• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຂອງ ຫວຽດ​ນາມ ໃນ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ອັດ​ຖິ​ທະ​ຫານ​ ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງ​ຄາມ

ອາເມລິກາ ຍັງຄົງມານະພະຍາຍາມຈົນສຸດຄວາມສາມາດເພື່ອຊອກຫາ ແລະ ຢັ້ງຢືນຂໍ້ມູນຢ່າງຄົບຖ້ວນກ່ຽວກັບບັນດາທະຫານທີ່ຫາຍສາບສູນໃນສົງຄາມ ຫວຽດນາມ ແລະ ຄວາມມານະພະຍາຍາມມະນຸດສະທຳນີ້ໄດ້ຮັບການຮັກສາ ຍ້ອນການຮ່ວມມືທີ່ມີມາຍາວນານຈາກລັດຖະບານ ຫວຽດນາມ.
ທ່ານຜູ້ອຳນວຍການອົງການ DPAA Kelly McKeague ຢູ່ນອກສຸດທາງເບື້ອງຊ້າຍມື (ພາບ: TTXVN)

ຜູ້ອຳນວຍການອົງການຊອກຫາຊະເລີຍເສິກ ແລະ ຜູ້ຫາຍສາບສູນໃນປາງສົງຄາມຂຶ້ນກັບກະຊວງປ້ອງກັນປະເທດ ອາເມລິກາ (DPAA) ທ່ານ Kelly McKeague ຫາກໍ່ມີບົດຂຽນໃນລາຍການ ຈົດໝາຍຝາກເຖິງຄະນະບັນນາທິການຂອງ ໜັງສືພິມ The Washington Times, ໃນນັ້ນ ໄດ້ຍົກໃຫ້ເຫັນຢ່າງພົ້ນເດັ່ນການຮ່ວມມື ແລະ ການໜູນຊ່ວຍຂອງ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນຄວາມມານະພະຍາຍາມມະນຸດສະທຳຊອກຫາທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ.

ຕາມທ່ານ Kelly McKeague ແລ້ວ, ອາເມລິກາ ຍັງຄົງມານະພະຍາຍາມຈົນສຸດຄວາມສາມາດເພື່ອຊອກຫາ ແລະ ຢັ້ງຢືນຂໍ້ມູນຢ່າງຄົບຖ້ວນກ່ຽວກັບບັນດາທະຫານທີ່ຫາຍສາບສູນໃນສົງຄາມ ຫວຽດນາມ ແລະ ຄວາມມານະພະຍາຍາມມະນຸດສະທຳນີ້ໄດ້ຮັບການຮັກສາ ຍ້ອນການຮ່ວມມືທີ່ມີມາຍາວນານຈາກລັດຖະບານ ຫວຽດນາມ. ທ່ານໃຫ້ຮູ້ວ່າ ການຮ່ວມມືນີ້ ເລີ່ມມາຈາກທົດສະວັດກ່ອນ ເມື່ອສອງປະເທດສ້າງສາຍພົວພັນທາງການທູດຄືນໃໝ່ຢ່າງເປັນທາງການ ແລະ ສືບຕໍ່ເປັນພື້ນຖານໃຫ້ແກ່ການພົວພັນຄູ່ຮ່ວມມືທີ່ໝັ້ນຄົງເຂັ້ມແຂງ ເຊິ່ງ ອາເມລິກາ ແລະ ຫວຽດນາມ ໄດ້ສ້າງຕັ້ງໃນປັດຈຸບັນ.  ຍ້ອນມີການຮ່ວມມືຢ່າງໜຽວແໜ້ນ ແລະ ຈຳເປັນນັ້ນ, ອາເມລິກາ ຊອກຫາໄດ້ທະຫານ ອາເມລິກາ 752 ຄົນ ໃນປາງສົງຄາມ ຢູ່ ຫວຽດນາມ ແລະ ໄດ້ສົ່ງອັດຖິຂອງເຂົາເຈົ້າກັບຄືນເມືອບ້ານເກີດເມືອງນອນ.

(ແຫຼ່ງຄັດຈາກ VOV)

ອິດ​ສະ​ລາ​ແອັນ ຢັ້ງ​ຢືນ​ບຸກ​ໂຈມ​ຕີ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ແລະ ສຳ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຊີ​ຣີ

ອິດ​ສະ​ລາ​ແອັນ ຢັ້ງ​ຢືນ​ບຸກ​ໂຈມ​ຕີ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ແລະ ສຳ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຊີ​ຣີ

IDF ຢັ້ງຢືນວ່າອົງການນຳໜ້າຂອງ ກອງທັບ ຊີຣີ ຖືກບຸກໂຈມຕີຍ້ອນວ່າສະຖານທີ່ນີ້ໄດ້ອອກຂໍ້ຕົກລົງຈັດສົ່ງນັກຮົບ ໄປປາບປາມວົງຄະນະຍາດຊາວ Druze ສ່ວນໜ້ອຍຢູ່ແຂວງ Sweida, ທາງທິດໃຕ້ ຊີຣີ ໃນຊຸມວັນຜ່ານມາ.

Top