ອີຣານ ໄດ້ເລີ່ມສ້າງຂອບການເຈລະຈາກັບ ອາເມລິກາ ແລ້ວ ແຕ່ບັນດາລາຍລະອຽດຍັງບໍ່ທັນໄດ້ເຕື້ອງເຖິງເທື່ອ.
ອີຣານ ຢັ້ງຢືນບໍ່ຢາກສົງຄາມກັບ ອາເມລິກາ, ສົງຄາມໄດ້ນຳມາເຊິ່ງບັນດາຜົນຮ້າຍເທົ່ານັ້ນ, ບໍ່ມີຜົນປະໂຫຍດໃຫ້ແກ່ ອີຣານ, ອາເມລິກ ກໍ່ຄືທົ່ວພາກພື້ນ. ທ່ານ Masoud Pezeshkian ປະທານາທິບໍດີ ອີຣານ ໄດ້ຖະແຫຼງຄືແນວນັ້ນ ໃນການໂອ້ລົມທາງໂທລະສັບກັບທ່ານ Abdel Fattah El Sisi ປະທານາທິບໍດີ ອີຢີບ ໃນຕອນຄ່ຳຂອງວັນທີ 31 ມັງກອນ.
ກ່ອນໜ້ານັ້ນ 1 ວັນ, ທ່ານ ປະທານາທິບໍດີ ອີຣານ Masoud Pezeshkian ກໍ່ໄດ້ດຳເນີນການໂອ້ລົມທາງໂທລະສັບກັບທ່ານ Recep Tayyip Erdogan, ປະທານາທິບໍດີ ຕວກກີ ປຶກສາຫາລືກ່ຽວກັບຄວາມເຄັ່ງຕຶງອັນຮ້າຍແຮງ ທີ່ພວມເພີ່ມຂຶ້ນຢູ່ພາກພື້ນຕາເວັນອອກກາງ ໃນສະພາບການທີ່ການມີໜ້າດ້ານການທະຫານຫຼາຍທີ່ສຸດ ກໍ່ຄືບັນດາຄຳເວົ້າທີ່ເຕັມໄປດ້ວຍລັກສະນະນາບຂູ່ຂອງ ອາເມລິກາ.
ກ່ຽວກັບຄວາມເຄັ່ງຕຶງລະຫວ່າງ ອາເມລິກາ-ອີຣານ ໃນປະຈຸບັນ, ທ່ານ Ali Larijani, ເຈົ້າໜ້າທີ່ອະວຸໂສອັນດັບໜຶ່ງຂອງ ອີຣານ ໄດ້ປະກາດວ່າ: ປະເທດນີ້ ໄດ້ເລີ່ມສ້າງຂອບການເຈລະຈາກັບ ອາເມລິກາ ແລ້ວ ແຕ່ບັນດາລາຍລະອຽດຍັງບໍ່ທັນໄດ້ເຕື້ອງເຖິງເທື່ອ.
(ແຫຼ່ງຄັດຈາກ VOV)