍ ເປັນເວລາ ຫົກປີ ໄດ້ຊ່ວຍໃຫ້ ທ່ານນາງ ກຳນົດ ແນວທາງກ່ຽວ ກັບອາຊີບ ຂອງຕົນ.
ປີ 1998, ທ່ານນາງ ສອບສະໝັກເອົາທຶນການສຶກສາ DAAD ຂອງ ເຢຍລະມັນ ແລະ ສືບຕໍ່ຮຽນສາຂາ ອັງໂດກຣີນ ຢູ່ທີ່ມະ ຫາວິທະຍາໄລ Heidelberg (ເຢຍລະມັນ). ຫຼັງຈາກຮຽນຈົບ, ທ່ານນາງໄດ້ກັບຄືນປະເທດ ເຮັດວຽກຢູ່ພະແນກການແພດ ພາຍໃນທົ່ວໄປ, ໂຮງໝໍຜູ້ສູງອາຍຸສູນກາງ.
ຄວາມອົດທົນ ໃນການສຶກສາ ອີກເທື່ອໜຶ່ງ ໄດ້ກະຕຸ້ນທ່ານ ນາງ, ປີ 2005, ທ່ານນາງ ເສັງໄດ້ທຶນຄົ້ນຄວ້າ ຂັ້ນເໜືອມະຫາ ວິທະຍາໄລ ທີ່ ສະຖາບັນ Karolinska, ສະຕອກໂຮມ, ຊູແອດ ຕາມທຶນການສຶກສາ SIDA/SAREC. ນີ້ແມ່ນມະຫາວິທະຍາ ໄລການແພດ ທີ່ມີຊື່ສຽງຊັ້ນນໍາຂອງໂລກ, ເປັນບ່ອນທີ່ ມອບ ລາງວັນ ໂນແບລ ຂະແໜງການແພດທຸກປີ.
ທ່ານນາງ ຮວ່ຽນ ເປັນທ່ານໝໍ ຍິງໜຸ່ມທີ່ຫາຍາກ ຂອງ ຫວຽດ ນາມ ທີ່ນຳໃຊ້ 3 ພາສາຕ່າງປະເທດໄດ້ຢ່າງຄ່ອງແຄ້ວ ຄືພາສາ ອັງກິດ - ຝຣັ່ງ - ເຢຍລະມັນ. ສິ່ງດັ່ງກ່າວໄດ້ຊ່ວຍທ່ານນາງ ໃນ ການອ່ານປຶ້ມ ແລະ ເຂົ້າເຖິງວິຊາສະເພາະ ດ້ານການແພດ ຈາກອາຈານສອນ, ທ່ານໝໍ ລະດັບສາກົນ ໄດ້ດີທີ່ສຸດ.
ດ້ວຍການຮ່ວມມື ຂອງ ສອງສະຖາບັນການແພດ ຊູແອດ ແລະ ເຢຍລະມັນ, ປີ 2009, ທ່ານນາງ ຮວ່ຽນ ໄດ້ເຂົ້າຮ່ວມ ຫຼັກສູດ ຂັ້ນສູງ ກ່ຽວກັບວິທີການກວດ ແລະ ຕິດຕາມພະຍາດຕີນ ຈາກ ເບົາຫວານ ຢູ່ມະຫາວິທະຍາໄລ Regensburg, ເຢຍລະມັນ. ໃນຊ່ວງເວລາດຽວກັນ ການສຶກສາ ແລະ ເຮັດບົດວິທະຍານິພົນ ປະລິນຍາເອກ ຢູ່ມະຫາວິທະຍາໄລການແພດ ທີ່ມີຊື່ສຽງ ລະດັບໂລກ ແມ່ນມີຄວາມກົດດັນຫຼາຍ, ແຕ່ທ່ານນາງ ຮວ່ຽນ ໄດ້ ສຳເລັດໜ້າທີ່ນີ້ຢ່າງດີເລີດ.
