• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເດັດ​ດ່ຽວ​ຄັດ​ຄ້ານ​ທຸກ​ການ​ກະ​ທຳ​ທີ່​ລ່ວງ​ລ້ຳ​ອະ​ທິ​ປະ​ໄຕ ຢູ່​ໝູ່​ເກາະ ຮ​ວ່າງ​ຊາ ແລະ ເຈື່ອງ​ຊາ

ຫວຽດນາມ ຍາມໃດກໍເດັດດ່ຽວ, ຢຶດໝັ້ນປົກປ້ອງອະທິປະໄຕ, ອຳນາດອະທິປະໄຕ, ອໍານາດສານຂອງ ຫວຽດນາມ ຢູ່ບັນດາເຂດທະເລ ກໍຄື ຜົນປະໂຫຍດອັນຖືກຕ້ອງ, ຊອບທຳຂອງປະຊາຊົນ ຫວຽດນາມ, ສອດຄ່ອງກັບສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ກົດໝາຍຂອງ ຫວຽດນາມ”.
ທ່ານ ດວ່ານຄັກຫວຽດ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VOV)

ຕອນບ່າຍວັນທີ 23 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດການຖະແຫຼງຂ່າວນັດສາມັນ. ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງ ວັນທີ 15 ພຶດສະພາ, ເຈົ້າໜ້າທີ່ ຈີນ ໄດ້ປະກາດໃຊ້ຂໍ້ຕົກລົງສະບັບໜຶ່ງ ເຊິ່ງອະນຸຍາດໃຫ້ກຳລັງປ້ອງກັນທະເລຂອງປະເທດນີ້ ນໍາໃຊ້ຮູບແບບການລົງໂທດ ຈັບກັກຂັງຂຶ້ນເຖິງ 30 ວັນ ສຳລັບເປົ້າໝາຍທີ່ເປັນຊາວຕ່າງປະເທດລະເມີດ ຫຼື ມີການກະທຳໜູນຊ່ວຍການລະເມີດເຂດທະເລ ເຊິ່ງ ຈີນ ຖະແຫຼງອະທິປະໄຕ ໂດຍບໍ່ຜ່ານການພິພາກສານັ້ນ, ທ່ານ ດວ່ານຄັກຫວຽດ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍເດັດດ່ຽວ, ຢຶດໝັ້ນປົກປ້ອງອະທິປະໄຕ, ອຳນາດອະທິປະໄຕ, ອໍານາດສານຂອງ ຫວຽດນາມ ຢູ່ບັນດາເຂດທະເລ ກໍຄື ຜົນປະໂຫຍດອັນຖືກຕ້ອງ, ຊອບທຳຂອງປະຊາຊົນ ຫວຽດນາມ, ສອດຄ່ອງກັບສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ກົດໝາຍຂອງ ຫວຽດນາມ”.

ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບເລື່ອງ ວັນທີ 22 ພຶດສະພາ, ສື່ມວນຊົນ ຈີນ ໃຫ້ຮູ້ວ່າ ຫວ່າງມໍ່ໆມານີ້, ປະເທດນີ້ ໄດ້ຈັດສົ່ງກ່ຳປັ່ນໂຮງໝໍເຄື່ອນທີ່ຂອງກອງທັບເຮືອ ໄປຍັງບັນດາສະຖານທີ່ໃນໝູ່ເກາະຮວ່າງຊາ ຂອງ ຫວຽດນາມ ເພື່ອກວດສຸຂະພາບ, ປິ່ນປົ່ວໃຫ້ບັນດານາຍທະຫານທີ່ພວມປະຈຳການແບບຜິດກົດໝາຍນັ້ນ, ທ່ານຮອງໂຄສົກກະຊວງການຕ່າງປະເທດ ໄດ້ຊີ້ແຈ້ງວ່າ ຫວຽດນາມ ເດັດດ່ຽວຄັດຄ້ານທຸກການກະທຳທີ່ກ່ຽວຂ້ອງເຖິງການລ້ວງລ້ຳອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ສືບ​ຕໍ່​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ການນຳພັກ, ລັດ ຫວຽດນາມ ແລະ ກຳປູເຈຍ ໄດ້ກຳນົດການພົວພັນທາງດ້ານການເມືອງ - ການຕ່າງປະເທດສວມບົດບາດຫຼັກແຫຼ່ງ, ກຳນົດທິດສັງລວມໃຫ້ແກ່ການພົວພັນສອງປະເທດ.

Top