ໂດຍຕອບສະໜອງຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ສີລັງກາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍ ໄດ້ໄປຢ້ຽມຢາມ ສີລັງກາ ຢ່າງເປັນທາງການໃນລະຫວ່າງວັນທີ 19 - 22 ມີນາ.
ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ພົບປະກັບທ່ານນາງນາຍົກລັດຖະມົນຕີ ສີລັງກາ Harini Amarasuriya
ວັນທີ 20 ມີນາ, ຢູ່ນະຄອນຫຼວງ Colombo, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ໄດ້ໃຫ້ພົບປະກັບທ່ານນາງນາຍົກລັດຖະມົນຕີ ສີລັງກາ Harini Amarasuriya, ພົບປະກັບປະທານສະພາແຫ່ງຊາດ ສີລັງກາ Jagath Wickramaratne, ໂອ້ລົມສົທະນາກັບທ່ານຮອງປະທານສະພາແຫ່ງຊາດ ສີລັງກາ Lanka Rizvie Salih.
ທີ່ການພົບປະກັບທ່ານນາງນາຍົກລັດຖະມົນຕີ ສີລັງກາ Harini Amarasuriya, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ໃຫ້ຫຼາຍກ່ວາອີກ, ພະຍາຍາມນຳວົງເງິນການຄ້າສອງສົ້ນບັນລຸຄາດໝາຍ 1 ຕື້ USD, ພິຈາລະນາເຈລະຈາການເຊັນສັນຍາການຄ້າເສລີໂດຍໄວ ແລະ ຊຸກຍູ້ຄວາມສາມາດມີເສັ້ນທາງການບິນໂດຍກົງ ເພື່ອສ້າງຄວາມສະດວກໃຫ້ແກ່ການພົບປະແລກປ່ຽນ, ການຄ້າ, ການທ່ອງທ່ຽວ, ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ.
ທີ່ການພົບປະກັບທ່ານປະທານສະພາແຫ່ງຊາດ ສີລັງກາ Jagath Wickramaratne ສອງຝ່າຍໄດ້ເຫັນດີເປັນເອກະພາບ ກ່ຽວກັບອົງການສະພາແຫ່ງຊາດສອງປະເທດຄວນເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນປະສົບການ, ເປັນຕົ້ນແມ່ນການສ້າງລະບອບລະບຽບການ, ບູລະນະລະບົບກົດໝາຍໃຫ້ແກ່ການພັດທະນາເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ.
ໃນການໂອ້ລົມສົນທະນາລະຫວ່າງທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ແລະ ຄູ່ຮ່ວມຕຳແໜ່ງ ສີລັງກາ ທ່ານ Rizvie Salih, ສອງຝ່າຍໄດ້ເນັ້ນໜັກວ່າ ນີ້ແມ່ນຈຸດເວລາສະດວກເພື່ອເພີ່ມເຕີມບັນດາກຳລັງໜູນໃໝ່ແນໃສ່ນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່.
(ແຫຼ່ງຄັດຈາກ VOV)