ການຝຶກຝົນຢ່່າງໜັກໃນການຮໍ່າຮຽນ ໄດ້ຢັ້ງຢືນ ກ່ຽວກັບດ້ານ ວິຊາສະເພາະ ຊຶ່ງໄດ້ສະແດງໃຫ້ເຫັນ ຈາກໃບປະກາດສະນີ ຍະບັດການແພດ ລະດັບສາກົນ ຫຼາຍສະບັບ, ເພາະສະນັ້ນ ເມື່ອກັບຄືນ ຫວຽດນາມ ເພື່ອເຮັດວຽກ, ທ່ານນາງ ຮວ່ຽນ ກໍສາ ມາດ ປະຕິບັດ ວຽກງານໃນຫຼາຍໜ້າທີ່ ແຕກຕ່າງກັນ ໃນເວລາ ດຽວກັນ ນັບແຕ່ການກວດ, ປິ່ນປົວ, ຄົ້ນຄວ້າວິທະຍາສາດ ຕະ ຫຼອດຮອດ ວຽກງານການຄຸ້ມຄອງ ແລະ ການຝຶກອົບຮົມ. ປັດ ຈຸບັນ, ທ່ານນາງ ເປັນຫົວໜ້າພະແນກ ອັງໂດກຣີນ-ຂໍ່ກະດູກ ແລະ ກ້າມເນື້ອ, ຫົວໜ້າພະແນກຄົ້ນຄ້ວາ ວິທະຍາສາດ - ໂຮງ ໝໍຜູ້ສູງອາຍຸສູນກາງ, ທັງເປັນຮອງຫົວໜ້າພະແນກຜູ້ສູງອາຍຸ, ມະຫາວິທະຍາໄລ ການແພດ ຮ່າໂນ້ຍ. ເປັນເວລາ 4 ປີຕິດຕໍ່ ກັນ (2017-2020), ທ່ານນາງໄດ້ ຮັບລາງວັນ ດັ້ງວັນງື໊ ທີ່ສະ ຫງວນ ໃຫ້ກັບ ທ່ານໝໍຍິງ ມີຈັນຍາບັນດ້ານການແພດ ທີ່ໃສ ສະອາດ ແລະ ໄດ້ອຸທິດຕົນເພື່ອ ອາຊີບການແພດ.
"ການຮຽນຮູ້ແມ່ນການເດີນທາງອອກແຮງງານ, ສ່ວນການເຮັດ ວຽງານ ການແພດ ແມ່ນຂະບວນການ ຝຶຶກອົບຮົມ" |
ທີ່ມະຫາ ວິທະຍາໄລ ການແພດ ຮ່າໂນ້ຍ ເປັນເວລາ ຫົກປີ ໄດ້ຊ່ວຍໃຫ້ ທ່ານນາງ ກຳນົດ ແນວທາງກ່ຽວ ກັບອາຊີບ ຂອງຕົນ.
ປີ 1998, ທ່ານນາງ ສອບສະໝັກເອົາທຶນການສຶກສາ DAAD ຂອງ ເຢຍລະມັນ ແລະ ສືບຕໍ່ຮຽນສາຂາ ອັງໂດກຣີນ ຢູ່ທີ່ມະ ຫາວິທະຍາໄລ Heidelberg (ເຢຍລະມັນ). ຫຼັງຈາກຮຽນຈົບ, ທ່ານນາງໄດ້ກັບຄືນປະເທດ ເຮັດວຽກຢູ່ພະແນກການແພດ ພາຍໃນທົ່ວໄປ, ໂຮງໝໍຜູ້ສູງອາຍຸສູນກາງ.
