• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມມອບຫຼຽນ​ໄຊ​ມິດ​ຕະ​ພາບ​ໃຫ້​ແກ່​ຫໍ​ພິ​ພິ​ທະ​ພັນ​ໄກ​ສອນ​ພົມ​ວິ​ຫານ

ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມພິພິທະພັນໄກສອນ ພົມວິຫານ ສະແດງຄວາມເປັນກຽດເມື່ອຫໍພິພິທະພັນໄກສອນ ພົມວິຫານໄດ້ຮັບຫຼຽນໄຊມິດຕະພາບຈາກລັດ ຫວຽດນາມ.
  ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ມອບຫຼຽນໄຊມິດຕະພາບໃຫ້ແກ່ຫໍພິພິທະພັນ ໄກສອນ ພົມວິຫານ (ພາບ: TTXVN)  

ຕອນເຊົ້າວັນທີ 7 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ຕາງໜ້າພັກ ແລະ ລັດ ຫວຽດນາມ ມອບຫຼຽນໄຊມິດຕະພາບໃຫ້ແກ່ຫໍພິພິທະພັນ ໄກສອນ ພົມວິຫານ, ຍ້ອນບັນດາຜົນງານ ແລະ ການອຸທິດສ່ວນອັນ ໃຫຍ່ຫຼວງເຂົ້າໃນການເຊີດຊູປະທານໂຮ່ຈີມີນ, ນັກວິລະຊົນປົດປ່ອຍຊາດ ຫວຽດນາມ, ພ້ອມທັງແມ່ນນັກວັດທະນະທຳທີ່ດີເລີດຂອງໂລກ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ຕີລາຄາສູງ ຫໍພິພິທະພັນໄກສອນ ພົມວິຫານ ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າໃນການເຊີດຊູປະທານໂຮ່ຈີມິນ, ພ້ອມທັງສະແດງຄວາມຫວັງໃຫ້ຫໍພິພິທະພັນ ໄກສອນ ພົມວິຫານສືບຕໍ່ເສີມຂະຫຍາຍການປະຕິບັດວຽກງານນີ້ເປັນຢ່າງດີ, ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງໃຫ້ແກ່ນ້ຳໃຈສາມັກຄີແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ.

ໂດຍຕາງໜ້າກົມພິພິທະພັນໄກສອນ ພົມວິຫານ ແລະ ຮ່ອງຮອຍສະຖານການນຳປະຕິວັດ ລາວ ທີ່ໄດ້ຮັບຫຼຽນໄຊມິດຕະພາບຂອງປະທານປະເທດ ຫວຽດນາມ, ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມພິພິທະພັນໄກສອນ ພົມວິຫານ ສະແດງຄວາມເປັນກຽດເມື່ອຫໍພິພິທະພັນໄກສອນ ພົມວິຫານໄດ້ຮັບຫຼຽນໄຊມິດຕະພາບຈາກລັດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top