ສະຖາບັນສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ໄດ້ປະກາດບ້ວງເງິນຊ່ວຍເຫຼືອເຄື່ອງອຸປະກອນ, ບຳລຸງສ້າງ ແລະ ມາດຕະການດ້ານເຕັກນິກທີ່ກ້າວໜ້າ ລວມມູນຄ່າກວ່າ 450.000 USD, ແນໃສ່ໜູນຊ່ວຍຮອບດ້ານໃຫ້ແກ່ບັ້ນເຄື່ອນໄຫວຊອກຫາຜູ້ຫາຍສາບສູນ ແລະ ໄກ່ເກ່ຍຫຼັງສົງຄາມຢູ່ ຫວຽດນາມ.
ບັນຍາກາດການພົບປະ ແລະ ເຮັດວຽກ (ພາບ: VOV1)
ຕອນບ່າຍວັນທີ 1 ມິຖຸນາ, ຢູ່ຮ່າໂນ້ຍ, ສະຖາບັນສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ພ້ອມກັບບັນດາຄູ່ຮ່ວມມືໃຫຍ່ຂອງ ອາເມລິກາ ໄດ້ມີການພົບປະ ແລະ ເຮັດວຽກກັບສະມາຄົມ ຫວຽດນາມ - ອາເມລິກາ. ນະທີ່ນີ້, ສະຖາບັນສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ໄດ້ປະກາດບ້ວງເງິນຊ່ວຍເຫຼືອເຄື່ອງອຸປະກອນ, ບຳລຸງສ້າງ ແລະ ມາດຕະການດ້ານເຕັກນິກທີ່ກ້າວໜ້າ ລວມມູນຄ່າກວ່າ 450.000 USD, ແນໃສ່ໜູນຊ່ວຍຮອບດ້ານໃຫ້ແກ່ບັ້ນເຄື່ອນໄຫວຊອກຫາຜູ້ຫາຍສາບສູນ ແລະ ໄກ່ເກ່ຍຫຼັງສົງຄາມຢູ່ ຫວຽດນາມ. ທ່ານນາງ Margaret Hanson – Muse, ປະທານທັງເປັນຜູ້ອຳນວຍການໃຫຍ່ສະຖາບັນສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ, ໃຫ້ຮູ້ວ່າ ໂຄງການດັ່ງກ່າວ ແມ່ນການສືບຕໍ່ແບບທຳມະຊາດໃຫ້ແກ່ຄຳໝັ້ນສັນຍາຂອງຝ່າຍ ອາເມລິກາ ໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ສາຍພົວພັນຄູ່ຮ່ວມມືຍາວນານລະຫວ່າງສອງປະເທດ. ການຮ່ວມມືລະຫວ່າງລັດຖະບານ, ບັນດາບໍລິສັດ ແລະ ປະຊາຄົມ ຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຂອງການປະທະກັນ, ພ້ອມທັງສ້າງສາຍພົວພັນອັນໝັ້ນໜຽວກວ່າໃຫ້ແກ່ອະນາຄົດ. ນອກຈາກນັ້ນແລ້ວ, ສອງຝ່າຍຈະເປີດກວ້າງການຮ່ວມມືໃນບາງຂົງເຂດຈຸດສຸມ, ເຊິ່ງລວມມີ: ການກຳຈັດສານ dioxin, ສະຖິຕິຈຳນວນຜູ້ຫາຍສາບສູນໃນປາງສົງຄາມ ແລະ ການເກັບກູ້ລະເບີດຍັງບໍ່ທັນແຕກຫຼັງສົງຄາມ.
ສຳລັບຝ່າຍ ຫວຽດນາມ, ທ່ານຟ້າມກວາງວິງເອກອັກຄະລັດຖະທູດ , ປະທານສະມາຄົມ ຫວຽດນາມ - ອາເມລິກາ, ຢັ້ງຢືນ ຈະສືບຕໍ່ປະສານສົມທົບ, ຕິດຕໍ່ກັບບັນດາອົງການທ້ອງຖິ່ນເພື່ອຜັນຂະຫຍາຍໂຄງການດັ່ງກ່າວຢ່າງມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)