ຮສຈ. ປອ ຫວູທິແທງຮວ່ຽນ, ຫົວໜ້າພະແນກ ອັງໂດກຣີນ-ຂໍ່ ກະດູກ ແລະ ກ້າມເນື້ອ ໂຮງໝໍຜູ້ສູງອາຍຸສູນກາງ, ທ່ີໄດ້ປະ ກອບສ່ວນຫຼາຍຢ່າງ ເຂົ້າໃນການກວດ
ແລະ ປິ່ນປົວພະຍາດ ອັງໂດກຣີນ, ຂໍ່ກະດູກ ແລະ ກ້າມເນື້ອ ຢູ່ຫວຽດນາມ. ພາບ: ແທງຢາງ/VNP ![]() ຮສຈ. ປອ ຫວູທິແທງຮວ່ຽນ ແລະ ຜູ້ຊ່ຽວຊານດ້ານ ອັງໂດກຣີນ ພະຍາດເບົາຫວານ ສາກົນ ເຂົ້າຮ່ວມງານສໍາມະນາ ວ່າດ້ວຍ "ພາວະຄວາມຈໍາເຊື່ອມ ຄັ້ງທີໜຶ່ງ". ພາບ: ໂດຍຜູ້ກ່ຽວ ສະໜອງໃຫ້ ![]() ຮສຈ. ປອ ຫວູທິແທງຮວ່ຽນ ເຮັດວຽກກັບຜູ້ຊ່ຽວຊານ ໃນສະມາ ຄົມ ຜູ້ສູງອາຍຸ ອົດສະຕຣາລີ. ພາບ: ໂດຍຜູ້ກ່ຽວ ສະໜອງໃຫ້ ![]()
ຮສຈ. ປອ ຫວູທິແທງຮວ່ຽນ ເຮັດວຽກກັບຜູ້ຊ່ຽວຊານຂອງ ອົງ ການ WHO ປະຈຳ ຫວຽດນາມ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້
![]() ຮສຈ. ປອ ຫວູທິແທງຮວ່ຽນ ຖ່າຍຮູບກັບບັນດາຜູ້ຊ່ຽວຊານ ສາ ກົນ ໃນສະພາລາງວັນ ໂນແບລ ຂອງ ຊູແອດ ມາ ຫວຽດນາມ ເພື່ອເຂົ້າຮ່ວມ ກິດຈະກໍາສະເຫຼີມສະຫຼອງ ສາຍພົວພັນ ທາງການທູດ ຫວຽດນາມ-ຊູແອດ ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້ ![]() ຮສຈ. ປອ ຫວູທິແທງຮວ່ຽນ ໃນພິທີລົງນາມຂໍ້ຕົງລົງ ວ່າດ້ວຍ ການຮ່ວມມືສາກົນ ລະຫວ່າງ ມະຫາວິທະຍາໄລການແພດ ຮ່າໂນ້ຍ ແລະ ມະຫາວິທະຍາໄລ South Carolina (ສ ອາເມ ລິກາ). ພາບ:ໂດຍຜູ້ກ່ຽວສະໜອງໃຫ້ ຮສຈ. ປອ ຫວູທິແທງຮວ່ຽນ ເຂົ້າຮ່ວມການສະເຫຼີມສະຫຼອງ 10 ປີແຫ່ງການປິ່ນປົວພະຍາດກະດູກຜ່ອຍ ຢູ່ ຫວຽດນາມ ໃນ ປີ 2020. ພາບ: ແທງຢາງ/VNP |
ຄວາມອົດທົນ ໃນການສຶກສາ ອີກເທື່ອໜຶ່ງ ໄດ້ກະຕຸ້ນທ່ານ ນາງ, ປີ 2005, ທ່ານນາງ ເສັງໄດ້ທຶນຄົ້ນຄວ້າ ຂັ້ນເໜືອມະຫາ ວິທະຍາໄລ ທີ່ ສະຖາບັນ Karolinska, ສະຕອກໂຮມ, ຊູແອດ ຕາມທຶນການສຶກສາ SIDA/SAREC. ນີ້ແມ່ນມະຫາວິທະຍາ ໄລການແພດ ທີ່ມີຊື່ສຽງຊັ້ນນໍາຂອງໂລກ, ເປັນບ່ອນທີ່ ມອບ ລາງວັນ ໂນແບລ ຂະແໜງການແພດທຸກປີ.
ຮສຈ. ປອ ຫວູທິແທງຮວ່ຽນ ເຄີຍໄດ້ຮັບລາງວັນ ນັກຄົ້ນຄວ້າ ໜຸ່ມ ຂອງ ສະມາຄົມ ອັງໂດກຣີນ ໂລກ (2011). |
ທ່ານນາງ ຮວ່ຽນ ເປັນທ່ານໝໍ ຍິງໜຸ່ມທີ່ຫາຍາກ ຂອງ ຫວຽດ ນາມ ທີ່ນຳໃຊ້ 3 ພາສາຕ່າງປະເທດໄດ້ຢ່າງຄ່ອງແຄ້ວ ຄືພາສາ ອັງກິດ - ຝຣັ່ງ - ເຢຍລະມັນ. ສິ່ງດັ່ງກ່າວໄດ້ຊ່ວຍທ່ານນາງ ໃນ ການອ່ານປຶ້ມ ແລະ ເຂົ້າເຖິງວິຊາສະເພາະ ດ້ານການແພດ ຈາກອາຈານສອນ, ທ່ານໝໍ ລະດັບສາກົນ ໄດ້ດີທີ່ສຸດ.
