• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຫຼຸດຜ່ອນຈຳນວນພົນທະຫານປະຈຳການຢູ່ ຊີຣີ ລົງເຄິ່ງໜຶ່ງ

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Pete Hegseth ໄດ້ຊີ້ນຳ “ໂຮມເຂົ້າບັນດາກຳລັງ ອາເມລິກາ ປະຈຳ ຊີຣີ ໄປສະຖານທີ່ທີ່ໄດ້ຄັດເລືອກ”, ແຕ່ບໍ່ຊີິ້ແຈ້ງບັນດາສະຖານທີ່ທີ່ໄດ້ຄັດເລືອກແມ່ນຢູ່ອາໃສ.
ອາເມລິກາ ໄດ້ຫຼຸດຜ່ອນຈຳນວນພົນທະຫານທີ່ພວມຜັນຂະຫຍາຍຢູ່ ຊີຣີ ລົງເຄິ່ງໜຶ່ງ (ພາບ: AFP/TTXVN)

ວັນທີ 18 ເມສາ, ທຳນຽບ 5 ແຈຢັ້ງຢືນວ່າ, ອາເມລິກາ ໄດ້ຫຼຸດຜ່ອນຈຳນວນພົນທະຫານທີ່ພວມຜັນຂະຫຍາຍຢູ່ ຊີຣີ ລົງເຄິ່ງໜຶ່ງ. ທ່ານ Sean Parnell, ໂຄສົກທຳນຽບ 5 ແຈ ໃຫ້ຮູ້ວ່າ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Pete Hegseth ໄດ້ຊີ້ນຳ “ໂຮມເຂົ້າບັນດາກຳລັງ ອາເມລິກາ ປະຈຳ ຊີຣີ ໄປສະຖານທີ່ທີ່ໄດ້ຄັດເລືອກ”, ແຕ່ບໍ່ຊີິ້ແຈ້ງບັນດາສະຖານທີ່ທີ່ໄດ້ຄັດເລືອກແມ່ນຢູ່ອາໃສ. ຈຳນວນພົນທະຫານຂອງ ອາເມລິກາ ປະຈຳ ຊີຣີ ຈະຫຼຸດລົງໜ້ອຍກວ່າ 1.000 ຄົນໃນຊຸມເດືອນຈະມາເຖິງ.

        ອາເມລິກາ ໄດ້ຜັນຂະຫຍາຍກອງທັບໄປຍັງ ຊີຣີ ເປັນເວລາຫຼາຍປີຜ່ານມາ ໃນພາກສ່ວນໜຶ່ງຂອງຄວາມມານະພະຍາຍາມສາກົນ ເພື່ອກວາດລ້າງອົງການກໍ່ການຮ້າຍລັດ ອິດສະລາມ (IS) ອ້າງຊື່ເອງ. ສາຍເຫດທີ່ພາໄປເຖິງຂໍ້ຕົກລົງຫຼຸດຜ່ອນຈຳນວນພົນທະຫານດັ່ງກ່າວເຊິ່ງທ່ານ Sean Parnell ຍົກອອກມາແມ່ນຍ້ອນບັນດາຜົນສຳເລັດທີ່ ອາເມລິກາ ບັນລຸໄດ້ໃນການຕໍ່ສູ້ຕ້ານ IS.

(ແຫຼ່ງຄັດຈາກ VOV)

ບຸນ​ປີ​ໃໝ່​ລາວ: ນັກ​ສຶກ​ສາ ລາວ ຢູ່ ຫວຽດ​ນາມ ຕັ້ງ​ໜ້າ​​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ

ບຸນ​ປີ​ໃໝ່​ລາວ: ນັກ​ສຶກ​ສາ ລາວ ຢູ່ ຫວຽດ​ນາມ ຕັ້ງ​ໜ້າ​​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ

ເມື່ອເດືອນເມສາ ວຽນມາ, ໃນບັນຍາກາດຄືກຄື້ນມ່ວນຊື່ນຂອງຊຸມວັນທຳອິດຂອງປີໃໝ່ໄລຍະພຸດທະສັກກະລາດ, ປະຊາຄົມນັກສຶກສາ ລາວ ຢູ່ ຫວຽດນາມ ກໍພາກັນກະກຽມຈັດຕັ້ງບຸນປີໃໝ່ ດ້ວຍຄວາມກະຕືລືລົ້ນ. ປີ 2025, ບຸນປີໃໝ່ລາວ ພສ 2568 ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ນັກສຶກສາລາວ ຢູ່ ຫວຽດນາມ ເຕົ້າໂຮມກັນຈັດງານບຸນ ແລະ ເຈືອຈານກັບບັນຍາກາດຢູ່ທາງບ້ານເທົ່ານັ້ນ, ຫາກຍັງແມ່ນພະຍານຫຼັກຖານອັນມີຊີວິດຊີວາຂອງນ້ຳໃຈສາມັກຄີກະຕຸກຊຸກຍູ້ກັນຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງໄວໜຸ່ມລາວ ອີກດ້ວຍ.

Top