• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ເລື່ອງ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ​ເພິ່ມ​ຂຶ້ນ

ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບຄວາມປອດໄພ ແລະ ສະວັດດີການຂອງພົນລະເມືອງ ອາຊຽນ ຢູ່ບັນດາພາກພື້ນຖືກຜົນສະທ້ອນ ແລະ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາລວມໃນການສະໜອງການໜູນຊ່ວຍສຸກເສີນໃຫ້ແກ່ພົນລະເມືອງ ອາຊຽນ.
  (ພາບ: VOV Jakarta)  

ວັນທີ 13 ມີນາ, ບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ຈັດກອງປະຊຸມພິເສດທາງອອນໄລ ເພື່ອແລກປ່ຽນທັດສະນະກ່ຽວກັບສະພາບການຢູ່ຕາເວັນອອກກາງ ແລະ ແກ້ໄຂບັນດາການກະທົບຕໍ່ ອາຊຽນ.

   ຖະແຫຼງການຂອງປະທານ ອາຊຽນ ກ່ຽວກັບໝາກຜົນກອງປະຊຸມພິເສດຂອງບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ ໃຫ້ຮູ້ວ່າ: ບັນດາປະເທດ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບເລື່ອງການປະທະກັນຢູ່ຕາເວັນອອກກາງເພິ່ມຂຶ້ນ; ຮຽກຮ້ອງທຸກປະເທດຈົ່ງເຄົາລົບກົດໝາຍສາກົນ, ລວມທັງ ກົດບັດ ສປຊ; ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຢຸດຕິບັນດາການກະທຳປໍລະປັກໃນທັນທີ; ຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງຈົ່ງລະງັບໃຈ, ຫຼີກລ້ຽງທຸກການກະທຳທີ່ອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ແກ້ໄຂຄວາມແຕກຕ່າງກັນຜ່ານທາງການທູດ ແລະ ການເຈລະຈາເພື່ອຜົນປະໂຫຍດຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

  ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບຄວາມປອດໄພ ແລະ ສະວັດດີການຂອງພົນລະເມືອງ ອາຊຽນ ຢູ່ບັນດາພາກພື້ນຖືກຜົນສະທ້ອນ ແລະ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາລວມໃນການສະໜອງການໜູນຊ່ວຍສຸກເສີນໃຫ້ແກ່ພົນລະເມືອງ ອາຊຽນ.

(ແຫຼ່ງຄັດຈາກ VOV)

ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂດ ແບກ​ລອງວີ​ ໄປ​ເລືອ​ກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ​ຢ່າງ​ກະ​ຕື​ລື​ລົ້ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂດ ແບກ​ລອງວີ​ ໄປ​ເລືອ​ກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ​ຢ່າງ​ກະ​ຕື​ລື​ລົ້ນ

ດ້ວຍລັກສະນະພິເສດແມ່ນເຂດພິເສດມີປະຊາກອນຕຳກວ່າ 1000 ຄົນ, ດັ່ງນັ້ນຜູ້ມີສິດເລືອກຕັ້ງເຂດພິເສດ ແບກລອງວີ ພຽງແຕ່ເລືອກຕັ້ງສອງຂັ້ນແມ່ນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນ, ບໍ່ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງຄືບັນດາທ້ອງຖິ່ນອື່ນ

Top