ດ້ວຍການຮ່ວມມື ຂອງ ສອງສະຖາບັນການແພດ ຊູແອດ ແລະ ເຢຍລະມັນ, ປີ 2009, ທ່ານນາງ ຮວ່ຽນ ໄດ້ເຂົ້າຮ່ວມ ຫຼັກສູດ ຂັ້ນສູງ ກ່ຽວກັບວິທີການກວດ ແລະ ຕິດຕາມພະຍາດຕີນ ຈາກ ເບົາຫວານ ຢູ່ມະຫາວິທະຍາໄລ Regensburg, ເຢຍລະມັນ. ໃນຊ່ວງເວລາດຽວກັນ ການສຶກສາ ແລະ ເຮັດບົດວິທະຍານິພົນ ປະລິນຍາເອກ ຢູ່ມະຫາວິທະຍາໄລການແພດ ທີ່ມີຊື່ສຽງ ລະດັບໂລກ ແມ່ນມີຄວາມກົດດັນຫຼາຍ, ແຕ່ທ່ານນາງ ຮວ່ຽນ ໄດ້ ສຳເລັດໜ້າທີ່ນີ້ຢ່າງດີເລີດ.
ການຝຶກຝົນຢ່່າງໜັກໃນການຮໍ່າຮຽນ ໄດ້ຢັ້ງຢືນ ກ່ຽວກັບດ້ານ ວິຊາສະເພາະ ຊຶ່ງໄດ້ສະແດງໃຫ້ເຫັນ ຈາກໃບປະກາດສະນີ ຍະບັດການແພດ ລະດັບສາກົນ ຫຼາຍສະບັບ, ເພາະສະນັ້ນ ເມື່ອກັບຄືນ ຫວຽດນາມ ເພື່ອເຮັດວຽກ, ທ່ານນາງ ຮວ່ຽນ ກໍສາ ມາດ ປະຕິບັດ ວຽກງານໃນຫຼາຍໜ້າທີ່ ແຕກຕ່າງກັນ ໃນເວລາ ດຽວກັນ ນັບແຕ່ການກວດ, ປິ່ນປົວ, ຄົ້ນຄວ້າວິທະຍາສາດ ຕະ ຫຼອດຮອດ ວຽກງານການຄຸ້ມຄອງ ແລະ ການຝຶກອົບຮົມ. ປັດ ຈຸບັນ, ທ່ານນາງ ເປັນຫົວໜ້າພະແນກ ອັງໂດກຣີນ-ຂໍ່ກະດູກ ແລະ ກ້າມເນື້ອ, ຫົວໜ້າພະແນກຄົ້ນຄ້ວາ ວິທະຍາສາດ - ໂຮງ ໝໍຜູ້ສູງອາຍຸສູນກາງ, ທັງເປັນຮອງຫົວໜ້າພະແນກຜູ້ສູງອາຍຸ, ມະຫາວິທະຍາໄລ ການແພດ ຮ່າໂນ້ຍ. ເປັນເວລາ 4 ປີຕິດຕໍ່ ກັນ (2017-2020), ທ່ານນາງໄດ້ ຮັບລາງວັນ ດັ້ງວັນງື໊ ທີ່ສະ ຫງວນ ໃຫ້ກັບ ທ່ານໝໍຍິງ ມີຈັນຍາບັນດ້ານການແພດ ທີ່ໃສ ສະອາດ ແລະ ໄດ້ອຸທິດຕົນເພື່ອ ອາຊີບການແພດ.
