• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ຢູ່ ລາວ ຢ່າງ​ແຮງ

ໃນຕະຫຼອດໄລຍະປະຕິວັດ, ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປະຊາຊົນລາວບັນດາເຜົ່າຍາດເອົາເອກະລາດ, ປົດປ່ອຍຊາດ, ເປີດເສັ້ນທາງພັດທະນາໃຫ້ແກ່ປະເທດຊາດເທື່ອລະກ້າວ. ໃນຕະຫຼອດ 70 ປີຜ່ານມາ, ພັກປະຊາຊົນປະຕິວັດ ລາວ ໄດ້ຄົ້ນຄວ້າ, ຊອກຫາແນວທາງທີ່ເໝາສົມກັບສະພາບການຕົວຈິງຂອງປະເທດຊາດໃນແຕ່ລະໄລຍະລະອຽດ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ວັນທີ 22 ມີນາ 1955 – 22 ມີນາ 2025), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ຢັ້ງຢືນວ່າ ພັກປະຊາຊົນປະຕິວັດ ລາວ ໄດ້ຮັບການສ້າງຕັ້ງຂຶ້ນນັ້ນ ແມ່ນຂີດໝາຍແກ່ບາດລ້ຽວທີ່ສຳຄັນໃນປະຫວັດສາດປະຕິວັດຂອງປະເທດຊາດ.  ໃນຕະຫຼອດໄລຍະປະຕິວັດ, ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປະຊາຊົນລາວບັນດາເຜົ່າຍາດເອົາເອກະລາດ, ປົດປ່ອຍຊາດ, ເປີດເສັ້ນທາງພັດທະນາໃຫ້ແກ່ປະເທດຊາດເທື່ອລະກ້າວ. ໃນຕະຫຼອດ 70 ປີຜ່ານມາ, ພັກປະຊາຊົນປະຕິວັດ ລາວ ໄດ້ຄົ້ນຄວ້າ, ຊອກຫາແນວທາງທີ່ເໝາສົມກັບສະພາບການຕົວຈິງຂອງປະເທດຊາດໃນແຕ່ລະໄລຍະລະອຽດ.

        ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນກິດຈະການປ່ຽນແປງໃໝ່ຢູ່ ລາວ ຢ່າງແຮງ ແລະ ເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນ ລາວ ຈະສືບຕໍ່ຍາດໄດ້ຫຼາຍຜົນງານໃໝ່, ຍິ່ງໃຫຍ່ກວ່າອີກໃນກິດຈະການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວ ຢ່າງມີໄຊ, ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ມຸ່ງໄປເຖິງການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດ ລາວ ຄັ້ງທີ XII ໃນຕົ້ນປີ 2026 ຢ່າງຈົບງາມ; ສ້າງປະເທດຊາດ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມເປົ້າໝາຍສັງຄົມນິຍົມຢ່າງສຳເລັດຜົນ.  

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top