ວັນທີ 24 ພະຈິກ, ຢູ່ສຳນັກງານອົງການພົວພັນຕ່າງປະເທດ ສະຫະພາບເອີຣົບ (EEAS) ຢູ່ ບຣຸກແຊັນ, ປະເທດ ແບນຊິກ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Paola Pampaloni ຮັກສາການກົມໃຫຍ່ ອາຊີ - ປາຊີຟິກຂອງ EEAS ໄດ້ເປັນປະທານຮ່ວມວາລະປະຊຸມຄັ້ງທີ 6 ຄະນະກຳມະການປະສົມ ຫວຽດນາມ - ສະຫະພາບ ເອີຣົບ (EU) ແນໃສ່ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU (PCA).
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Paola Pampaloni ຮັກສາການກົມໃຫຍ່ ອາຊີ - ປາຊີຟິກຂອງ EEAS (ພາບ: TTXVN)
ໃນກອງປະຊຸມ, 2 ຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ; ສົມທົບກັນຜັນຂະຫຍາຍປະສິດທິຜົນສັນຍາການຄ້າເສລີ ຫວຽດນາມ - EU (EVFTA); ຊຸກຍູ້ 6 ປະເທດສະມາຊິກ EU ທີ່ຍັງເຫຼືອ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ. 2 ຝ່າຍກໍຢັ້ງຢືນວ່າ ຈະສືບຕໍ່ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ, ພິເສດແມ່ນການຄ້າ - ການລົງທຶນ; ເສດຖະກິດສີຂຽວ; ຫັນເປັນດີຈີຕອນ; ເສດຖະກິດໝູນວຽນ; ອາຊີປາຫາແບບຍືນຍົງ; ຫັນປ່ຽນພະລັງງານສະອາດ; ວິທະຍາສາດ - ເຕັກໂນໂລຢີ; ນະວັດຕະກຳ; ພື້ນຖານໂຄງລ່າງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສອງຝ່າຍເນັ້ນໜັກວ່າ ຖືວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳແມ່ນເສົາຄ້ຳຂອງການຮ່ວມມືໃໝ່.
ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ສະເໜີໃຫ້ EU ພ້ອມກັບບັນດາປະເທດສະມາຊິກຍົກເລີກ “ບັດເຫຼືອ” ໃນການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຕາມຂໍ້ກຳນົດ (IUU) ໂດຍໄວ. EU ປາດຖະໜາວ່າ ຫວຽດນາມ ເຂົ້າຮ່ວມບັນດາໂຄງການໃນຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ ຢ່າງຕັ້ງໜ້າ.
(ແຫຼ່ງຄັດຈາກ VOV)