• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ລິດ​ວາ ບ​າດກ້າວ​ບົນ​ເສັ້ນ​ທາງ​ຮ່ວມ​ມື ແລະ ພັດ​ທະ​ນາ​ທີ່​ໝັ້ນ​ແກ່ນ

ຕອນຄ່ຳວັນທີ 12 ມິຖຸນາ, ຢູ່ສູນກອງປະຊຸມສາກົນ, ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ໄດ້ເປັນປະທານງານລ້ຽງຕ້ອນຮັບ ທ່ານປະທານາທິບໍດີ ລິດວາ Gitanas Nauseda ແລະ ພັນລະນາຢ່າງສົມກຽດເນື່ອງໃນໂອກາດ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

+

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ໄດ້ເປັນປະທານ ງານລ້ຽງຕ້ອນຮັບ ທ່ານປະທານາທິບໍດີ ລິດວາ Gitanas Nauseda ແລະ ພັນລະນາ

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານປະທານາທິບໍດີ Gitanas Nauseda ແມ່ນຂີດໝາຍປະຫວັດສາດ ເປີດບັນດາກາລະໂອກາດການຮ່ວມມືໃໝ່ໃນໄລຍະຈະມາເຖິງ ແລະ ເປັນສິ່ງພິສູດໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນທີ່ນັບມື້ນັບສູງຂຶ້ນລະຫວ່າງສອງປະເທດ. ທ່ານປະທານປະເທດ ເລືອງເກື່ອງໃຫ້ຮູ້ວ່າ:

ທ່ານປະທານາທິບໍດີ ແລະ ຂ້າພະເຈົ້າໄດ້ມີການພົບປະເຈລະຈາຢ່າງມີປະສິດທິຜົນທີ່ສຸດ. ພວກຂ້າພະເຈົ້າໄດ້ເຫັນດີເປັນເອກະພາບບັນດາການກຳນົດທິດໃຫຍ່ ແລະ ມາດຕະການລະອຽດເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃຫ້ ພັດທະນາ ໃນບັນດາຂົງເຂດໃນໄລຍະຈະມາເຖິງຢ່າງແຮງກ່ວາອີກ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍພື້ນຖານມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ຄວາມຕັດສິນໃຈ, ຄວາມມານະພະຍາຍາມລວມ ຂອງການນຳ ແລະ ປະຊາຊົນສອງປະເທດ, ພວກເຮົາຈະກ້າວເດີນຢ່າງໝັ້ນແກ່ນບົນເສັ້ນທາງແຫ່ງການຮ່ວມມື ແລະ ພັດທະນາແບບຍືນຍົງ. ອວຍພອນໃຫ້ການພົວພັນ ຫວຽດນາມ - ລິດວາ ຈະມີການພັດທະນາຢ່າງບໍ່ຢຸດຢັ້ງ. ອວຍພອນໃຫ້ປະຊາຊົນ ລິດວາສືບຕໍ່ຍາດໄດ້ໄຊຊະນະທີ່ຍິ່ງໃຫຍ່ກ່ວາອີກໃນພາລະກິດແຫ່ງການພັດທະນາຂອງປະເທດຊາດ.

ສ່ວນທ່ານປະທານາທິບໍດີ ລິດວາ Gitanas Nauseda ເນັ້ນໜັກວ່າ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ຄະນະຜູ້ແທນຂັ້ນສູງ ລິດວາ ແມ່ນໂອກາດເພື່ອໃຫ້ສອງປະເທດ ແບ່ງປັນ ແລະ ປຸກລຸກຄວາມສາມາມບົ່ມຊ້ອນຮ່ວມມືຢ່າງໃຫຍ່ຫຼວງລະຫວ່າງສອງປະເທດໃນຫຼາຍຂົງເຂດ, ພິເສດແມ່ນບັນດາຂົງເຂດຄື: ຄວາມໝັ້ນຄົງ, ພະລັງງານ, ຄົມມະນາຄົມຂົນສົ່ງ, logistics ແລະ ກະສິກຳ. ແລະກໍ່ໃນຕອນຄ່ຳວັນດຽວກັນ, ທ່ານປະທານາທິບໍດີ ສ.ລິດວາ Gitanas Nauseda ແລະ ພັນລະຍາ Diana Nausediene ພ້ອມກັບຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 11 – 12 ມິຖຸນາ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມມະຫາວິທະຍາໄລ Uppsala, ໃຫ້ກຳລັງໃຈ ຊົມເຊີຍຄວາມຄາດຫວັງຂອງຊາວຫວຽດນາມ ທີ່ຍາດໄດ້ລາງວັນ Nobel

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມມະຫາວິທະຍາໄລ Uppsala, ໃຫ້ກຳລັງໃຈ ຊົມເຊີຍຄວາມຄາດຫວັງຂອງຊາວຫວຽດນາມ ທີ່ຍາດໄດ້ລາງວັນ Nobel

ຕອນບ່າຍວັນທີ 13 ມິຖຸນາ ໃນການຢ້ຽມຢາມ ຊູແອດ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ເຮັດວຽກຢູ່ ມະຫາວິທະຍາໄລ Uppsala ຢູ່ ນະຄອນ Uppsala ຊື່ງແມ່ນໂຮງຮຽນທີ່ມີຊື່ສຽງ ບໍ່ພຽງແຕ່ຢູ່ ຊູແອດເທົ່ານັ້ນ ຫາກຍັງໃນທົ່ວໂລກອີກດ້ວຍ.

Top