ການປະຊຸມມອບວຽກດ້ານວິຊາການ ລະຫວ່າງ ຮສຈ. ປອ ຫວູ ທິແທງຮວ່ຽນ ແລະ ບັນດາທ່ານໝໍ ຂອງພະແນກ ອັງໂດກຣີນ- ຂໍ່ກະດູກ ແລະ ກ້າມເນື້ອ. ພາບ: ແທງຢາງ/VNP ສະມາຊິກ ຂອງ ພະແນກ ອັງໂດກຣີນ-ຂໍ່ກະດູກ ແລະ ກ້າມເນື້ອ ຕັ້ງໃຈຟັງການແນະນຳ ຈາກ ຮສຈ. ປອ ຫວູທິແທງຮວ່ຽນ. ພາບ: ແທງຢາງ/VNP ດ້ວຍຄວາມເປັນກັນເອງ ແລະ ຄວາມກົມກຽວໃນການເຮັດ ວຽກ, ຮສຈ. ປອ ຫວູທິແທງຮວ່ຽນ ໄດ້ທຳການແລກປ່ຽນດ້ານ ວິຊາການ ກັບພະຍາບານ ແລະ ທ່ານໝໍໍ ຂອງ ພະແນກຢູ່ຫ້ອງ ຮັບແຂກ. ພາບ: ແທງຢາງ/VNP ຮສຈ. ປອ ຫວູທິແທງຮວ່ຽນ ກວດພະຍາດໃຫ້ຄົນເຈັບຜູ້ສູງອາ ຍຸ. ພາບ: ແທງຢາງ/VNP Bệຮສຈ. ປອ ຫວູທິແທງ ເອໂກ ຕ່ອມຄໍຫອຍ ໃຫ້ຄົນເຈັບ. ພາບ: ແທງຢາງ/VNP |
ຮສຈ. ປອ ຫວູທິແທງຮວ່ຽນ ເປັນຜູ້ ຮັບຜິດຊອບ ຫຼາຍໂຄງການຮ່ວມມືສາກົນ ກັບ ສະມາຄົມ ພະ ຍາດ ເບົາຫວານ ອາຊີ-ປາຊີຟິກ. |
ເຖິງວ່າຈະຫຍຸ້ງຍາກ ລຳບາກ ກັບວຽກງານເປັນທ່ານໝໍ ຢູ່ສະເໝີປານໃດກໍຕາມ, ແຕ່ບໍ່ຄ່ອຍມີຍາມໃດຈະເຫັນ ທ່ານ ນາງ ຮວ່ຽນ ອິດເມື່ອຍ. ທຸກໆ ສັບປະດາ ນອກຈາກເຮັດວຽກ ວິ ຊາ ສະເພາະ, ທ່ານນາງ ຮວ່ຽນ ຍັງໄດ້ເຂົ້າຮ່ວມສິດສອນ ຢູ່ ມະຫາວິທະຍາໄລການແພດ ຮ່າໂນ້ຍ. ການບັນຍາຍທີ່ເຕັມ ໄປດ້ວຍຄວາມກະຕືລືລົ້ນ ຂອງ ທ່ານນາງ ໄດ້ຖືກຮັບຄວາມ ນິຍົມຊົມຊອບຈາກນັກສຶກສາ. ບໍ່ພຽງແຕ່ສອນວິທີເຮັດວຽກ ດ້ານວິຊາຊີບໃຫ້ນັກຮຽນເທົ່ານັ້ນ, ທ່ານນາງ ຮວ່ຽນ ຍັງອົບຮົມ ໃຫ້ເຂົາເຈົ້າມີຄວາມໝັ້ນໃຈໃນການສື່ສານ ແລະ ການປະພຶດ ທາງຈິດໃຈ ເພື່ອໃຫ້ແພດ ໃນອະນາຄົດ ຈະສາມາດຕິດຕໍ່ ແລະ ປິ່ນປົວຄົນເຈັບຜູ້ສູງອາຍຸໄດ້ດີທີ່ສຸດ. ທ່ານນາງ ມີຄະຕິເຕືອນ ໃຈ ຢູ່ສະເໝີວ່າ: “ການຮຽນຮູ້ ແມ່ນການເດີນທາງອອກ ແຮງງານ, ສ່ວນການເຮັດວຽກງານການແພດ ແມ່ນ ຂະບວນການ ຝຶຶກອົບຮົມ" ແລະ ທ່ານນາງ ຍັງເປັນຜູ້ສ້າງແຮງ ບັນດານໃຈ ເຖິງແພດໝໍຮຸ່ນໜຸ່ມສັດຈະທໍາທີ່ລຽບງ່າຍນັ້ນ.
ບົດ: ບິກເວິນ - ພາບ: ແທງຢາງ, ຂ້ໍມູນໂດຍ ຜູ້ກ່ຽວສະ ໜອງໃຫ້ - ແປໂດຍ: ບິກລຽນ