ຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ ພວມຜັນຂະຫຍາຍແຜຍການສ້າງຫໍພິພິຕະພັນ ເຈື່ອງຊາ, ກິດຈະກຳວັດທະນະທຳ, ປະຫວັດສາດ, ຈິດວິນຍານ ແລະ ຕິດພັນກັບເຂດອະນຸສາວະລີນັກຮົບ ກາກມາ.
ການນຳເມືອງ ກາມເລິມ ຖະຫວາຍທູບທຽນ, ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢ່າງພິລະອາດຫານໃນເຫດການ ກາກມາ (ພາບ: baokhanhhoa.vn)
ໃນຊຸມມື້ນີ້, ເຂດອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ກາກມາ, ເມືອງ ກາມເລິມ, ແຂວງ ແຄງຮ່ວາ, ໄດ້ຕ້ອນຮັບຫຼາຍຄະນະນັກທ່ອງທ່ຽວມາຖະຫວາຍທູບທຽນ, ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢ່າງພິລະອາດຫານໃນເຫດການ ກາກມາ ກ່ອນນີ້ 37 ປີ (14 ມີນາ 1988 – 14 ມີນາ 2025).
ວັນທີ 13 ມີນາ, ຢູ່ທີ່ນີ້, ສະຫະພັນແຮງງານແຂວງ ແຄງຮ່ວາ ໄດ້ສົມທົບກັບຄະນະພັກເມືອງ ກາມເລິມ ຈັດພິທີຖະຫວາຍທູບທຽນອາໄລຫະພະນັກງານ, ທະຫານເຮືອປະຊາຊົນ ຫວຽດນາມ 64 ຄົນທີ່ໄດ້ເສຍສະຫຼະຊີວິດເມື່ອພວມປະຕິບັດໜ້າທີ່ປົກປັກຮັກສາເກາະ ກາກມາ ໃນວັນທີ 14 ມີນາ 1988.
ເພື່ອຕອບບຸນແທນຄຸນການເສຍສະຫຼະຊີວິດຂອງບັນດານັກຮົບເສຍສະຫຼະຊິວິດເພື່ອຊາດ, ຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ ພວມຜັນຂະຫຍາຍແຜຍການສ້າງຫໍພິພິຕະພັນ ເຈື່ອງຊາ, ກິດຈະກຳວັດທະນະທຳ, ປະຫວັດສາດ, ຈິດວິນຍານ ແລະ ຕິດພັນກັບເຂດອະນຸສາວະລີນັກຮົບ ກາກມາ.
(ແຫຼ່ງຄັດຈາກ VOV)