• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ອາຊີບ ຫຼໍ່ຂາງ ໝີ໊ດົ່ງ

ໝູ່ບ້ານອາຊີບຫຼໍ່ຂາງ ໝີ໊ດົ່ງ (ເມືອງ ຖຸຍງວຽນ, ນະຄອນ ຫາຍຟ່ອງ) ໄດ້ຄົງຕົວມາເປັນເວລາຫຼາຍຮ້ອຍປີ. ຜ່ານການຜັນແປປ່ຽນແປງ ຫຼາຍຢ່າງ, ໝູ່ບ້ານອາຊີບ ນັບມື້ນັບ ມີການຂະຫຍາຍຕົວ ແລະ ໄດ້ ແກ້ໄຂວຽກເຮັດງານທຳ ໃຫ້ແຮງງານນັບຫຼາຍພັນຄົນ. ມາຮອດປັດຈຸບັນ ມີວິສາຫະກິດ ກວ່າ 200 ແຫ່ງ ທຳການເຄື່ອນໄຫວຢູ່ທ້ອງຖິ່ນ ກັບ ຜະລິດຕະພັນ ທີ່ຫຼາກຫຼາຍ ນັບແຕ່ເຄື່ອງປະດັບເອ້ ໄປຈົນເຖິງ ເຄື່ອງໃຊ້ໃນຄົວເຮືອນເຊັ່ນ: ເຕົາປິ້ງ, ໝໍ້ຂາງ...
ກົງກັນຂ້າມກັບຄວາມງຽບສະຫງົບ ຂອງ ຄຸ້ມຖະໜົນ ຍ້ອນ ຜົນສະ ທ້ອນຈາກການລະບາດໂຄວິດ, ພາຍໃນໂຮງງານ ຫວຽດມຸ່ຍ ຢູ່ ໝູ່ ບ້ານ ໝີ໊ດົ່ງ ຍັງຄົງມີບັນຍາກາດຄຶກຄື້ນ ກັບກຳມະກອນ ປະມານ 10 ຄົນ ທີ່ເຮັດວຽກຢ່າງບໍ່ຢຸດຢັ້ງ.

ເຫຼັກເສດ ຫຼັງຈາກ ຖືກຈັດປະເພດ ໄດ້ນຳເຂົ້າເຕົາເຜົາ ດ້ວຍຄວາມ ຮ້ອນ 1200 ອົງສາເຊ, ຈາກນັ້ນ ກຳມະກອນ ຈະຖອກໃສ່ ເບົ້າ ຫຼໍ່ ໃນເວລາຍັງຮ້ອນເປັນນໍ້າ. ຢູ່ທີ່ນີ້ ເຂົາເຈົ້າຈະຜະລິດ ໝໍ້ຂາງ ເປັນຕົ້ນຕໍ ດ້ວຍຫຼາຍຂະໜາດ ທີ່ແຕກຕ່າງກັນ. ໝໍ້ຂາງ ເມື່ອເອົາອອກຈາກ ເຕົາເຜົາ ຈະຖືກປະໄວ້ ໃຫ້ເຢັນ ແລ້ວຈຶ່ງໄດ້ທຳຄວາມສະອາດ ແລະ ຂັດໃຫ້ເຫຼື້ອມ.

ເຖິງວ່າ ວຽກງານທີ່ຕ້ອງເຮັດ ຈະໜັກໜາກໍຕາມ, ແຕ່ບັນດານາຍ ຊ່າງ ຢູ່ທີ່ນີ້ ຍັງຕ້ອນຮັບແຂກຄົນທີ່ມາຢ້ຽມຢາມ ດ້ວຍຮອຍຍິ້ມ ທີ່ ເຕັມໄປດ້ວຍຄວາມຫວັງ, ຊ່ຶງເປັນສິ່ງທີ່ພິສູດວ່າ ເຂົາເຈົ້າມີຄວາມ ຮັກ ແລະ ມີຄວາມສະໜິດຕິດພັນກັບອາຊີບນີ້.



ໝູ່ບ້ານອາຊີບຫຼໍ່ຂາງ ໝີ໊ດົ່ງ (ເມືອງ ຖຸຍງວຽນ, ນະຄອນ ຫາຍຟ່ອງ) ໄດ້ຄົງຕົວມາເປັນເວລາຫຼາຍຮ້ອຍປີ. ພາບ: ຫຼີຮວ່າງລອງ


ບັນດາເຕົາຫຼອມ ຢູ່ ໝູ່ບ້ານ ໝີ໊ດົ່ງ ໄດ້ມີແປວໄຟ ຮຸ່ງຕະຫຼອດ ວັນຄືນ. ພາບ: ຫຼີຮວ່າງລອງ


ໂຮງງານຫຼອມໝໍ້ຂາງ ຫວຽດມຸ່ຍ ຢູ່ໝູ່ບ້ານ ໝີ໊ດົ່ງ. ພາບ: ຫຼີຮວ່າງລອງ


ຂັ້ນຕອນຖອກຂາງໃສ່ ເບົ້າ ຫຼໍ່ ໃນເວລາຍັງຮ້ອນເປັນນໍ້າ. ພາບ: ຫຼີຮວ່າງລອງ


ຜະລິດຕະພັນໝໍ້ຂາງທີ່ມີຊື່ສຽງຂອງໝູ່ບ້ານ ໝີ໊ດົ່ງ. ພາບ: ຫຼີຮວ່າງລອງ

ນາຍຊ່າງຫຼອມຂາງ ຢູ່ໂຮງງານ ຫວຽດມຸຸ່ຍ. ພາບ: ຫຼີຮວ່າງລອງ

 
ປະຕິບັດ: ຫຼີຮວ່າງລອງ

ຮ່າໂນ້ຍ ສົ່ງເສີມລະບົບຕ່ອງໂສ້ການສະໜອງ ຜະລິດຕະພັນກະເສດ ແລະ ສະບຽງອາຫານທີ່ປອດໄພ

ຮ່າໂນ້ຍ ສົ່ງເສີມລະບົບຕ່ອງໂສ້ການສະໜອງ ຜະລິດຕະພັນກະເສດ ແລະ ສະບຽງອາຫານທີ່ປອດໄພ

ປັດຈຸ​ບັນ, ຮ່າ​ໂນ້ຍ ມີ​ພົນລະ​ເມືອງ​ປະມານ 10 ລ້ານ​ຄົນ ພວມ​ດຳລົງ​ຊີວິດ, ເຮັດ​ວຽກ, ສຶກສາ​ ​ແລະ ​​ແຕ່ລະ​ປີ​ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ນັບ​ລ້ານ​ເທື່ອ​ຄົນ​ມາ​ຢ້ຽມຢາມ, ສະ​ນັ້ນ ຄວາມ​ຕ້ອງການ​ຜະລິດ​ຕະພັນ​ກະສິກຳ ທີ່​ປອດ​ໄພ ແມ່ນ​ໃຫຍ່​ຫຼວງ. ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ, ຂະ​ແໜງ​ກະສິກຳ ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ບັນດາ​ແຂວງ, ນະຄອນ ​ເພື່ອ​ຊອກ​ຮູ້​ຕົ້ນ​ກຳ​ເນີ​ດ ຂອງ​ ຜະລິດ​ຕະພັນ​ທີ່​​ອອກ​ສູ່​ຕະຫຼາດ, ຊຸກຍູ້​ການ​ພັດທະນາ​ ລະບົບຕ່ອງ​ໂສ້ສະໜອງຜະລິດ ຕະພັນກະເສດ ແລະ ​ສະບຽງ​ອາຫານ​ທີ່​ປອດ​ໄພ...

Top