ການຢ້ຽມຢາມທາງລັດຖະກິດ ສິງກະໂປ ແລະ ເປັນປະທານການສົນທະນາຍຸດທະສາດ ຫວຽດນາມ - ສິງກະໂປ ຄັ້ງທຳອິດຂອງທ່ານ ເຈິ່ນເກີມຕູ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ (ແຕ່ວັນທີ 24 – 25 ສິງຫາ) ໄດ້ສິ້ນສຸດລົງຢ່າງຈົບງາມ.
ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: VNA)
ການຢ້ຽມຢາມທາງລັດຖະກິດ ສິງກະໂປ ແລະ ເປັນປະທານການສົນທະນາຍຸດທະສາດ ຫວຽດນາມ - ສິງກະໂປ ຄັ້ງທຳອິດຂອງທ່ານ ເຈິ່ນເກີມຕູ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ (ແຕ່ວັນທີ 24 – 25 ສິງຫາ) ໄດ້ສິ້ນສຸດລົງຢ່າງຈົບງາມ.
ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການຢ້ຽມຢາມ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ 2 ຝ່າຍໄດ້ຮັບຮອງເອົາແຜນການຮ່ວມມືບຳລຸງສ້າງພະນັກງານໄລຍະ 2027 – 2029, ຖະແຫຼງການຮ່ວມກ່ຽວກັບຍຸດທະສາດການເຊື່ອມຕໍ່ເຕັກໂນໂລຊີ. ນີ້ແມ່ນບັນດາຂົງເຂດສວມບົດບາດຈຸດສຸມ, ແກ່ນສານຕໍ່ການພັດທະນາໄລຍະຍາວໃນໄລຍະໃໝ່ຂອງ ຫວຽດນາມ ແລະ ສິງກະໂປ. ພິເສດ, ເປັນຄັ້ງທຳອິດທີ່ 2 ຝ່າຍອອກຖະແຫຼງການຮ່ວມກ່ຽວກັບຍຸດທະສາດການເຊື່ອມຕໍ່ເຕັກໂນໂລຊີ, ເນັ້ນໜັກການຮ່ວມມືພ້ອມກັນສ້າງສັນ, ພ້ອມກັນຄົ້ນຄວ້າ ແລະ ພ້ອມກັນພັດທະນາ, ມຸ່ງໄປເຖິງລະບົບຊີວະສະພາບນະວັດຕະກຳ; ເພີ່ມທະວີການເຊື່ອມຕໍ່ໃນບັນດາຂົງເຂດເຕັກໂນໂລຊີຍຸດທະສາດ, ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ; ເຊື່ອມຕໍ່ບັນດາສູນຄົ້ນຄວ້າ, ວິສາຫະກິດ, ມະຫາວິທະຍາໄລ ແລະ ອົງການຈັດຕັ້ງນະວັດຕະກຳ.
ສື່ມວນຊົນ ສິງກະໂປ ກໍ່ໃຫ້ຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມຂອງ ທ່ານຜູ້ປະຈຳການຄະນະເລຂາທິການ ເຈິ່ນເກິມຕູ (ພາບ: VNA)
ໃນຂະນະນັ້ນ, ສື່ມວນຊົນ ສິງກະໂປ ກໍ່ໃຫ້ຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມຂອງ ທ່ານຜູ້ປະຈຳການຄະນະເລຂາທິການ ເຈິ່ນເກິມຕູ. ໜັງສືພິມ The Straits Times ມີບົດຂຽນ “ສິງກະໂປ ແລະ ຫວຽດນາມ ເປັນເອກະພາບການເພີ່ມທະວີການແລກປ່ຽນການນຳ, ເປີດກວ້າງການຮ່ວມມືດ້ານເຕັກໂນໂລຊີ”. ນີ້ແມ່ນເນື້ອໃນທີ່ບັນລຸໄດ້ໃນຂອບເຂດຄູ່ຮ່ວມມືຍຸດທະສາດ ສິງກະໂປ - ຫວຽດນາມ ຄັ້ງທີໜຶ່ງ, ຈັດຂຶ້ນໃນວັນທີ 25 ສິງຫາ, ເມື່ອ 2 ຝ່າຍອອກຖະແຫຼງການຮ່ວມກ່ຽວກັບຍຸດທະສາດການເຊື່ອມຕໍ່ເຕັກໂນໂລຊີ.
ໃນຂະນະນັ້ນ, ເວັບໄຊ AsiaOne ຢືນຢັນວ່າ ສິງກະໂປ ແລະ ຫວຽດນາມ ສາມາດແລກປ່ຽນບົດຮຽນກ່ຽວກັບການກວດພົບ, ການບຳລຸງສ້າງການນຳ ແລະ ພາພະນັກງານເຂົ້າຮ່ວມໂຄງການພັດທະນາການນຳຂອງກັນ.
(ແຫຼ່ງຄັດຈາກ VOV)