ເລື່ອງກຳນົດວັດທະນະທຳແມ່ນແຫຼ່ງກຳລັງຫຼັກແຫຼ່ງ ແລະ ເສົາຄ້ຳຂອງການພັດທະນາສະແດງໃຫ້ເຫັນວ່າ ຫວຽດນາມ ຖືມະນຸດ, ບັນດາຄຸນຄ່າ ແລະ ສີສັນວັດທະນະທຳ ເປັນໃຈກາງຂອງພັດທະນາພັດທະນາຍາວນານຂອງປະເທດຊາດ.
ທ່ານ Jonathan Wallace Baker ຫົວໜ້າຜູ້ຕາງໜ້າ UNESCO ກ່າວຄຳເຫັນ (ພາບ: TTXVN)
ມະຕິເລກທີ 80-NQ/TW ຂອງກົມການເມືອງປະກາດໃຊ້ໃນວັນທີ 7 ມັງກອນ 2026 ກ່ຽວກັບການພັດທະນາວັດທະນະທຳໃນສັງກາດໃໝ່, ແມ່ນຂີດໝາຍສຳຄັນກ່ຽວກັບຈິນຕະນາການ ແລະ ວິໄສທັດພັດທະນາວັດທະນະທຳ, ຢັ້ງຢືນບົດບາດຂອງວັດທະນະທຳ ຄືພື້ນຖານດ້ານຈິດໃຈ, ກຳລັງແຮງພາຍໃນໃຫ້ການພັດທະນາປະເທດຊາດໂດຍໄວ ແລະ ຍືນຍົງ, ພ້ອມທັງມະຕິມີວິທີການສຳຜັດຢ່າງຮອບດ້ານ ແລະ ທັນສະໄໝສຳລັບການພັດທະນາວັດທະນະທຳ. ຫວ່າງແລ້ວນີ້, ເວັບໄຊຂອງອົງການ UNESCO ໄດ້ລົງສານຊົມເຊີຍມະຕິເລກທີ 80-NQ/TW ຂອງກົມການເມືອງ ພັກກອມມູນິດ ຫວຽດນາມ ກ່ຽວກັບການພັດທະນາວັດທະນະທຳ. ໂດຍຕອບສຳພາດຕໍ່ນັກຂ່າວຂ່າວສານ ຫວຽດນາມ, ທ່ານ Jonathan Wallace Baker ຫົວໜ້າຜູ້ຕາງໜ້າ UNESCO ປະຈຳ ຫວຽດນາມ ເນັ້ນໜັກວ່າ ເລື່ອງກຳນົດວັດທະນະທຳແມ່ນແຫຼ່ງກຳລັງຫຼັກແຫຼ່ງ ແລະ ເສົາຄ້ຳຂອງການພັດທະນາສະແດງໃຫ້ເຫັນວ່າ ຫວຽດນາມ ຖືມະນຸດ, ບັນດາຄຸນຄ່າ ແລະ ສີສັນວັດທະນະທຳ ເປັນໃຈກາງຂອງພັດທະນາພັດທະນາຍາວນານຂອງປະເທດຊາດ.
ຈາກແງ່ມູມຂອງ UNESCO, ມະຕິໄດ້ຍົກອອກມາບັນດານະໂຍບາຍໃຫ້ວິວັດທະນາການປ່ຽນແປງໃໝ່ ທີ່ມີລັກສະນະໂຄງປະກອບໃນຂົງເຂດວັດທະນະທຳ, ມຸ່ງໄປເຖິງການລະດົມແຫຼ່ງກຳລັງສັງຄົມ, ຊຸກຍູ້ເສດຖະກິດຫົວຄິດປະດິດສ້າງ ແລະ ການປົກປ້ອງຄວາມເປັນຫຼາຍຮູບຫຼາຍແບບຂອງວັດທະນະທຳ. ນີ້ແມ່ນການສືບຖອດທີ່ສົມເຫດສົມຜົນຂອງມູນເຊື້ອຍາວນານ ຖືເປັນສຳຄັນວັດທະນະທຳ ຂອງຫວຽດນາມ, ພ້ອມທັງສ້າງພື້ນຖານເພື່ອໃຫ້ປະເທດຊາດຮັບມືກັບບັນດາສິ່ງທ້າທາຍຂອງສັງກາດດີຈີຕອນ ແລະ ສະພາບການທົ່ວໂລກມີການຜັນແປຫຼາຍຢ່າງ ຢ່າງມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)