• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ກົດ​ໝາຍ​ດ້ານການ​ທະ​ຫານ, ປ້ອງ​ກັນ​ຊາດ

ຕອນ​ບ່າຍ​ວັນ​ທີ 12 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ການ​ພົບ​ປະ​ສອງ​ຝ່າຍ​ລະ​ຫວ່າງ​ກົມ​ນິ​ຕິ​ກຳ ກະ​ຊວ​ງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກົມນິ​ຕິ​ກຳ ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ພັນ ລັດ​ເຊຍ. ທ່ານ ພັນ​ເອກ ຫວູ​ວັນ​ກ້ຽມ, ຮອງ​ຫົວ​ໜ້າ​ກົມ​ນິ​ຕິ​ກຳ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ທ່ານ Nikolai Vasilyevich Petrakov ຮອງ​ຫົວ​ໜ້າ​ກົມ​ນິ​ຕິ​ກຳ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ພັນ ລັດ​ເຊຍ, ເປັນ​ປະ​ທານ​ຮ່ວມ.
    ບັນ​ຍາ​ກາດ​ການ​ພົບ​ປະ​ສອງ​ຝ່າຍ (ພາບ: qdnd.vn)

ໃນ​ການ​ພົບປະ​ສອງ​ຝ່າຍ, ສອງ​ອົງ​ການ​ໄດ້​ຢັ້ງ​ຢືນ​ເຖິງ​ຄວາມ​ຈຳ​ເປັນ ແລະ ກຳ​ລັງ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່ຫຼວງ​ໃນ​ການ​ເປີດກວ້າງ​ການ​ຮ່ວມ​ມື​ທາງ​ດ້ານ​ວິ​ຊາ​ການ; ໂດຍເນັ້ນ​ໜັກ​​ວ່າ ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກົມ​ນິ​ຕິ​ກຳ ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດ​ນາມ ແລະ ກົມ​ນິ​ຕິ​ກຳ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ະ​ຫະ​ພັນ ລັດ​ເຊຍ ໄດ້​ມີ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ ນັ້ນ​ແມ່ນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກົດ​ໝາຍ​ດ້ານ​ການ​ທະ​ຫານ, ປ້ອງ​ກັນ​ຊາດ ທີ່​ໄດ້​ລົງ​ນາມ​ເມື່ອ​ປີ 2022.

​ສອງ​ອົງ​ການ​ເຫັນ​ດີເປັນເອກະພາບວ່າ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ຈະ​ສຸມ​ໃສ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ແບບ​ໝູນ​ວຽນ; ຍູ້​ແຮງ​ການ​ແລ​ກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ວຽກ​ງານ​ສ້າງ​ກົດ​ໝາຍ ແລະ ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ດ້ານ​ການ​ທະ​ຫານ, ປ້ອງ​ກັນ​ຊາດ​ໃຫ້​ສົມ​ບູນ​ແບບ​ເພື່ອ​ປະ​ກອບ​ສ່ວນ​ສ້າງ​ລະ​ບອບ​ລະ​ບຽບ​ການ​ຂອງ​ແຕ່​ລະ​ຝ່າຍ; ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພ​ະ​ຍາ​ກອນ​ມະ​ນຸດ​ໃນ​ຂົງ​ເຂດ​ນີ້​ອີກ​ດ້ວຍ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ມານະພະຍາຍາມຊຸກຍູ້ກອງປະຊຸມສຳຫຼວດກວດກາ NPT ໃຫ້ບັນລຸໝາກຜົນຢ່າງແທ້ຈິງ

ຫວຽດນາມ ມານະພະຍາຍາມຊຸກຍູ້ກອງປະຊຸມສຳຫຼວດກວດກາ NPT ໃຫ້ບັນລຸໝາກຜົນຢ່າງແທ້ຈິງ

ຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມໃນການບູລະນະ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະຫະປະຊາຊາດ ເວົ້າລວມ ແລະ ກອງປະຊຸມສະມັດຊາໃຫຍ່ ເວົ້າສະເພາະ.

Top