ທ່ານ Dmitriev ກໍ່ໄດ້ພັນລະນາການພົບປະກັບຄະນະຜູ້ແທນ ອາເມລິກາ ແມ່ນ “ມີລັກສະນະສ້າງສັນ...
ວັນທີ 31 ມັງກອນ, ວົງການເຈົ້າໜ້າທີ່ ອາເມລິກາ-ລັດເຊຍ ໄດ້ຍົກອອກການຕີລາຄາທີ່ຕັ້ງໜ້າ ກ່ຽວກັບການເຈລະຈາສອງຝ່າຍຢູ່ນະຄອນ Miami, ລັດ Florida, ໃນວັນດຽວກັນ, ໃນຂອບເຂດບັນດາຄວາມມານະພະຍາຍາມໂດຍ ວໍຊິງຕັນ ເປັນກາງໄກ່ເກ່ຍ ແນໃສ່ຊອກຫາມາດຕະການສັນຕິພາບໃຫ້ແກ່ການປະທະກັນຢູ່ ຢູແກຼນ. ການພົບປະມີການເຂົ້າຮ່ວມຂອງທ່ານ Steve Witkoff, ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ, ທ່ານ Scott Bessent, ລັດຖະມົນຕີກະຊວງການເງິນ ອາເມລິກາ , ທ່ານ Josh Gruenbaum ທີ່ປຶກສາຂັ້ນສູງທຳນຽບຂາວ ແລະ ທ່ານ Jared Kushner - ລູກເຂີຍຂອງທ່ານປະທານາທິບໍດີ Donald Trump. ຝ່າຍ ລັດເຊຍ ນຳໂດຍທ່ານ Kirill Dmitriev, ທູດພິເສດຂອງທ່ານປະທານາທິບໍດີ, ຜູ້ຮັບຜິດຊອບການຮ່ວມມືເສດຖະກິດສາກົນ ທັງເປັນຜູ້ອຳນວຍການກອງທຶນລົງທຶນໂດຍກົງ ລັດເຊຍ (RDIF), ນຳໜ້າ.
ໃນບົດເອົາລົງສື່ສັງຄົມອອນໄລ X ພາຍຫຼັງການປະຊຸມ, ທ່ານ Witkoff ໃຫ້ຮູ້ວ່າ: ສອງຝ່າຍໄດ້ດຳເນີນບັນດາການປຶກສາຫາລືທີ່ມີ “ປະສິດທິຜົນ ແລະ ມີລັກສະນະສ້າງສັນ”, ຖືວ່າ: ນີ້ແມ່ນສ່ວນໜຶ່ງໃນຄວາມານະພະຍາຍາມໄກ່ເກ່ຍຂອງ ອາເມລິກາ ແນໃສ່ຊຸກຍູ້ມາດຕະການສັນຕິພາບໃຫ້ແກ່ການປະທະກັນຢູ່ ຢູແກຼນ.
ສ່ວນທ່ານ Dmitriev ກໍ່ໄດ້ພັນລະນາການພົບປະກັບຄະນະຜູ້ແທນ ອາເມລິກາ ແມ່ນ “ມີລັກສະນະສ້າງສັນ”, ທ່ານຍັງໃຫ້ຮູ້ວ່າ: ສອງຝ່າຍໄດ້ປຶກສາຫາລືທີ່ມີປະສິດທິຜົນບໍ່ພຽງແຕ່ກ່ຽວກັບບັນຫາ ຢູແກຼນ
(ແຫຼ່ງຄັດຈາກ VOV)